ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ມຸ່ງໜ້າສູ່ອາຟຣິກາ ເພື່ອຊຸກຍູ້ການຄ້າ ຢູ່ ເຄັນຢາ


ປະທານາທິບໍດີໂອບາມາ ໂບກມື ຂະນະທີ່ທ່ານ ຂຶ້ນເຮືອບິນ Air Force One ໄປຢ້ຽມຢາມເຄັນຢາ ແລະເອທິໂອເປຍ (23 ກໍລະກົດ 2015)
ປະທານາທິບໍດີໂອບາມາ ໂບກມື ຂະນະທີ່ທ່ານ ຂຶ້ນເຮືອບິນ Air Force One ໄປຢ້ຽມຢາມເຄັນຢາ ແລະເອທິໂອເປຍ (23 ກໍລະກົດ 2015)

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ຈະເດີນທາງ
ໄປເຖິງນະຄອນຫລວງໄນໂຣບີ ປະເທດເຄັນຢາ ໃນວັນສຸກມື້ນີ້
ບ່ອນທີ່ທ່ານຈະເຂົ້າຮ່ວມກອງປະຊຸມສຸດຍອດ ນັກວິສາຫະກິດ
ໂລກໃນຂະນະທີ່ທ່ານກ່າວຢ້ຳເຖິງການເຕີບໂຕໃນການພົວພັນ ທາງດ້ານເສດຖະກິດຂອງສະຫະລັດກັບເຂດທີ່ຢູ່ໃຕ້ທະເລຊາຍ
ຊາຮາຣາໃນທະວີບອາຟຣິກາ.

ເຄັນຢາເປັນປະເທດບ້ານເກີດບິດາ ຂອງທ່ານໂອບາມາ ແລະ
ນີ້ແມ່ນການເດີນທາງເທື່ອທຳອິດ ໄປຢ້ຽມຢາມເຄັນຢາໃນຖາ
ນະປະທານາທິບໍດີ ຂອງສະຫະລັດຊຶ່ງເຮັດໃຫ້ການເດີນທາງ
ໄປຢ້ຽມຢາມຂອງທ່ານ ມີການກຽມການປ້ອງກັນລ່ວງໜ້າ ໄວ້
ເປັນຢ່າງສູງ.

Obama Africa
please wait
Embed

No media source currently available

0:00 0:01:47 0:00

ການໄປຢ້ຽມຢາມຂອງທ່ານໂອບາມາມີຂຶ້ນໃນຊ່ວງທ້າຍໆຂອງການເປັນປະທານາທິບໍດີ ຂອງທ່ານ ຊຶ່ງມີທ່າທາງວ່າ ໄດ້ມີການຊັກຊ້າ ໃນຂະນະທີ່ ປະທານາທິບໍດີ Uhuru Ken-
yatta ປະເຊີນກັບການກ່າວຫາ ກໍ່ອາຊະຍາກຳຕ້ານມະນຸດຊາດ. ສານອາຍານາໆຊາດ ຫລັງຈາກນັ້ນໄດ້ຍົກເລີກຂໍ້ຫາ ໂດຍເວົ້າວ່າ ບໍ່ມີຫຼັກຖານພຽງພໍ. ປະທານາທິບໍດີທັງສອງ ມີແຜນການທີ່ຈະພົບປະກັນ ໃນລະຫວ່າງການເດີນທາງໄປຢ້ຽມຢາມເຄັນຢາ ຂອງທ່ານ ໂອບາມາ.

ການຮັກສາຄວາມປອດໄພທີ່ນະຄອນຫຼວງໄນໂຣບີແມ່ນດຳເນີນໄປຢ່າງແໜ້ນໜາ. ເຄັນ ຢາໄດ້ຖືກພວກກໍ່ການຮ້າຍໂຈມຕີຫລາຍຄັ້ງໃນໄລຍະສອງສາມປີຜ່ານມານີ້. ກຸ່ມຫົວຮຸນ
ແຮງ al-Shabab ໄດ້ອ້າງເອົາຄວາມຮັບຜິດຊອບ ໃນການໂຈມເຫຼົ່ານີ້ ໂດຍເວົ້າວ່າ ເພື່ອ ເປັນການແກ້ແຄ້ນ ຕໍ່ການພົວພັນຂອງເຄນຢາ ໃນການປະຕິບັດງານຕໍ່ຕ້ານພວກກໍ່ການ ຮ້າຍຢູ່ໃນໂຊມາເລຍທີ່ເປັນເພື່ອນບ້ານ.

Kenya 'Beautifies' Capital for Obama Visit
please wait

No media source currently available

0:00 0:02:52 0:00

ໃນວັນອາທິດນີ້ ປະທານາທິບໍດີໂອບາມາ ຈະເດີນທາງຂຶ້ນໄປຕາມຮ່ອມພູ Rift ໂດຍຈະ ກາຍເປັນປະທານາທິບໍດີຄົນທຳອິດຂອງສະຫະລັດທີ່ໄປຢ້ຽມຢາມປະເທດເອທິໂອເປຍ. ເປັນທີ່ຄາດກັນວ່າ ທ່ານຈະພົບປະກັບນາຍົກລັດຖະມົນຕີແລະກ່າວຄຳປາໄສຕໍ່ກອງປະ ຊຸມສະຫະພາບອາຟຣິກາ ທີ່ມີສຳນັກງານໃຫຍ່ຢູ່ທີ່ນະຄອນ ຫຼວງ Addis Ababa.

ບັນດາກຸ່ມປົກປ້ອງສິດທິມະນຸດໄດ້ຂໍຮ້ອງໃຫ້ປະທານາທິບໍດີໂອບາມາ ໃຊ້ການເດີນທາງ ໄປຢ້ຽມຢາມຂອງທ່ານ ຮຽກຮ້ອງໃຫ້ມີການປະຕິຮູບ ຂັ້ນພື້ນຖານດ້ານສິດທິມະນຸດ ຢູ່ໃນ ປະເທດທັງສອງ.

US Investors Drawn to Africa’s Economic Potential
please wait

No media source currently available

0:00 0:03:00 0:00

ໃນຈົດໝາຍສະບັບນຶ່ງທີ່ສົ່ງໄປເຖິງທ່ານໂອບາມານັ້ນ ກຸ່ມ 14 ອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບ ລັດຖະບານແລະພວກນັກຊ່ຽວຊານ ກ່າວວ່າ ລັດຖະບານຂອງເຄັນຢາ ແລະເອທິໂອເປຍ ປະເຊີນກັບໄພຂົ່ມຂູ່ທີ່ແທ້ຈິງທາງດ້ານຄວາມໝັ້ນຄົງ ແຕ່ພວກເຮົາກໍມີຄວາມວິຕົກກັງວົນ ໃນວິທີທີ່ລັດຖະບານແຕ່ລະປະເທດ ຮັບມື ຊຶ່ງເກືອບວ່າເລື້ອຍໆ ນຳໃຊ້ມາດຕະການດ້ານ ຄວາມປອດໄພ ທີ່ບໍ່ຖືກຕ້ອງ ແລະເພີ້ມການດຳເນີນຄວາມພະຍາຍາມ ທີ່ຈະປິດປາກປິດ ສຽງກຸ່ມສັງຄົມພົນລະເຮືອນແລະສື່ມວນຊົນທີ່ເປັນອິດສະຫຼະ.

XS
SM
MD
LG