ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາອຸດີ ອາຣາເບຍ ເຫັນພ້ອມ ກັບ ປ. Obama ໃນຂໍ້ຕົກລົງ ນິວເຄລຍ ກັບ ອີຣ່ານ


Obama Wins Saudi Endorsement of Iran Nuclear Deal
please wait

No media source currently available

0:00 0:02:23 0:00

ບັນດາ​ຜູ້ນຳ ຊາ​ອຸດີ ອາ​ຣາ​ເບຍ ​ໄດ້​ເຫັນ​ພ້ອມ​ນຳ​ຂໍ້​ຕົກລົງນິວ
​ເຄລຍກັບ​ອີຣ່ານ ທີ່​ໄດ້​ເຈລະຈາ​ໂດຍ ສະຫະລັດ ​ແລະ​ບັນດາ​
ປະ​ເທດ​ມະຫາ​ອຳນາດ ທີ່ສຳຄັນໆ ໂດຍກ່າວ​ວ່າ ​ເຂົາ​ເຈົ້າ​ເຊື່ອ​
ວ່າມັນຈະນຳ​ໄປ​ສູ່​ການມີຄວາ​ມໝັ້ນຄົງແລະ​ສະຖຽນ​ລະ​ພາບ​
ໃນພາກ​ຕາ​ເວັນ​ອອກ​ກາງ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ທຳນຽບຂາວ ​ໄດ້​ປະກາ​ດ​ໃຫ້ຊາບ ກ່ຽວກັບ
ທ່າທີຂອງຊາ​ອຸ​ດີ ຫຼັງຈາກ​ການ​ສົນທະນາຫາລື​ໃນ​ຕອນ​ບ່າຍ
ວານນີ້ ທີ່​ທຳນຽບຂາວ ລະຫວ່າງ ປະທານາທິບໍດີ Barack
Obama ​ແລະ​ກະສັດ ຊາ​ອຸ​ດີ ພະ​ເຈົ້າ Salman. ລັດຖະມົນ
ຕີຕ່າງປະ​ເທດຊາອຸດີ ທ່ານ Adel al-jubier ​ໄດ້​ໃຊ້​ພາສາ​ທີ່
ຄ້າຍຄື​ກັນ ​ໃນ​ການສະໜັບສະໜູນຂໍ້​ຕົກ​ລົງນີ້ ໃນລະຫວ່າງ​ການ​ຖະ​ແຫລງ ຢູ່ທີ່ສະຖານ​ທູດ ຊາ​ອຸ​ດີ ທີ່ ນະຄອນຫລວງວໍຊິງ​ຕັນ.

ຊາ​ອຸດີ ອາຣາ​ເບຍ ​ໄດ້​ເປັນ​ທີ່​ເຂົ້າ​ໃຈ​ວ່າ ​ມີຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ຂໍ້​ຕົກລົງ
ນີ້ທີ່​ຈະ​ຍົກເລີກການ​ລົງ​ໂທດທາງດ້ານ​ເສດຖະກິດ​ຢ່າງຮ້າຍ​ແຮ​ງ ​ຕໍ່​ອີຣ່ານ ຊຶ່ງເປັນຄູ່ແຂ່ງ
ຂອງຊາອຸດີຢູ່ໃນ​ຂົງ​ເຂດ ເພື່ອ​ເປັນ​ການ​ແລກປ່ຽນກັບ​ການຈຳກັດຢ່າງ​ເຄັ່ງ​ຄັດ ບໍ່ໃຫ້ອີຣ່ານ​ສາມາດ​ພັດທະນາອາວຸດ​ນິວ​ເຄລຍ. ​ແຕ່ ຖະແຫຼງການຂອງທຳ​ນຽບຂາວ​ກ່າວ​ວ່າ ບັນດາ​
ຜູ້ນຳ​ໄດ້​ເຫັນ​ດີນຳກັນ​ວ່່າ ຂໍ້​ຕົກ ລົງນີ້ “ຈະ​ປ້ອງ​ກັນບໍ່ໃຫ້​ອີຣ່ານ ສາມາດ​ສ້າງ​ອາວຸດນິວ​ເຄລຍໄດ້” ດ້ວຍເຫດນີ້ຈຶ່ງເປັນການເສີມຂະຫຍາຍ​ຄວາມ​ປອດ​ໄພ.

ນີ້​ເປັນ​ການ​ຢ້ຽມຢາມ​ສະຫະລັດ ເທື່ອ​ທຳ​ອິດຂອງ ຜູ້ນຳ​ຊາອຸດີ ນັບ​ແຕ່​ໄດ້​ຂື້ນ​ຄອງ​ບັນລັງ
​ໃນ​ເດືອນ​ມັງ​ກອນຫຼັງ​ຈາກ​ການ​ສິ້ນ​ພະ​ຊົນ​ຂອງກະສັດ Abdullah. ​ເຖິງ​ແມ່ນ​ວ່າ ໄດ້ມີ
​ຄວາມ​ເຄັ່ງ​ຕືງທີ່ຍັງດຳເນີນຢູ່ຕໍ່ມາ​ໃນ​ສາຍພົວພັນກໍຕາມແຕ່ ຖະ​ແຫລ​ງການ​ຂອງທຳ​ນຽບຂາວກ່າວເຖິງການເຈລະຈາຫາລືກັນວ່າ “​ເປັນໄປ​ໃນທາງ​ບວກ ​ແລະ​ໃຫ້ໝາກໃຫ້
ຜົນ” ​ແລະ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ ໃນການເສີມຂະຫຍາຍສາຍພົວພັນຍຸດ​
ທະ​ສາດ​ ຂອງ​ປະ​ເທດ​ທັງ​ສອງ.

ຕໍ່​ບັນ​ຫາອື່ນໆ ຢູ່ໃນ​ຂົງ​ເຂດ​ນັ້ນ ທຳນຽບຂາວກ່າວ​ວ່າ ປະ​ເທດ​ທັງ​ສອງ “​ແມ່ນ ມີຄວາມ​
ເປັນ​ຫ່ວງຮ່ວມກັນ​ກ່ຽວ​ກັບ​ວິ​ກິດ​ການ​ໃນ​ຊີ​ເຣຍ ​ແລະ​ໄດ້​ມີ​ໂອກາດ​ສົນ ທະນາກັນວ່າ ​ເຮົາ
​ຈະ​ສາມາດ​ກ້າວໄປເຖິງໄລຍະ​ຂ້າມ​ຜ່ານດ້ານ​ການ​ເມືອງໄດ້ຢ່າງໃດ.”

ບັນດາ​ຜູ້ນຳຍັງເຫັນ​ດີ​ວ່າ ໄລຍະຂ້າມຜ່ານທາງ​ການ​ເມືອງທີ່ມີຄວາມ​ໝາຍໃດໆນັ້ນ ຈະ​
ຕ້ອງຮວມທັງ ການ​ອອກ​ຈາກ​ໜ້າ​ທີ່​ຂອງປະທານາທິບໍດີ ຊີເຣຍ ທ່ານ Bashar al Assad ​ທີ່ພວກທ່ານ​ກ່າວ​ວ່າ ​ໄດ້ສູນ​ເສຍ​ຄວາມ​ຖື​ກຕ້ອງຊອບທຳ​ໃນ​ການ​ນຳພາ​ຊີ​ເຣຍແລ້ວ.

XS
SM
MD
LG