ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ.ໂອບາມາ ຮຽກຮ້ອງ ໃຫ້ຊາວອາເມຣິກັນ ມີຄວາມຮັກຊາດ ໃນທາງເສດຖະກິດ (ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ຕຳໜິຕິຕຽນ
ໃນອັນທີ່ທ່ານເອີ້ນວ່າ ກຸ່ມນ້ອຍໆແຕ່ພວມເພີ້ມຈຳນວນຂຶ້ນ ຂອງ
ບໍລິສັດຂະໜາດໃຫຍ່ ທີ່ພວມຫຼົບໜີອອກຈາກປະເທດ ເພື່ອຫລີກ
ລ່ຽງບໍ່ຢາກເສຍພາສີ.

ຜູ້ນຳຂອງສະຫະລັດ ກ່າວໃນຄຳປາໄສປະຈຳສັບປະດາຂອງທ່ານ ໃນວັນເສົາມື້ນີ້ວ່າ ບັນ ດາບໍລິສັດເຫລົ່ານີ້ປະທຸລະກິດສ່ວນໃຫຍ່ຂອງຕົນໄວ້ຢູ່ໃນສະຫະລັດແຕ່ພວກເຂົາ “ໂດຍ ພື້ນຖານແລ້ວ ໄດ້ຍົກເລີກການຖືສັນຊາດ” ແລະ ປະກາດວ່າ ພວກເຂົາໄດ້ໄປຕັ້ງຢູ່ບ່ອນ ໃດບ່ອນນຶ່ງເພື່ອຫລີກລ່ຽງບໍ່ຢາກຈ່າຍພາສີຢ່າງຍຸຕິທຳຂອງພວກເຂົາ.

ທ່ານໂອບາມາເວົ້າວ່າ ຊ່ອງໂຫວ່ໃນກົດໝາຍການເສຍພາສີເຮັດໃຫ້ການກະທຳດັ່ງກ່າວນີ້ ຖືກຕ້ອງຕາມກົດໝາຍ.

ປະທານາທິບໍດີໂອບາມາຮຽກຮ້ອງໃຫ້ຊາວອາເມຣິກັນ ໃຫ້ການອູ້ມຊູຕໍ່ລະບົບເສດຖະກິດ
ແບບຮັກຊາດ ທີ່ຈະຫລຸດອັດຕາພາສີຂອງບໍລິສັດໃຫ້ຕ່ຳລົງ ແລະອຸດຕັນຊ່ອງໂຫວ່ທີ່ສິ້ນ ເປືອງບໍ່ເປັນປະໂຫຍດຕ່າງໆ.

ໃນຄຳປາໄສ ຂອງພັກຣີພັບບລີກັນນັ້ນ ສະມາຊິກສະພາຕ່ຳ Steve Daines ຈາກລັດ Montana ເວົ້າວ່າ ປະທານາທິບໍດີໂອບາມາພວມເຮັດສົງຄາມຕໍ່ຕ້ານພວກຄົນຊັ້ນກາງ. ທ່ານ Daines ຮຽກຮ້ອງໃຫ້ສະພາສູງຮັບຜ່ານຮ່າງກົດໝາຍສ້າງວຽກເຮັດງານທຳ ທີ່ສະ ພາຕ່ຳໄດ້ຮັບຮອງເອົາແລ້ວນັ້ນ. ທຳນຽບຂາວແລະສະພາສູງ ແມ່ນຄວບຄຸມໂດຍພັກເດ ໂມແຄຣັດ ແລະສະພາຕ່ຳຄວບຄຸມໂດຍພັກຣີພັບບລີກັນ.

U.S. President Barack Obama has criticized what he calls "a small but growing group" of big corporations that are fleeing the country to avoid paying taxes.

The U.S. leader said in his weekly address Saturday the companies are keeping most of their business inside the United States, but they are "basically renouncing their citizenship," declaring they are based somewhere else to avoid paying "their fair share" of taxes.

Obama said a loophole in the tax law makes this action "totally legal."

The president called on Americans to embrace "economic patriotism" that lowers the corporate tax rate and closes wasteful loopholes.

In the Republican address, Congressman Steve Daines of the western state of Montana said President Obama is waging a war on the middle class. Daines called on the Senate to pass House-approved jobs bills. The White House and Senate are controlled by Democrats; the House of Representatives is controlled by Republicans.

XS
SM
MD
LG