ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ.​ໂອ​ບາ​ມາ ​​ຕັດສິນ​ໃຈ​ ເລື່ອນເວລາ​ ໃນການປ່ຽນ ນະໂຍບາຍ ຄົນ​ເຂົ້າ​ເມືອງ (ວີດີໂອ)


ພວກປະທ້ວງ ຖືກເຈົ້າໜ້າທີ່ຈັບກຸມ ຢູ່ທາງນອກທຳນຽບຂາວ ໃນລະຫວ່າງປະທ້ວງ ຮຽກຮ້ອງໃຫ້ປະຕິຮູບ ດ້ານຄົນເຂົ້າເມືອງ ຢູ່ນະຄອນຫລວງວໍຊິງຕັນ, ວັນທີ 28 ສິງຫາ 2014.
ພວກປະທ້ວງ ຖືກເຈົ້າໜ້າທີ່ຈັບກຸມ ຢູ່ທາງນອກທຳນຽບຂາວ ໃນລະຫວ່າງປະທ້ວງ ຮຽກຮ້ອງໃຫ້ປະຕິຮູບ ດ້ານຄົນເຂົ້າເມືອງ ຢູ່ນະຄອນຫລວງວໍຊິງຕັນ, ວັນທີ 28 ສິງຫາ 2014.

ປະ​ທານ​າທິບໍດີສະຫະລັດທ່ານບາຣັກ ​ໂອ​ບາ​ມາ ​ໄດ້​ຕັດສິນ​ໃຈ​
ເລື່ອນເວລາ​ ໃນການເອົາບາດກ້າວ​ດ້ານ​ຄົນ​ເຂົ້າ​ເມືອງ ໄປໃສ່
ຫຼັງຈາກການ​ເລືອກ​ຕັ້ງ ສະ​ມາຊິກ​ສະພາ ​ໃນ​ເດືອນ​ພະຈິກນີ້.

ເຈົ້າໜ້າທີ່ທຳນຽບຂາວ ກ່າວ​ໃນ​ວັນ​ເສົາ​ວານ​ນີ້ວ່າ ປະທານາ
ທິບໍດີ ​ເຊື່ອ​ວ່າ​ ການເອົາ​ບາດກ້າວ​ຕ່າງໆ​ຂອງ​ທ່ານ​ໃນ​ບັນຫາ
​ທີ່​ມີ​ຄວາມສຳຄັນສູງ ທາງດ້ານການ​ເມືອງ​ລະຫວ່າງ​ການ​ໂຄສະ
ນາ​ຫາ​ສຽງ​ ສຳຫລັບການເລືອກຕັ້ງກາງ​ສະ​ໄໝ ອາດ​ສ້າງຄວາມ
ເສຍຫາຍ ໃຫ້ແກ່​ການດຳເນີນ ຄວາມ​ພະຍາຍາມ​ທີ່​ຈະ​ປະຕິຮູບ
ລະບົບ​ດັ່ງກ່າວຢ່າງ​ກວ້າງຂວາງ. ​ແຕ່​ພວກ​ເຂົາເຈົ້າ​ເວົ້າວ່າ ທ່ານ
ໂອ​ບາ​ມາ ມີ​ແຜນ​ທີ່ຈະເອົາບາດກ້າວກ່ອນ ທ້າຍ​ປີ​ນີ້.

ຢູ່​ໃນ​ການ​ສຳພາດ ​ທີ່​ຈະ​ອອກ​ອາກາດ​ ໃນ​ວັນ​ອາທິດ​ມື້​ນີ້ ​ໃນ​ລາຍການ​ພົບນັກຂ່າວ ຫຼື
Meet the Press ຂອງໂທລະພາບ NBC ນັ້ນທ່ານ ​ໂອ​ບາ​ມາ ​ໄດ້​ກ່າວ​ວ່າ ການ​ຕັດສິນ​
ໃຈກ່ຽວກັບການເລື່ອນເວລາ ໄດ້ມີ ຂຶ້ນກໍ​ເພື່ອ​ຮັບປະກັນ​ວ່າ ການ​ໃຊ້​ອຳນາດບໍ​ລິ​ຫານ​ພິ​
ເສດຂອງ​ທ່ານ ແມ່ນຈະເຮັດໃນແບບທີ່ “ຍືນ​ຍົງ.” ທ່ານ​ຍັງ​ໄດ້​ກ່າວ​ອີກ​ວ່າ ມັນ​ຈະໃຫ້
ເວລາ​ເພີ້ມຕື່ມແກ່ປະຊາຊົນ​ເພື່ອໃຫ້ “​ເຂົ້າ​ໃຈ​ວ່າ ແມ່ນຫຍັງຄືຂໍ້ເທັດ​ຈິງ​ກ່ຽວ​ກັບ​ເລື່ອງ​
ຄົນ​ເຂົ້າ​ເມືອງ ສິ່ງທີ່​ພວກ​ເຮົາ​ໄດ້​ປະຕິບັດ​ໄປ​ແລ້ວນັ້ນກ່ຽວ​ກັບ​ບັນຫາ​ພວກ​ເດັກ
ນ້ອຍທີ່​ເຂົ້າມາ​ທາງ​ພາກ​ໃຕ້​ຂອງ​ສະຫະ​ລັດ​ໂດຍ​ບໍ່​ມີ​ຜູ້​ປົກຄອງ​ຕິດຕາມ​ມາ​ນຳ
ແລະເປັນຍ້ອນ​ຫຍັງ​ມັນຈຶ່ງມີ​ຄວາມ​ຈຳ​ເປັນ.”

ການ​ເລື່ອນເວລາດັ່ງກ່າວນີ້ແມ່ນ​ເບິ່ງກັນ​ຢ່າງ​ກວ້າງຂວາງ​ວ່າ ​ເປັນການ​ຫລຸດຜ່ອນຄວາມ
​ກົດ​ດັນ​ຕໍ່​ສະມາຊິກສະພາສູງຂອງພັກ Democrats ​ທີ່ບ່ອນນັ່ງ ຂອງພວກທ່ານກຳລັງຕົກ
ຢູ່ໃນອັນຕະລາຍ ຍ້ອນ​ໄດ້ຖືກ​ໂຈມ​ຕີ​ຈາກ​ບັນດາ​ສະ​ມາ​ຊິກ​ພັກ Republicans ທີ່ສ່ວນ
ໃຫຍ່ຄັດຄ້ານ​ຕໍ່ອັນ ​ທີ່ເຂົາ​ເຈົ້າເຫັນ​ວ່າ ​ເປັນ​ການ​ໃຫ້ອະໄພຍະ​ໂທດ ແກ່ພວກລັກລອບ
ເຂົ້າເມືອງຜິດກົດໝາຍ ​ແລະຈາກ​ພວກ​ນັກ​ເຄື່ອນ​ໄຫວ​ດ້ານຄົນ​ເຂົ້າ​ເມືອງ​ ຜູ້​ທີ່​ຕ້ອງການ
​ໃຫ້​ເອົາບາດກ້າວ​ດຽວນີ້.

US IMMIGRATION VO
please wait
Embed

No media source currently available

0:00 0:00:25 0:00

XS
SM
MD
LG