ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ໂອບາມາ ຖອນ ທະຫານທີ່ໄປຮັບມື ກັບອີໂບລາ ອອກຈາກ ອາຟຣິກາຕາເວັນຕົກ


US Troops Fighting Ebola Will Come Home, Obama Says
please wait

No media source currently available

0:00 0:02:20 0:00

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກຳລັງ
ຖອນສ່ວນໃຫຍ່ຂອງທະຫານອາເມຣິກັນ ອອກຈາກອາຟຣິກາ
ຕາເວັນຕົກ ທີ່ຕໍ່ສູ້ກັບການລະບາດຂອງອີໂບລາ.

ສະຫະລັດ ໄດ້ສົ່ງທະຫານ 3 ພັນ ຄົນ ເພື່ອຈັດຕັ້ງໜ່ວຍຮັບມື
ຕໍ່ຕ້ານໂຣກ ແລະປິ່ນປົວອີໂບລາ ແລະໂຄງລ່າງອື່ນໆເພື່ອຕໍ່ສູ້ກັບ
ເຊື້ອໄວຣັສນີ້. ທ່ານໂອບາມາ ໄດ້ກ່າວ ໃນວັນພຸດວານນີ້
ໃນວໍຊີງຕັນ ວ່າ ເພາະວ່າພວກກອງກຳລັງທີ່ກ່າວມານີ້ ແມ່ນໄດ້
ປະສົບຜົນສຳເລັດ ໃນການປະກອບພາລະກິດໄດ້ເປັນຢ່າງດີ
ທະຫານທັງໝົດ ຈະກັບຄືນມາຍັງສະຫະລັດ ພາຍໃນເດືອນເມສາ
ຈະນີ້ ຍົກເວັ້ນແຕ່ປະມານ100 ຄົນເທົ່ານັ້ນ ຈະປະຕິບັດງານຕໍ່.

ທ່ານໄດ້ກ່າວວ່າ ທະຫານຈຳນວນ 1 ພັນ 500 ຄົນ ນັ້ນ ແມ່ນໄດ້ກັບຄືນມາແລ້ວ.

ປະທານາທິບໍດີ ໄດ້ກ່າວວ່າ ທ່ານຕ້ອງການຢາກໃຫ້ເປັນທີ່ຈະແຈ້ງວ່າ ເຖິງແມ້ນວ່າ
ກອງກຳລັງຈະກັບຄືນມາແລ້ວກໍຕາມ ແຕ່ວຽກງານໃນການຕໍ່ສູ້ກັບໂຣກອີໂບລາ ມັນບໍ່ຈົບສິ້ນເທື່ອ. ທ່ານໄດ້ກ່າວວ່າ ຈຸດເພັງເລັງໃນປະຈຸບັນນີ ແມ່ນຈະຫຼຸດກໍລະນີຕິດ
ເຊື້ອຂອງໂຣກນີ້ ໃຫ້ເຫຼືອສູນ ເພາະວ່າໃນຄຳເວົ້າຂອງທ່ານ “ທຸກໆກໍລະນີ ນັ້ນແມ່ນ
ຖ່ານທີ່ຍັງບໍ່ມອດ” ຊຶ່ງມັນສາມາດລະບາດຄືນໃໝ່ໄດ້.

ກອງກຳລັງສະຫະລັດ ທີ່ຍັງເຫລືອຢູ່ໃນອາຟຣິກາຕາເວັນຕົກ ຄາດຫວັງວ່າຈະຮ່ວມງານ
ກັບກອງກຳລັງທະຫານລີເບຍ ພາຄີຂອງຂົງເຂດ ແລະພົນລະເຮືອນສະຫະລັດ ຈະດຳ
ເນີນສືບຕໍ່ ຕໍ່ສູ້ກັບໂຣກອີໂບລາ ຕໍ່ໄປ.

XS
SM
MD
LG