ປະທານາທິບໍດີ ສະຫະລັດ ທ່ານ Barack Obama ໄດ້ຮຽກ
ຮ້ອງໃຫ້ມີການ ສ້າງຄວາມເຊື່ອຖື ຄືນມາໃໝ່ ໃນລະຫວ່າງ
ຕຳຫລວດ ແລະ ບັນດາປະຊາຄົມ ຊົນກຸ່ມນ້ອຍ ລຸນຫລັງໄດ້
ມີການກໍ່ການຈະລາຈົນໃນອາທິດແລ້ວນີ້ ຢູ່ທີ່ເມືອງ Baltimore
ຍ້ອນການຕາຍຂອງຊາຍໜຸ່ມຜີວດຳຄົນນຶ່ງ ທີ່ໄດ້ເສຍຊີວິດໄປ
ໃນລະຫວ່າງທີ່ຖືກຕຳຫລວດຄວບຄຸມຕົວໄວ້.
ໃນການປະກົດໂຕຢູ່ໃນລາຍການ “The Late Show with
David Letterman” ຂອງໂທລະພາບຊ່ອງ CBS ນັ້ນ ປະທາ
ນາທິບໍດີ Obama ກ່າວວ່າ ຜົນສະທ້ອນທີ່ຍັງມີຢູ່ຕໍ່ມາ ຂອງ
ຄວາມເປັນຂ້າທາດ ແລະການຈຳແນກຜິວພັນ ຍັງສືບຕໍ່ສົ່ງ
ຜົນກະທົບຢ່າງລຶກຊຶ້ງ ຕໍ່ບັນດາປະຊາຄົມອາເມຣິກັນເຊື້ອ
ສາຍອາຟຣິກາ.
ປະທານາທິບໍດີໂອບາມາ ປະກາດໂຄງການໃໝ່ ສຳຫລັບຊາວໜຸ່ມຊົນກຸ່ມນ້ອຍ:
ແລະໃນລະຫວ່າງການພົບປະກັບ ບັນດາຊາວໝຸ່ມຊົນກຸ່ມນ້ອຍ ກ່ອນໜ້ານັ້ນໃນມື້ດຽວກັນ
ທ່ານ Obama ຮັບຮູ້ວ່າ ຊາວໜຸ່ມອາເມຣິກັນ ເຊື້ອສາຍອາຟຣິກາ ແລະເຊື້ອສາຍລາຕິນ
ຫລາຍໆຄົນ ໄດ້ປະເຊີນກັບ “ຄວາມເສຍປຽບຫລາຍໆຢ່າງ ຕັ້ງແຕ່ມື້ເກີດແລ້ວ” ແລະວ່າ
ເຂົາເຈົ້າໄດ້ຮັບການປະຕິບັດຕໍ່ທີ່ບໍ່ສະເໝີພາບ ຈາກຕຳຫລວດ.
ທ່ານ ກ່າວວ່າ ພວກຊາຍໜຸ່ມຜີວດຳ ກຳລັງຖືກຢຸດ ແລະປໍ້າລົງດິນໂດຍເຈົ້າໜ້າທີ່ຕຳ
ຫລວດ ໂດຍບໍ່ມີເຫດຜົນ ແລະການກະທຳດັ່ງກ່າວນຳພາໄປສູ່ ຄວາມຮຸນແຮງທີ່ເກີດຂື້ນ
ຢູ່ໃນຫລາຍໆເມືອງ ເຊັ່ນ ເມືອງ Baltimore ແລະເມືອງ Ferguson ລັດ Missouri.
ສະພາບການໃນເມືອງ Baltimore ສະຫງົບລົງແດ່ແລ້ວ: