ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ນຳ ມຽນມາ ຈັດກອງປະຊຸມ ສຸດຍອດ ເທື່ອທຳອິດ ແຕ່ບໍ່ມີ ຄວາມຄືບໜ້າ


ປະທານາທິບໍດີມຽນມາ ທ່ານເທນ ເຊນ ຈັບມືກັບຜູ້ນຳ ພັກຝ່າຍຄ້ານ ທ່ານນາງອອງຊານ ຊູຈີ ທີ່ທຳນຽບ ປະທານາທິບໍດີ ໃນນະຄອນຫຼວງເນປີດໍ (31 ຕຸລາ 2014)
ປະທານາທິບໍດີມຽນມາ ທ່ານເທນ ເຊນ ຈັບມືກັບຜູ້ນຳ ພັກຝ່າຍຄ້ານ ທ່ານນາງອອງຊານ ຊູຈີ ທີ່ທຳນຽບ ປະທານາທິບໍດີ ໃນນະຄອນຫຼວງເນປີດໍ (31 ຕຸລາ 2014)

ປະທານາທິບໍດີມຽນມາ ແລະພວກຜູ້ນຳທະຫານ ໄດ້ພົບປະກັນ
ກັບພວກຜູ້ນຳການເມືອງແລະພວກຊົນກຸ່ມນ້ອຍຕ່າງໆ ຊຶ່ງເປັນ
ການພົບປະສຸດຍອດເທື່ອທຳອິດ ໃນທຳນອງນີ້ ຢູ່ໃນປະເທດທີ່
ພວມໂຜ່ໂຕອອກມາ ຈາກການປົກຄອງໂດຍກົງ ຂອງພວກທະ
ຫານ ເປັນເວລາຫຼາຍໆທົດສະວັດ.

ລັດຖະມົນຕີກະຊວງຖະແຫຼງຂ່າວ ທ່ານ Ye Htut ກ່າວວ່າ ພວກ
ທີ່ເຂົ້າຮ່ວມທັງໝົດ ໃນກອງປະຊຸມສຸດຍອດ ທີ່ຈັດຂຶ້ນຢູ່ນະຄອນ
ຫຼວງເນປີດໍຄັ້ງນີ້ ໄດ້ຕົກລົງກັນທີ່ຈະສືບຕໍ່ຂັ້ນຕອນການປະຕິຮູບ
ທາງການເມືອງ ການດຳເນີນຄວາມພະຍາຍາມເພື່ອໃຫ້ມີການຢຸດ
ຍິງໃນທົ່ວປະເທດ ແລະການເລືອກຕັ້ງສະພາແຫ່ງຊາດປີ 2015.

ບໍ່ມີລາຍງານໃຫ້ຊາບ ກ່ຽວກັບຄວາມຄືບໜ້າໃດໆ ແຕ່ລັດຖະມົນຕີກະຊວງຖະແຫຼງຂ່າວ ເວົ້າວ່າ ບັນດາຜູ້ເຂົ້າຮ່ວມຮວມທັງຜູ້ນຳພັກຝ່າຍຄ້ານ ທ່ານນາງອອງ ຊານຊູຈີໄດ້ຕົກລົງ ທີ່ຈະທຳການເຈລະຈາຫາລືກັນຕື່ມໃນໂອກາດຕໍ່ໄປແຕ່ບໍ່ໄດ້ແຈ້ງໃຫ້ຊາບຢ່າງຄັກແນ່ກ່ຽວ ກັບວັນເວລາ.

ຂະນະດຽວກັນ ມຽນມາພວມປະເຊີນກັບບັນຫາທ້າທາຍຫຼາຍໆຢ່າງ ໃນຂະນະທີ່ປະເທດ ດັ່ງກ່າວ ຫາກໍໂຜ່ໂຕອອກມາ ຈາກອະດີີດສະພາບທີ່ເປັນປະເທດທີ່ຖືກກົດຂີ່ຮ້າຍແຮງທີ່ ສຸດໂດຍພວກຜະເດັດການນັ້ນ.

ທີ່ລັດຣາໄຄນ໌ ຊຶ່ງໄດ້ເກີດຄວາມຮຸນແຮງ ຢູ່ໃນພາກຕາເວັນຕົກຂອງປະເທດນັ້ນ ຊາວໂຣ ຮິງຢາ ທີ່ເປັນຊົນກຸ່ມນ້ອຍ ໄດ້ຈົ່ມວ່າກ່ຽວກັບການຂົ່ມເຫັງກັ່ນແກ້ງຈາກລັດຖະບານແລະ ຈາກສັງຄົມຂອງພວກຊົນກຸ່ມໃຫຍ່.

ນອກນັ້ນ ລັດຖະບານກໍກຳລັງພະຍາຍາມ ຊອກຫາຊ່ອງທາງ ໃຫ້ມີການຢຸດຍິງ ໃນທົ່ວປະ ເທດກັບພວກຊົນກຸ່ມນ້ອຍຕ່າງໆທີ່ໄດ້ທຳການຕໍ່ສູ້ກັບທະຫານລັດຖະບານ ມາເປັນເວລາ ຫຼາຍທົດສະວັດແລ້ວນັ້ນ.

ຍິ່ງໄປກວ່ານັ້ນ ຍັງມີຄວາມເຄັ່ງຕຶງກ່ຽວກັບການດຳເນີນຄວາມພະຍາຍາມ ໂດຍພັກການ ເມືອງຂອງທ່ານນາງອອງຊານ ຊູຈີ ທີ່ຈະປ່ຽນແປງກົດໝາຍລັດຖະທຳມະນູນ ຊຶ່ງໃຫ້ການ ຄ້ຳປະກັນໃນການມີບົດບາດທີ່ຄອບງຳຂອງພວກທະຫານຢູ່ໃນວົງການເມືອງຂອງມຽນມາ.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ຮຽກຮ້ອງໃຫ້ມຽນມາ ຈັດການເລືອກຕັ້ງ ສະພາແຫ່ງຊາດ ແບບມີຫລາຍພັກຝ່າຍເຂົ້າຮ່ວມ ແລະເປັນທີ່ໜ້າເຊື່ອຖື ໃນປີໜ້ານີ້.

ການໃຫ້ຄວາມເຫັນດັ່ງກ່າວ ຂອງປະທານາທິບໍດີໂອບາມາ ມີຂຶ້ນໃນລະຫວ່າງທີ່ທ່ານໄດ້ ໂທລະສັບໄປຫາ ປະທານາທິບໍດີ ເທນເຊນ ແລະຜູ້ນຳພັກຝ່າຍຄ້ານ ທ່ານນາງອອງຊານ
ຊູຈີ ໃນວັນພະຫັດວານນີ້.

MYANMAR US VO
please wait
Embed

No media source currently available

0:00 0:00:32 0:00

XS
SM
MD
LG