ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອ​ບາ​ມາ ຈະຖະ​ແຫລງ ໃຫ້ຊາບ ກ່ຽວກັບແຜນການ ປະຕິບັດງານ ຕໍ່ກຸ່ມ ລັດອິສ​ລາມ (ສະໄລດ໌)


ປະທາ​ນາ​ທິບໍດີສະຫະລັດທ່ານບາຣັກ ​ໂອ​ບາ​ມາ ມີກຳນົດຈະຖະ
​ແຫຼ​ງໃຫ້ຊາບ ​ໃນ​ວັນ​ພຸດ​ມື້​ນີ້ ກ່ຽວ​ກັບລາຍລະອຽດ ຂອງການ​ປະ
ຕິ​ບັດງານ​ທາງທະຫານ​ເພື່ອ​ໂຈມ​ຕີ​ກຸ່ມຫົວ​ຮຸນ​ແຮງ ລັດອິສ​ລາມ.

ປະທາ​ນ​ນາ​ທິບໍດີ ຈະ​ພົບ​ປະ​ກັບ​ ນາຍ​ພົນ Lloyd Austin ຜູ້​ບັນ
ຊາ​ການ​ກຳລັງສະຫະລັດໃນເຂດພາກຕາເວັນອອກກາງ ອາຟຣິກາ
ເໜືອແລະເອເຊຍກາງ ຫຼື CENTCOM ເພື່ອປຶກສາ​ຫາລື​ ​ກ່ຽວກັບ
ຄວາມ​ພະຍາຍາມ​ທີ່ພວມດຳເນີນຢູ່ ໃນການສ້າງຕັ້ງແນວໂຮມ​ນາໆ
​ຊາດ ​ເພື່ອ​ໃຫ້​ບັນລຸ​ຈຸດປະສົງ​ຂອງທ່ານ ​ໃນ​ການທີ່ຈະ​ສ້າງຄວາມ
ເສຍຫາຍ​ແລະ​ທຳລາຍ ກຸ່ມຫົວ​ຮຸນ​ແຮງອິສລາມ ທີ່​ໄດ້​ຍຶດ​ເອົາ​ຫຼາຍ​ໆ
ເຂດໃນ​ອີຣັກ​ແລະ​ຊີ​ເຣຍ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ທ່ານ Chuck Hagel ກໍ​ຈະ​ເຂົ້າຮ່ວມ ໃນ​ກອງ​ປະຊຸມ​ນີ້
​ເຊັ່ນ​ກັນ ນຶ່ງ​ມື້​ຫຼັງ​ຈາກ ​ທີ່​ທ່ານ​ໄດ້​ແຈ້ງໃຫ້ຄະນະກຳມະການຂອງ​ລັດຖະສະພາ​ຊາບວ່າ “ຄວາມພະຍາຍາມນີ້ແມ່ນສະລັບສັບຊ້ອນ” ແລະມັນກໍຈະໃຊ້ເວລາ. ທ່ານຍັງໄດ້ເນັ້ນ
ໃຫ້ເຫັນເຖິງ ຄວາມຈຳເປັນ ທີ່ຈະຕ້ອງມີພາຄີທີ່ເຂັ້ມແຂງແບບມີຄຸນນະພາບ.

​ທ່ານ​ນາຍ​ພົນ Martin Dempsey ປະທານ​ເສນາ​ທິການຮ່ວມຂອງກອງທັບສະຫະລັດ ໄດ້ບອກຄະນະກຳມະການດຽວກັນນີ້ວ່າ ຖ້າຫາກວ່າ ທ່ານຄິດວ່າ ທີ່ປຶກສາທາງທະຫານ ສະຫະລັດໃນອີຣັກ ຈຳເປັນຕ້ອງໄດ້ຕິດຕາມກຳລັງອີຣັກໄປສູ້ລົບນັ້ນ ທ່ານກໍຈະຮ້ອງຂໍໃຫ້
ທ່ານໂອບາມາອະນຸມັດ.

ປະທາ​ນ​ນາ​ທິບໍດີ ໄດ້ກ່າວຍ້ຳ ຊ້ຳແລ້ວຊ້ຳອີກວ່າ ທ່ານຈະບໍ່ສົ່ງກຳລັງສູ້ລົບກັບຄືນໄປຍັງ
ອີຣັກອີກ.

XS
SM
MD
LG