ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ໂອບາມາ ກ່າວບອກ ຜູ້ນຳທຸລະກິດ ໃນເອເພັກ ວ່າ ສຫລ ໃຫ້ຄວາມໝາຍໝັ້ນ ຕໍ່ເອເຊຍ


ປະທານາທິບໍດີ ບາ​ຣັກ ​ໂອ​ບາ​ມາ ກ່າວຖະແຫລງ ຢູ່ທີ່ ກອງ​ປະຊຸມ​ສຸດ​ຍອດ ຜູ້ນຳທຸລະກິດ ຂອງ APEC ໃນນະຄອນຫລວງປັກກິ່ງ (10 ພະ​ຈິກ 2014)
ປະທານາທິບໍດີ ບາ​ຣັກ ​ໂອ​ບາ​ມາ ກ່າວຖະແຫລງ ຢູ່ທີ່ ກອງ​ປະຊຸມ​ສຸດ​ຍອດ ຜູ້ນຳທຸລະກິດ ຂອງ APEC ໃນນະຄອນຫລວງປັກກິ່ງ (10 ພະ​ຈິກ 2014)

ປະທານາທິບໍດີ​ສະຫະລັດ ທ່ານບາ​ຣັກ ​ໂອ​ບາ​ມາ ​ໄດ້ກ່າວ​ຄຳ​
ປາ​ໄສຕໍ່ຜູ້ນຳທຸລະ​ກິດ ທີ່​ກອງ​ປະຊຸມ​ສຸດ​ຍອດ ວ່າດ້ວຍການ
ຮ່ວມມື ທາງດ້ານເສດຖະກິດ ໃນເຂດເອເຊຍ ປາຊີຟິກ ທ່ານ​
ໄດ້​ບອກ​ບັນດາ​ຜູ້ນຳນັກທຸລະກິດ​ວ່າ ສະຫະລັດແມ່ນ​ມີ​ຄວາມ​
ໝາຍ​ໝັ້ນ ຢ່າງ​ຮອບດ້ານ​ຕໍ່​ເອ​ເຊຍ.

ນອກນັ້ນ ທ່ານ​ໂອ​ບາ​ມາ ​ໄດ້​ປະກາດ​ ນະ​ໂຍບາຍ​ທາງ​ດ້ານ​ວີ​ຊາ​ໃໝ່​ກັບ​ຈີນ ​ໃນ​ວັນ​ຈັນ
​ມື້​ນີ້ ວ່າ ຈະ​ເພີ້​ມອາຍຸ ຂອງ​ວີ​ຊາ​ຢ້ຽມຢາມ​ ລະຍະ​ສັ້ນອອກໄປ ​ແລະ ວີ​ຊາທຸລະ​ກິດ ທີ່​ໄດ້​
ອອກໃຫ້​ແກ່​ພົນລະ​ເມືອງ ເຊິ່ງກັນ ແລະ​ກັນນັ້ນ ຈາກ 1 ​ປີ ​ເປັນ 10 ປີ - ຊຶ່ງ​ເປັນ​ອາຍຸ
​ອັນ​ຍາວ​ທີ່​ສຸດ ທີ່​ອະນຸຍາດ​ໃຫ້​ໄດ້​ພາຍ​ໃຕ້ກົດໝາຍສະຫະລັດ ​ແລະ ຈະ​ຕໍ່ອາຍຸຂອງວີ​ຊາ​
ນັກຮຽນ ​ແລະ ວີ​ຊາ​ນັກຮຽນ​ແລກປ່ຽນ ຈາກ 1 ປີ ​ເປັນ 5 ປີ. ຂໍ້​ຕົກລົງໃໝ່​ນີ້ ຈະ​ມີ​ຜົນ​ໃຊ້​
ໄດ້​ໃນ​ວັນ​ທີ 12 ​ເດືອນ​ພະ​ຈິກ​ປີ​ນີ້ເປັນຕົ້ນໄປ.

ປະທານາທິບໍດີ​ອາ​ເມຣິກັນ ຍັງ​ໄດ້​ສົ່ງ​ເສີມ ​ແຜນການ​ສຳລັບ 12 ປະ​ເທດ ຂອງ​ວໍ​ຊິກ​ຕັນນັ້ນ
ກໍ່​ຄື “ພາຄີ​ຂ້າມ​ມະຫາ​ສະມຸດ​ປາຊີ​ຟິກ ຫຼື Trans-Pacific Partnership.” ​ແຜນ​ດັ່ງກ່າວ​ນັ້ນ ​ແມ່ນ​ເປັນ​ຂໍ້​ຂັດ​ແຍ້​ງກັນ ​ເພາະວ່າ

ມັນ​ບໍ່​ໄດ້​ລວມ​ຈີນ​ເຂົ້ານຳ ​ແລ​ະ ​ເປັນ​ການ​ແຂ່ງຂັນ​ກັບ ​ແຜນການ​ຂອງ​ປັກ​ກິ່ງ ສຳ​ຫລັບ​ເຂດ​ຕະຫລາດ​ເສລີເອ​ເຊຍ.

Obama Seeks a Brighter Future for US-China Relations
please wait

No media source currently available

0:00 0:01:55 0:00


President Barack Obama has addressed the Asia-Pacific Economic Cooperation CEO summit, telling business leaders that the United States is entirely committed to Asia.

Obama announced a new visa policy with China Monday that will increase the validity of short-term tourist and business visas issued to one another's citizens from one to ten years - the longest validity allowed under U.S. law - and extend the validity of student and exchange visas from one to five years. The new agreement will go into effect November 12.

The American president also promoted Washington's plans for a 12-nation Trans-Pacific Partnership. The plan is controversial because it excludes China and competes with Beijing's plans for an Asian free trade zone.

XS
SM
MD
LG