ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອ​ບາ​ມາ ​​ປະກາດ ແຜນການຈັດ​ຕັ້ງ ພາຄີຮັບ​ມື​ ຢ່າງ​ວ່ອງ​ໄວ​​ ໃນ​ການ​ຮັກ​ສາ​ ສັນຕິພາບອາ​ຟຣິກັນ (ວີດີໂອ)


ປ.ສຫລ ໂອບາມາ ຖະແຫລງ ໃນກອງປະຊຸມ ຜູ້ສື່ຂ່າວຢູ່ ກະຊວງການຕ່າງປະເທດ ຫຼັງຈາກສິ້ນສຸດ ກອງປະຊຸມສຸດຍອດ ຜູ້ນຳສະຫະລັດ ອາຟຣິກາ ແລ້ວ ໃນວໍຊິງຕັນ, ວັນທີ 6 ສິງຫາ 2014.
ປ.ສຫລ ໂອບາມາ ຖະແຫລງ ໃນກອງປະຊຸມ ຜູ້ສື່ຂ່າວຢູ່ ກະຊວງການຕ່າງປະເທດ ຫຼັງຈາກສິ້ນສຸດ ກອງປະຊຸມສຸດຍອດ ຜູ້ນຳສະຫະລັດ ອາຟຣິກາ ແລ້ວ ໃນວໍຊິງຕັນ, ວັນທີ 6 ສິງຫາ 2014.

ສະຫະລັດຈະ​ລົງທຶນ 110 ລ້ານ​ດອລລ່າ​ຕໍ່ປີ ​ໃນ​ລະຍະ 3
ຫາ 5 ປີ ​ເພື່ອ​ຊ່ວຍ​ສ້າງ​ຄວາມ​ສາມາດ ​ໃຫ້​ແກ່ກອງ​ທັບ​ຕ່າງໆ
ຂອງ​ອາ​ຟຣິກາ ​ໃນ​ການ​ຈັດ​ສົ່ງຢ່າງ ວ່ອງ​ໄວ ​ທະຫານ​ຮັກສາ​
ສັນຕິພາບ ​ໄປຮັບ​ມື​ກັບ​ການ​ຂົ່ມຂູ່ຈາກຫຼາຍໆດ້ານ ລວມທັງ​
ການ​ສູ້​ລົບ ການ​ກໍ່​ການ​ຮ້າຍ ​ແລະ ການ​ຄ້າ​ມະນຸດ.

ປະທານາທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ໄດ້​ປະກາດ
ການຈັດ​ຕັ້ງ ພາຄີຮັບ​ມື​ຢ່າງ​ວ່ອງ​ໄວໃນ​ການ​ຮັກ​ສາ​ສັນຕິພາບ
ອາ​ຟຣິກັນ ຫຼື African Peacekeeping Rapid Response
Partnership ​ໃນ​ວັນ​ພຸດ​ວານ​ນີ້ ຊຶ່ງ​ທ່ານ​ກ່າວ​ວ່າ “ໂລກທັງ
ໝົດ ແມ່ນ​ມີ​ສ່ວນໄດ້​ສ່ວນ​ເສຍ ​ໃນ​ການ​ຮັກສາ​ສັນຕິພາບ
ຢູ່​ອາ​ຟຣິກາ.”
ການ​ປະກາດ​ດັ່ງກ່າວ ມີ​ຂຶ້ນ​ໃນ​ມື້​ສຸດ​ທ້າຍ​ຂອງກອງ​ປະຊຸມ​ສຸດ​ຍອດ​
ສະຫະລັດ-ອາ​ຟຣິກາ ​ເປັນ​ເວລາ 3 ມື້ ຢູ່​ວໍ​ຊິງ​ຕັນ.

ພາຄີ​ດັ່ງກ່າວຈະ​ເລີ້ມດ້ວຍ 6 ປະ​ເທດ​ໃນ​ອາ​ຟຣິກາ ຄື Senegal Ghana Ethiopia
Rwanda Tanzania ​ແລະ Uganda. ບັນດາ​ປະ​ເທດ​ດັ່ງກ່າວ ຈະ​ຕ້ອງໝາຍໝັ້ນ ຕໍ່​
ການຮັກສາ​ກອງ​ກຳລັງ​ແລະອຸປະກອນ ​ໃຫ້​ພ້ອມທີ່​ຈະ​ສົ່ງ​ອອກ​ໄປປະຕິບັດ​ງານ​ດ້ວຍ​
ຄວາມ​ວ່ອງ​ໄວ ​ແລະ ຕົກລົງ​ທີ່​ຈະ​ປະຕິບັດ​ງານ​ຮ່ວມກັບ ກອງກຳລັງຂອງ​ສະຫະ​ປະຊາ
​ຊາດ ​ແລະຂອງສະຫະພາບ​ອາຟຣິກາ ທີ່​ປະຕິບັດ​ງານ​ຢູ່​ໃນ​ອາ​ຟຣິກາ.

ທຳນຽບຂາວ ກ່າວ​ວ່າ ບັນດາຜູ້ນຳ​ຂອງອາ​ຟຣິກາ​ ​ໄດ້​ເ​ຮັດ​ໃຫ້​ເປັນ​ທີ່​ຈະແຈ້ງ​ໃນ​ອາທິດ​ນີ້
ວ່າ ການ​ກໍ່ສ້າງຄວາມ​ສາມາດຂອງ​ພວກ​ເຂົາ​ເຈົ້າ​ໃນ​ການ​ຮັບ​ມືກັບ​ວິ​ກິດ​ການ​ໄດ້ຢ່າງ​ວ່ອງ
​ໄວ​ນັ້ນ ​ແມ່ນ​ເປັນ​ເລື້ອງ​ສຳຄັນ​ທີ່​ສູງ​ສຸດ ຢູ່​ໃນ​ວຽກ​ງານ​ຮັກສາ​ສັນຕິພາບ ​ແລະຄວາມ​ໝັ້ນ
ຄົງ​ຂອງ​ພວກ​ເຂົາ​ເຈົ້າ.

ສະຫະລັດ​ຍັງ​ໄດ້​ສັນຍາ​ ທີ່​ຈະ​ສະໜອງ​ອຸປະກອນ​ເພີ້​ມຕື່ມ​ອີກ ໃຫ້​ແກ່​ກອງ​ຮັກສາ​ສັນຕິ​ພາບ ​ອາ​ຟຣິກັນ ​ໃນ​ໂຊ​ມາ​ເລຍ ​ແລະ ສາທາລະນະ​ລັດ​ອາ​ຟຣິກາ​ກາງ.

Three-Day African Summit Yields $37 Billion
please wait

No media source currently available

0:00 0:02:36 0:00

XS
SM
MD
LG