ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ.ໂອບາມາ ວ່າ ການນຳພາ ຂອງ ອາເມຣິກາ ຄືສິ່ງນຶ່ງ ທີ່ແນ່ນອນ


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ການ
ນຳພາຂອງອາເມຣິກາ ຄືສິ່ງນຶ່ງທີ່ບໍ່ມີການປ່ຽນແປງໃນໂລກທີ່ບໍ່
ມີຄວາມແນ່ນອນນັ້ນ.

ທ່ານໂອບາມາ ກ່າວໃນຄຳປາໄສ ປະຈຳສັບປະດາ ຂອງທ່ານ
(weekly address)ໃນວັນເສົາມື້ນີ້ວ່າ ອາເມຣິກາໄດ້ເອົາບົດ
ບາດເປັນຜູ້ນຳພາຕໍ່ບັນຫາທ້າທາຍທີ່ຮີບດ່ວນທີ່ສຸດຂອງໂລກ
ຮວມທັງການຕໍ່ສູ້ເພື່ອສ້າງຄວາມເສຍຫາຍແລະທຳລາຍກຸ່ມກໍ່
ການຮ້າຍ ISIL ແລະການດຳເນີນຄວາມພະຍາຍາມ ປຸກລະ
ດົມໃຫ້ໂລກ ຮ່ວມກັນຕ້ານ ການຮຸກຮານຂອງຣັດເຊຍ ຢູ່ໃນຢູ
ເຄຣນ.

ປະທານາທິບໍດີໂອບາມາ ເວົ້າວ່າ ອາເມຣິກາຍັງເປັນຜູ້ນຳພາ ໃນການຕໍ່ສູ້ ເພື່ອຄວບຄຸມ
ແລະກຳຈັດການລະບາດຂອງອີໂບລາໃນເຂດອາຟຣິກາຕາເວັນຕົກແລະພົວພັນກັບບັນ ດາປະເທດພາຄີ ແລະພັນທະມິດຕື່ມຂຶ້ນ ເພື່ອປະເຊີນໜ້າ ກັບໄພຂົ່ມຂູ່ ທີ່ພວມເພີ້ມທະວີ ຂຶ້ນຈາກການປ່ຽນແປງຂອງດິນຟ້າອາກາດ ກ່ອນທີ່ມັນຈະຊ້າເກີນໄປ.

ປະທານາທິບໍດີໂອບາມາກ່າວວ່າ ປະຊາຊົນຂອງໂລກ ໄດ້ຫລຽວມາຫາພວກເຮົາເພື່ອໃຫ້ ເປັນຜູ້ນຳພາ ແລະພວກເຮົາກໍຍ້ອນດີຮັບເອົາ ຄວາມຮັບຜິດຊອບດັ່ງກ່າວນັ້ນ.

XS
SM
MD
LG