ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປ. ໂອບາມາ ປະກາດວ່າ ແນວໂຮມພັນທະມິດ ຈະທຳລາຍ ກຸ່ມລັດອິສລາມ (ສະໄລດ໌/ວີດີໂອ)


Obama Vows Allied Coalition to Degrade and Destroy Islamic State
please wait

No media source currently available

0:00 0:02:31 0:00

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ປະຕິຍານວ່າ ທ່ານຈະຕາມລ່າຫາໂຕພວກຫົວຮຸນແຮງລັດອິສລາມບໍ່ວ່າພວກ
ເຂົາຈະຢູ່ແຫ່ງຫົນໃດ ຮວມທັງໃນຊີເຣຍນຳດ້ວຍ. ໃນຄຳປາໄສ ຕໍ່ປະຊາຊົນຊາວອາເມຣິກັນ ໃນຕອນແລງ ຂອງ ມື້ວັນພຸດຜ່ານ
ມານີ້ ປະທານາທິບໍດີປະກາດວ່າ ສະຫະລັດ ຈະນຳພາໃນອັນທີ່
ທ່ານເວົ້າວ່າ ເປັນກຸ່ມແນວໂຮມທີ່ປະກອບດ້ວຍຫຼາຍໆປະເທດ
ເພື່ອຕ່າວປີ້ນໄພຂົ່ມຂູ່ ທີ່ມາຈາກກຸ່ມຫົວຮຸນແຮງດັ່ງກ່າວນີ້. ຜູ້ສື່
ຂ່າວວີໂອເອ Aru Pande ມີລາຍງານເພີ້ມຕື່ມກ່ຽວກັບເລື່ອງນີ້
ດັ່ງໄພສານ ຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບ
ຕໍ່ໄປ.

ໂລກໄດ້ແຕ່ພາກັນເບິ່ງໃນຂະນະທີ່ພວກຫົວຮຸນແຮງຈາກກຸ່ມລັດອິສລາມທຳການສັງຫານ ຢ່າງໂຫດຮ້າຍປ່າເຖື່ອນ ຢູ່ໃນຊີເຣຍແລະອີຣັກ ເຂົ້າຍຶດເອົາດິນແດນຫລາຍໆເຂດ ຢູ່ໃນ ປະເທດທັງສອງ ໃນຂະນະທີ່ມີການເກັບເກນ ເອົາຊາວຕ່າງປະເທດ ໄປສູ້ລົບ ໃຫ້ແກ່ລັດ ອິສລາມນັ້ນ.

ເວລານີ້ແມ່ນໄດ້ຫລາຍເດືອນມາແລ້ວ ປະທານາທິບໍດີບາຣັກ ໂອບາມາຈຶ່ງໄດ້ປະກາດໃຫ້ ອາເມຣິກາ ເປັນຝ່າຍບຸກໂຈມຕີ.

ປະທານາທິບໍດີໂອບາມາເວົ້າວ່າ “ຂ້າພະເຈົ້າໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າພວກເຮົາ ຈະຕາມລ່າຫາພວກກໍ່ການຮ້າຍທີ່ຂົ່ມຂູ່ຕໍ່ປະເທດຂອງພວກເຮົາ ບໍ່ວ່າພວກເຂົາຈະຢູ່ແຫ່ງ ຫົນໃດ. ນັ້ນໝາຍຄວາມວ່າ ຂ້າພະເຈົ້າຈະບໍ່ລັງໄລໃຈເລີຍທີ່ຈະເອົາບາດກ້າວຕໍ່ກຸ່ມ ISIL ໃນຊີເຣຍ ດັ່ງດຽວກັນກັບໃນອີຣັກ. ນີ້ແມ່ນຫຼັກແກນກາງໃນສະໄໝການເປັນປະທານາທິ ບໍດີຂອງຂ້າພະເຈົ້າ ນັ້ນກໍຄື ຖ້າເຈົ້າຫາກຂົ່ມຂູ່ອາເມຣິກາ ເຈົ້າຈະບໍ່ມີບ່ອນຫລົບລີ້.”

ທ່ານໂອບາມາ ໄດ້ກ່າວໂດຍກົງ ຕໍ່ປະຊາຊົນຊາວອາເມຣິກັນ ທີ່ອິດເມື່ອຍ ຕໍ່ການເຮັດສົງ ຄາມ ໃນຕອນແລງຂອງມື້ວັນພຸດຜ່ານມາ ຫລັງຈາກໄດ້ມີການຕັດຫົວນັກຂ່າວອາເມຣິກັນ
2 ຄົນ ເມື່ອໄວໆມານີ້ ໂດຍພວກຫົວຮຸນແຮງຢູ່ໃນວີດີໂອທີ່ຊາວອາເມຣິກັນກຳລັງປະເຊີນ ກັບໄພຂົ່ມຂູ່ໃໝ່ນັ້ນ. ທ່ານໂອບາມາໄດ້ເປີດເຜີຍຍຸດທະສາດໃນການຕໍ່ຕ້ານພວກກໍ່ການ ຮ້າຍຂອງສະຫະລັດ ຄ້າຍຄືກັນກັບການດຳເນີນຄວາມພະຍາຍາມຂອງອາເມຣິກັນ ຢູ່ໃນ ເຢເມນແລະໂຊມາເລຍ. ທ່ານກ່າວວ່າ ເປົ້າໝາຍຂອງທ່ານກໍຄືສ້າງຄວາມເສຍຫາຍເປັນ ຂັ້ນໆ ແລະໃນທີ່ສຸດ ກໍທຳລາຍພວກຫົວຮຸນແຮງ ລັດອິສລາມ ທີ່ຮູ້ກັນໂດຍຊື່ຫຍໍ້ວ່າ ກຸ່ມ
ISIL ນັ້ນ.

ປະທານາທິບໍດີໄດ້ປະກາດວ່າສະຫະລັດນັບແຕ່ນີ້ໄປຈະຕາມລ່າຫາບ່ອນຫຼົບລີ້ຂອງພວກ ຫົວຮຸນແຮງກຸ່ມນີ້ ຢູ່ໃນຊີເຣຍ ຂະນະທີ່ເພີ້ມການໃຫ້ຄວາມສະໜັບສະໜຸນ ກຸ່ມຕໍ່ຕ້ານລັດ ຖະບານໃນຊີເຣຍ ທີ່ນິຍົມແນວທາງປານກາງ ທີ່ພວມທຳການຕໍ່ສູ້ ກັບທັງພວກກະບົດລັດ ອິສລາມ ແລະອຳນາດການປົກຄອງຂອງປະທານາທິບໍດີ Bashar al-Assad.

ແລະໃນຂະນະທີ່ ລັດຖະບານຊຸດໃໝ່ ຂອງອີຣັກ ໄດ້ເຂົ້າຮັບໜ້າທີ່ແລ້ວນັ້ນ ສະຫະລັດກໍ ຈະຂະຫຍາຍການໂຈມຕີທາງອາກາດຢູ່ໃນອີຣັກນຳດ້ວຍ ບ່ອນທີ່ທາງກອງທັບສະຫະລັດ ໄດ້ທຳການໂຈມຕີ ເປົ້າໝາຍຕ່າງໆໄປແລ້ວ 150 ກວ່າຄັ້ງ ຂະນະທີ່ ມີການສົ່ງເຈົ້າໜ້າທີ່ ທະຫານ ຕື່ມອີກ 475 ຄົນ ໄປຍັງປະເທດດັ່ງກ່າວ ເພື່ອສະໜັບສະໜຸນ ກຳລັງຂອງອີຣັກ ແລະຊາວເຄີດ. ແຕ່ປະທານາທິບໍດີແມ່ນໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ.

ປະທານາທິບໍດີໂອບາມາ ເວົ້າວ່າ “ຂ້າພະເຈົ້າຢາກໃຫ້ປະຊາຊົນຊາວອາເມຣິກັນ ເຂົ້າໃຈ ກ່ຽວກັບວ່າ ການປະຕິບັດງານໃນຄັ້ງນີ້ ຈະມີຄວາມແຕກຕ່າງແບບໃດ ກັບສົງຄາມ ຢູ່ໃນ ອີຣັກແລະອັຟການິສຖານ. ມັນຈະບໍ່ມີການພົວພັນກັບກຳລັງສູ້ລົບຂອງອາເມຣິກັນ ໄປຕໍ່
ສູ້ ຢູ່ໃນດິນແດນຕ່າງປະເທດ.”

ທ່ານໂອບາມາກ່າວຢ້ຳວ່າ ສະຫະລັດ ບໍ່ແມ່ນເປັນພຽງປະເທດດຽວເທົ່ານັ້ນ ໃນການດຳ ເນີນຄວາມພະຍາຍາມເພື່ອທັບມ້າງພວກຫົວຮຸນແຮງລັດອິສລາມ. ບັນດາພັນທະມິດໃນ ອົງການເນໂຕ້ ລັດຖະບານຕ່າງໆ ທີ່ນຳພາໂດຍຊາວຊຸນນີ່ ຢູ່ໃນຂົງເຂດ ຮວມທັງຊາອຸດີ ອາຣາເບຍ ກໍຄາດວ່າຈະມີບົດບາດທີ່ສຳຄັນນຳດ້ວຍ. ລັດຖະມົນຕີການຕ່າງປະເທດສະ ຫະລັດ ທ່ານ John Kerry ກໍພວມຢູ່ໃນລະຫວ່າງ ການຢ້ຽມຢາມຂົງເຂດ ເພື່ອຊອກຫາ ຊ່ອງທາງສ້າງຕັ້ງແນວໂຮມ.

ແຕ່ເພື່ອຈະເສີມຂະຫຍາຍ ການໃຫ້ຄວາມສະໜັບສະໜຸນ ທາງທະຫານ ຂອງສະຫະລັດ
ແກ່ພວກຕໍ່ຕ້ານລັດຖະບານໃນຊີເຣຍນັ້ນ ກ່ອນອື່ນໝົດ ປະທານາທິບໍດີ ຕ້ອງໄດ້ໄປສະ ພາ. ທ່ານໂອບາມາຮຽກຮ້ອງໃຫ້ສະມາຊິກສະພາ ຈົ່ງໃຫ້ການສະໜັບສະໜຸນ ຕໍ່ການດຳ ເນີນຄວາມພະຍາຍາມດັ່ງກ່າວເພື່ອສະແດງໃຫ້ໂລກເຫັນວ່າຊາວອາເມຣິກັນມີຄວາມປຸ້ມ ລຸມສາມັກຄີ ໃນການປະເຊີນໜ້າ ກັບໄພອັນຕະລາຍນີ້.


ເບິ່ງຄຳປາໄສ ຂອງ ປ. ໂອບາມາ ກ່ຽວກັບ ກຸ່ມຫົວຮຸນແຮງ ISIL

ເສຍໃຈ ທີ່ບໍ່ສາມາດເບິ່ງໄດ້ເທື່ອ ເວລານີ້

U.S. President Barack Obama is vowing to go after Islamic State militants wherever they exist, including in Syria. In a speech to the American public Wednesday, the president announced the United States will lead what he says will be a broad coalition to roll back the terrorist threat posed by the extremist group. VOA's Aru Pande has more from Washington.]]

((NARRATOR))
The world has watched as the Islamic State group carries out its brutal campaign in Syria and Iraq, taking large parts of both countries, while recruiting foreigners in their fight for an Islamic caliphate.

Now months later, President Obama is putting America on the offensive:

((PRESIDENT BARACK OBAMA))
"I have made it clear that we will hunt down terrorists who threaten our country, wherever they are. That means I will not hesitate to take action against ISIL in Syria, as well as Iraq. This is a core principle of my presidency: if you threaten America, you will find no safe haven."

((NARRATOR))
Mr. Obama spoke directly to a war weary American public late Wednesday, after the recent beheading of two American journalists by the miliants -- in videos that confronted Americans with a new threat. Mr. Obama unveiled a U.S. counterterrorism strategy -- similar to U.S. efforts in Yemen and Somalia. His goal, he said: to degrade and ultimately destroy the Islamic State, also known as ISIL.

The president announced the United States will now go after the militant group's safe havens in Syria, while increasing military support to the moderate Syrian opposition fighting both the Islamic State and President Bashar al-Assad's regime.

And with a new Iraqi government in place, the United States will also expand its air campaign in Iraq, where the military has so far carried out more than 150 air strikes, while sending 475 additional U.S. military personnel to the country to support Iraq and Kurdish forces.

But the president was clear --

((PRESIDENT BARACK OBAMA))
"I want the American people to understand how this effort will be different from the wars in Iraq and Afghanistan. It will not involve American combat troops fighting on foreign soil."

((NARRATOR))
Mr. Obama emphasized the United States will not be alone in the effort to take out the Islamic State. NATO allies, and more importantly, regional Sunni-led governments including Saudi Arabia are expected to play a key role. Secretary of State John Kerry is in the region seeking to develop the coalition.

But in order to ramp up U.S. military aid to the Syrian opposition -- the president first must go to Congress. Mr. Obama called on U.S. lawmakers to support the effort in order to "show the world that Americans are united in confronting this danger."

XS
SM
MD
LG