ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫົວໜ້າກຸ່ມ Nusra ກ່າວວ່າ ຕົນແນເປົ້າ ໂຈມຕີຊີເຣຍ ບໍ່ແມ່ນປະເທດຕາເວັນຕົກ


ສະມາຊິກກຸ່ມ Nusra ທີ່ເປັນເຄືອຂ່າຍ Al Qaida ຢືນເຝົ້າຢູ່ດ່ານກວດກາ ໃນເມືອງ Idlib.
ສະມາຊິກກຸ່ມ Nusra ທີ່ເປັນເຄືອຂ່າຍ Al Qaida ຢືນເຝົ້າຢູ່ດ່ານກວດກາ ໃນເມືອງ Idlib.

ຜູ້ນຳ​ຂອງ Al Qaida ສາ​ຂາ​ປະເທດ ຊີ​ເຣຍ ​ໄດ້​ກ່າວ​ວ່າ​ກຸ່ມ​ຂອງ​ ​ລາວ ​ໄດ້ແນ​ເປົ້າ​ໃສ່​ການ​ເອົາ​ຊະນະ​ປະ​ທາ​ນາ​ທິບໍດີ Bashaar Al Assad ​ແລະ ບໍ່ແມ່ນ​ການ​ເປີດການ​ໂຈມ​ຕີ​ກັບ​ບັນດາ​ປະ​ເທດ​ຕາ​ເວັນຕົກ.

​ໃນ​ການ​ສຳພາດ​ເມື່ອ​ວັນ​ພຸ​ດວານ​ນີ້ກັບໂທລະ​ພາບ Al Jazeera, ​ ຫົວ​ໜ້າຂອງ​ກຸ່ມ Nusra ທ່ານ Abu Muhammed al-Golani ​ໄດ້​ກ່າວ​ວ່າ ມັນຈະ​ໃຊ້​ເວລາ​ອີກ​ບໍ່​ດົນ​ກ່ອນທ່ານ Assad ຈະ​ຖືກ​ໂຄ່ນ​ລົ້ມ​. ​ລາວຍັງ​ໄດ້​ຕິຕຽນ​ກຸ່ມ​ຫົວຮຸນແຮງ Hezbollah ຂອງ​ເລ​ບາ​ນອນ, ​ເຊິ່ງ​ໄດ້​ສົ່ງ​ນັກຣົບຂອງພວກ​ເຂົາ​ໄປສະ​ໜັບສະ​ໜູ​ນທະຫານ ຊີ​ເຣຍ, ​ໂດຍ​ກ່າວ​ວ່າ ​ພວກ​ທະຫານ “​ຮູ້​ຊາຕາກຳຂອງ​ພວກ​ເຂົາ” ​ເມື່ອ​ພວກ​ເຂົາເຂົ້າ​ຮ່ວມ​ກັບ​ທ່ານ Assad.

ລາວໄດ້ຕັກເຕືອນຊາວ Alawite ຂອງຊີເຣຍເພີ່ມເຕີມວ່າ, ນິກາຍ ສ່ວນນ້ອຍຂອງທ່ານ ປະທານາທິບໍດີ ຕ້ອງໄດ້ປະສາສະໜາຂອງເຂົາ ເຈົ້າ ແລະ ປະຕິເສດເລີກສະໜັບສະໜູນ ທ່ານ Assad ເພື່ອຮັບຮອງ ເຖິງຄວາມປອດໄພຂອງພວກເຂົາ.

ທ່ານ Al Golani ຍັງໄດ້ປະຕິເສດການມີໜ້າຂອງກຸ່ມ Khorasan, ໂດຍກ່າວວ່າ ໜ່ວຍ ພິເສດ ພາຍໃນກຸ່ມ Nusra ເປັນພຽງແຕ່ຊື່ ທີ່ ແຕ່ງຂຶ້ນໂດຍ ສະຫະລັດ ເທົ່ານັ້ນ

ກະຊວງປ້ອງກັນປະເທດ ສະຫະລັດ ໄດ້ກ່າວວ່າ ກຸ່ມ Kharasan ເປັນຜູ້ວາງແຜນການ ໂຈມຕີ ຕໍ່ຕ້ານຊາວຕາເວັນຕົກ ແລະ ການໂຈມຕີທາງອາກາດ ຂອງກອງກຳລັງປະສົມ ທີ່ນຳພາໂດຍ ສະຫະລັດໃນ ຊີເຣຍ ໄດ້ເລັງເປົ້າໝາຍໃສ່ສະມາຊິກຂອງກຸ່ມດັ່ງກ່າວ.

XS
SM
MD
LG