ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເກົາຫຼີເໜືອ ແລະ ເກົາຫຼີໃຕ້ ເປີດການເຈລະຈາ ສຸກເສີນ


ຮູບຂອງກະຊວງທ້ອນໂຮມຊາດ ເກົາຫຼີໃຕ້ ທີ່ສະແດງໃຫ້ເຫັນວ່າ
ທ່ານ Kim Kwan-Jin (ຂວາ) ທີ່ປຶກສາ ດ້ານຄວາມໝັ້ນຄົງແຫ່ງຊາດ ຂອງປະທານາທິບໍດີ ແລະ ລມຕ ທ້ອນໂຮມຊາດ ທ່ານ Hong Yong-Pyo (ທີ 2 ຈາກຂວາ) ພວມຈັບມື ກັບນາຍທະຫານ ເກົາຫລີເໜືອ.
ຮູບຂອງກະຊວງທ້ອນໂຮມຊາດ ເກົາຫຼີໃຕ້ ທີ່ສະແດງໃຫ້ເຫັນວ່າ ທ່ານ Kim Kwan-Jin (ຂວາ) ທີ່ປຶກສາ ດ້ານຄວາມໝັ້ນຄົງແຫ່ງຊາດ ຂອງປະທານາທິບໍດີ ແລະ ລມຕ ທ້ອນໂຮມຊາດ ທ່ານ Hong Yong-Pyo (ທີ 2 ຈາກຂວາ) ພວມຈັບມື ກັບນາຍທະຫານ ເກົາຫລີເໜືອ.

ເກົາຫລີເໜືອແລະເກົາຫລີໃຕ້ ໄດ້ເລີ້ມການເຈລະຈາສຸກເສີນ
ລະດັບສູງ ໃນຄວາມພະຍາຍາມ ເພື່ອຍຸດຕິການປະເຊີນໜ້າ ແບບເຄັ່ງຄຽດທີ່ເຮັດໃຫ້ສອງປະເທດຄູ່ປໍລະປັກ ເກືອບກ້າວ
ເຂົ້າສູ່ສົງຄາມ.

ການເຈລະຈາໄດ້ເລີ້ມຂຶ້ນທີ່ບ້ານຊາຍແດນປັນມຸນຈອມ ອີງ
ຕາມລາຍງານຂອງອົງການຂ່າວຢອນຮັບ ທີ່ໄດ້ອ້າງຄຳເວົ້າ
ຂອງເຈົ້າໜ້າທີ່ຈາກກະຊວງທ້ອນໂຮມຊາດເກົາຫຼີໃຕ້.

ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທ່ານນາງ Park
Geun-hye ປະທານາທິບໍດີເກົາຫຼີໃຕ້ ທ່ານ Kim Kwan-
jin ແລະຜູ້ຊ່ອຍທ່ານ Kim Jong Un ຜູ້ນຳຂອງເກົາຫລີເໜືອທ່ານ Hwang Pyong
So ໄດ້ເຂົ້າຮ່ວມໃນການພົບປະຄັ້ງນີ້ ຊຶ່ງໄຂກຳນົດເລີ້ມຂຶ້ນ ໃນເວລາ 6 ໂມງແລງ ຕາມ
ເວລາທ້ອງຖິ່ນໃນວັນເສົາມື້ນີ້.

ຍັງບໍ່ມີການເປີດເຜີຍ ລາຍລະອຽດໃດໆເທື່ອ ກ່ຽວກັບການພົບປະສຸກເສີນດັ່ງກ່າວ ຊຶ່ງມີ ຂຶ້ນຕາມການຮ້ອງຂໍຂອງເກົາຫຼີເໜືອ. ເກົາຫຼີເໜືອໄດ້ຂູ່ວ່າຈະເຮັດສົງຄາມແບບເດັດຂາດ ກັບເກົາຫຼີໃຕ້.

ເກົາຫລີເໜືອໄດ້ໃຫ້ເວລາແກ່ເກົາຫຼີໃຕ້ ຈົນຮອດ 5 ໂມງແລງຂອງວັນເສົາມື້ນີ້ ຕາມເວລາ ໃນນະຄອນຫຼວງພຽງຢາງ ຢຸດເຊົາການໂຄສະນາຊວນເຊື່ອ ຕໍ່ຕ້ານພຽງຢາງ ທາງໂທລະ
ໂຄ່ງ ທີ່ຢູ່ໃກ້ໆບໍລິເວນຊາຍແດນ. ເກົາຫລີໃຕ້ໄດ້ປະຕິເສດບໍ່ຍອມຢຸດເຊົາແລະເສັ້ນຕາຍ ໄດ້ຜ່ານພົ້ນໄປໂດຍປາສະຈາກໃນອັນທີ່ປາກົດວ່າ ມີເຫດຮ້າຍໃດໆເກີດຂຶ້ນ.

ເກົາຫລີໃຕ້ໄດ້ເລີ້ມການໂຄສະນາຊວນເຊື່ອ ທາງໂທລະໂຄ່ງ ໃນສັບປະດາແລ້ວນີ້ ເປັນ ເທື່ອທຳອິດໃນຮອບສິບກວ່າປີ ຫລັງຈາກເຫດລະເບີດ ທີ່ເຮັດໃຫ້ທະຫານເກົາຫລີໃຕ້ 2
ຄົນບາດເຈັບ. ເກົາຫລີເໜືອກ່າວວ່າ ຕົນເຫັນວ່າການໂຄສະນາ ຊວນເຊື່ອດັ່ງກ່າວ ເປັນ ການປະກາດສົງຄາມ ແລະໄດ້ຂູ່ວ່າ ຈະທຳການໂຈມຕີໂທລະໂຄ່ງເຫລົ່ານັ້ນ.

ໃນຕອນເຊົ້າຂອງວັນເສົາມື້ນີ້ ເຮືອບິນລົບອາຍພົ່ນ ຂອງເກົາຫຼີໃຕ້ ແລະສະຫະລັດ 8 ລຳ ໄດ້ເລີ້ມທຳທ່າຝຶກຊ້ອມຖິ້ມລະເບີດຢູ່ໃນດິນແດນຂອງເກົາຫລີໃຕ້ ໃນການສະແດງກຳລັງ
ຕ້ານການຂົ່ມຂູ່ຂອງພຽງຢາງ.

ເກົາຫລີເໜືອໄດ້ສົ່ງອາວຸດ ໃນຈຳນວນເພີ້ມຕື່ມ ໄປຍັງເຂດຊາຍແດນທີ່ພວມເກີດຄວາມ ເຄັ່ງຕຶງ ໃນການກະກຽມເພື່ອທຳການໂຈມຕີທີ່ອາດມີຂຶ້ນ ອີງຕາມລາຍງານຂອງອົງການ ຂ່າວຢອນຮັບ.

ຖະແຫຼງການຂອງກະຊວງການຕ່າງປະເທດເກົາຫລີເໜືອ ກ່າວໃນວັນເສົາມື້ນີ້ວ່າ “ກອງ
ທັບ ແລະຊາຊົນຂອງພວກເຮົາ ແມ່ນພ້ອມແລ້ວ ທີ່ຈະສ່ຽງໃນການເຮັດສົງຄາມ ຂັ້ນເດັດ
ຂາດບໍ່ແມ່ນພຽງແຕ່ເປັນການຕອບໂຕ້ຫຼືແກ້ແຄ້ນຄືນແຕ່ເພື່ອປ້ອງກັນລະບອບການປົກ
ຄອງທີ່ປະຊາຊົນຂອງພວກເຮົາໄດ້ເລືອກເອົາ.

ຖະແຫຼງການທີ່ພິມເຜີຍແຜ່ໂດຍອົງການຂ່າວສູນກາງຂອງທາງການເກົາຫຼີເໜືອກ່າວຕື່ມ
ວ່າ “ສະຖານະການແມ່ນກ້າວເຂົ້າສູ່ຂອບຂອງສົງຄາມແລ້ວແລະບໍ່ສາມາດທີ່ຈະຕ່າວປີ້ນ ໄດ້."

Koreas Tension
please wait
Embed

No media source currently available

0:00 0:01:34 0:00

XS
SM
MD
LG