ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫຼີເໜືອ ບໍ່ຫຍໍ້ທໍ້ເລີຍ ຕໍ່ການກ່າວປະນາມ ຂອງນາໆຊາດ


ຊາວເກົາຫຼີໃຕ້ ທີ່ອາໄສຢູ່ໃນປະເທດຍີ່ປຸ່ນ ພາກັນປະທ້ວງ ດ້ວຍປ້າຍໂຄສະນາ ທີ່ອ່ານວ່າ: "ພວກເຮົາປະນາມ ຢ່າງ
ໜັກແໜ້ນ ຕໍ່ການຍິງລູກສອນໄຟ ຂຶ້ນສູ່ອາວະກາດ" ຢູ່ທີ່
ສຳນັກງານໃຫຍ່ ຂອງສະມາຄົມໃຫຍ່ ຊາວເກົາຫຼີ ຢູ່ນະ
ຄອນຫຼວງໂຕກຽວ, ວັນທີ 8 ກຸມພາ 2016.
ຊາວເກົາຫຼີໃຕ້ ທີ່ອາໄສຢູ່ໃນປະເທດຍີ່ປຸ່ນ ພາກັນປະທ້ວງ ດ້ວຍປ້າຍໂຄສະນາ ທີ່ອ່ານວ່າ: "ພວກເຮົາປະນາມ ຢ່າງ ໜັກແໜ້ນ ຕໍ່ການຍິງລູກສອນໄຟ ຂຶ້ນສູ່ອາວະກາດ" ຢູ່ທີ່ ສຳນັກງານໃຫຍ່ ຂອງສະມາຄົມໃຫຍ່ ຊາວເກົາຫຼີ ຢູ່ນະ ຄອນຫຼວງໂຕກຽວ, ວັນທີ 8 ກຸມພາ 2016.

ທ່າທີການທ້າທາຍຂອງເກົາຫຼີເໜືອ ໃນການປະເຊີນໜ້າກັບ
ການປະນາມຂອງນາໆຊາດ ກ່ຽວກັບ ການຍິງຈະຫຼວດຂຶ້ນ
ສູ່ອາວະກາດ ເມື່ອວັນອາທິດວານນີ້ ແລະ ການທົດລອງນິວ
ເຄລຍ ເມື່ອທ້າຍເດືອນກ່ອນ ແມ່ນເປັນບາງທິດທາງ ໃນການ ສະແດງທ່າທີຄວາມເກັ່ງກ້າຂອງ Kim Jong Un ຢູ່ພາຍໃນ
ປະເທດ ແລະ ຢູ່ຕ່າງປະເທດ.

ສ່ວນພາຍໃນປະເທດນັ້ນ ຜູ້ນຳໜຸ່ມນ້ອຍຄົນນີ້ ແມ່ນໄດ້ສະແດງ
ໃຫ້ເຫັນວ່າເປັນຜູ້ນຳທີ່ເກັ່ງກ້າ ຜູ້ທີ່ປົກປ້ອງອະທິປະໄຕ ຂອງ
ປະເທດ ຕໍ່ການຮາວີຂອງກຳລັງອາເມຣິກາ ແລະ ເກົາຫຼີໃຕ້ ໂດຍ
ສື່ມວນຊົນຂອງທາງການທີ່ມີການຄວບຄຸມຢ່າງຮັດກຸມນັ້ນ.

ຜູ້ໂດຍສານຄົນໜຶ່ງ ຍ່າງກາຍ ຈໍໂທລະພາບ ທີ່ກຳລັງຖ່າຍທອດ ບົດລາຍງານຂ່າວ ກ່ຽວກັບການຍິງຈະຫຼວດໄລຍະຍາວ ຂຶ້ນສູ່ອາວະກາດ ຂອງເກົາຫຼີເໜືອ ຢູ່ສະຖານີລົດໄຟ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 7 ກຸມພາ 2016.
ຜູ້ໂດຍສານຄົນໜຶ່ງ ຍ່າງກາຍ ຈໍໂທລະພາບ ທີ່ກຳລັງຖ່າຍທອດ ບົດລາຍງານຂ່າວ ກ່ຽວກັບການຍິງຈະຫຼວດໄລຍະຍາວ ຂຶ້ນສູ່ອາວະກາດ ຂອງເກົາຫຼີເໜືອ ຢູ່ສະຖານີລົດໄຟ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 7 ກຸມພາ 2016.

ແລະການຍິງຈະຫຼວດຂຶ້ນໃນວັນອາທິດວານນີ້ ແມ່ນເປັນການອະທິບາຍ ໂດຍສື່ມວນຊົນ
ຂອງທາງການວ່າ ເປັນການບັນລຸດ້ານເທັກໂນໂລຈີອັນຍິ່ງໃຫຍ່ ໂດຍຈະຜັນຂະຫຍາຍ
ຄວາມກ້າວໜ້າຢ່າງວ່ອງໄວ ໃຫ້ແກ່ປະເທດຊາດ ທີ່ສ້າງຄວາມພາກພູມໃຈ ໃຫ້ປະຊາຊົນ
ເກົາຫຼີເໜືອ.ໃນການໃຫ້ສຳພາດ ກັບ ອົງການສູນກາງຂ່າວຂອງທາງການເກົາຫຼີເໜືອ ນັ້ນ
ທ້າວ Paek Jin Hyok ນັກສຶກສາ ຢູ່ທີ່ມະຫາວິທະຍາໄລ Kim Il Sung ໃນເກົາຫຼີເໜືອ
ເວົ້າວ່າ “ຂ້າພະເຈົ້າ ຮູ້ສຶກພາກພູມໃຈທີ່ສຸດ ທີ່ເປັນນັກສຶກສາ ມະຫາວິທະຍາໄລ ຂອງ
ປະເທດ ທີ່ມີຄວາມກ້າວໜ້າ ໃນດ້ານວິທະຍາສາດ ແລະ ເທັກໂນໂລຈີ ທີ່ສາມາດ ສົ່ງ
ດາວທຽມສັງເກດໂລກ ດ້ວຍເທັກໂນໂລຈີຂອງຕົນເອງຂຶ້ນໄດ້.”

ຜູ້ນຳເກົາຫຼີເໜືອ Kim Jong Un ສະແດງປະຕິກິລິຍາ ໃນຂະນະທີ່ ທ່ານກຳລັງຊົມ ການຍິງຈະຫຼວດໄລຍະຍາວ ຂຶ້ນສູ່ອາວະກາດ ໃນພາບທີ່ເປີດເຜີຍໂດຍ ອົງການສູນກາງຂ່າວຂອງທາງການເກົາຫຼີເໜືອ (KCNA) ຢູ່ໃນພຽງຢາງ, ວັນທີ 7 ກຸມພາ 2016.
ຜູ້ນຳເກົາຫຼີເໜືອ Kim Jong Un ສະແດງປະຕິກິລິຍາ ໃນຂະນະທີ່ ທ່ານກຳລັງຊົມ ການຍິງຈະຫຼວດໄລຍະຍາວ ຂຶ້ນສູ່ອາວະກາດ ໃນພາບທີ່ເປີດເຜີຍໂດຍ ອົງການສູນກາງຂ່າວຂອງທາງການເກົາຫຼີເໜືອ (KCNA) ຢູ່ໃນພຽງຢາງ, ວັນທີ 7 ກຸມພາ 2016.

ສູນປະຕິບັດການອາວະກາດຮ່ວມ ສະຫະລັດ ກ່າວວ່າ ການຍິງຈະຫຼວດຂອງເກົາຫຼີເໜືອ
ທີ່ນຳເອົາອຸປະກອນສອງອັນ ຂຶ້ນສູ່ວົງໂຄຈອນນັ້ນ ແຕ່ມັນບໍ່ຈະແຈ້ງວ່າ ມັນສົ່ງສັນຍານ
ອອກມາຫຼືບໍ່.

ບໍ່ມີສັນບານທີ່ໄດ້ຖືກກວດພົບ ຈາກດາວທຽມທີ່ຄ້າຍຄືກັນ ຊຶ່ງໄດ້ຖືກຍິງຂຶ້ນສູ່ວົງໂຄຈອນ
ເມື່ອປີ 2012 ແລະບິນອ້ອມວົງໂຄຈອນຂອງໂລກ ທຸກໆ 95 ນາທີ. ພຽງຢາງ ກ່າວວ່າ
“ດາວທຽມ” ທີ່ເຮັດດ້ວຍເຫຼັກ 100 ກິໂລກຣາມ ຕິດຕັ້ງດ້ວຍກ້ອງຖ່າຍຕ່າງໆ ທີ່ສົ່ງຮູບ
ພາບກັບຄືນມາຍັງໂລກ.

ໃນວັນອາທິດວານນີ້ ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໄດ້ປະນາມການ
ທົດລອງເທັກໂນໂລຈີ ລູກສອນໄຟຂີປະນາວຸດ ພາຍໃຕ້ການຕົວະ ວ່າເປັນການຍິງ ສົ່ງດາວທຽມ ທີ່ຖືວ່າ ເປັນການ “ການພັດທະນາ ລະບົບນຳສົ່ງ ອາວຸດນິວເຄລຍ.”

XS
SM
MD
LG