ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫຼີເໜືອ ຂູ່ຈະທົດລອງ ນິວເຄລຍອີກ ຍ້ອນ ສປຊ ປະ​ນາມ


ທຸງເກົາຫລີເໜືອ ພວມປິວສະບັດຢູ່ເທິງເສົາ ທີ່ບ້ານ Gijungdong ຊຶ່ງຖ່າຍຈາກບ້ານປັນມຸນຈອມ ໃນເກົາຫຼີໃຕ້.
ທຸງເກົາຫລີເໜືອ ພວມປິວສະບັດຢູ່ເທິງເສົາ ທີ່ບ້ານ Gijungdong ຊຶ່ງຖ່າຍຈາກບ້ານປັນມຸນຈອມ ໃນເກົາຫຼີໃຕ້.

ເກົາຫຼີເໜືອຂົ່ມຂູ່ທີ່ຈະທຳການທົດລອງນິວເຄລຍຄັ້ງໃໝ່ ເພື່ອເປັນ
ການຕອບໂຕ້ຕໍ່ການປະນາມຂອງຄະນະກຳມະການສະຫະປະຊາ
ຊາດໃນການລ່ວງລະເມີດສິດທິມະນຸດຂອງພຽງຢາງຕາມທີ່ມີການ
ກ່າວຫາກັນນັ້ນ.

ຢູ່ໃນຖະແຫຼງການສະບັບນຶ່ງ ທີ່ນຳອອກເຜີຍແຜ່ໃນວັນພະຫັດມື້ນີ້
ກະຊວງການຕ່າງປະເທດເກົາຫຼີເໜືອ ກ່າວວ່າ ພຽງຢາງບໍ່ສາມາດ
ອົດກັ້ນໄດ້ຕໍ່ໄປອີກແລ້ວ ຈາກການທົດລອງອາວຸດນິວເຄລຍຄັ້ງທີ
4 ຫລັງຈາກຄະນະກຳມະການທີສາມຂອງສະມັດຊາໃຫຍ່ອົງການ
ສະຫະປະຊາຊາດຮັບຜ່ານມະຕິກ່ຽວກັບສະຖານະການດ້ານສິດທິ ມະນຸດຂອງປະເທດຄອມມູນິສເກົາຫຼີເໜືອ.

ມະຕິດັ່ງກ່າວໄດ້ສະເໜີແນະໃຫ້ສະພາຄວາມໝັ້ນຄົງ ສົ່ງເລື່ອງເກົາຫລີເໜືອໄປໃຫ້ສານ ອາຍານາໆຊາດດຳເນີນຄະດີໃນຂໍ້ຫາກໍ່ໂທດກຳຕ້ານມະນຸດຊາດ. ມະຕິນີ້ແມ່ນອີງຕາມ ລາຍງານຂອງກຳມາທິການສືບສວນ ຂອງສະຫະປະຊາຊາດ ທີ່ພົບເຫັນວ່າ ພຽງຢາງໄດ້ ລ່ວງລະເມີດສິດທິມະນຸດ ໃນຂອບເຂດທີ່ບໍ່ເຄີຍພົບເຫັນມາກ່ອນ ໃນໂລກສະໄໝໃໝ່.

ໃນຖະແຫຼງການນັ້ນ ເກົາຫລືເໜືອກ່າວວ່າ ມະຕິດັ່ງກ່າວແມ່ນເຕັມໄປດ້ວຍການໃສ່ຮ້າຍ ປ້າຍສີທີ່ຊົ່ວຮ້າຍ ແລະເຮັດໃຫ້ເສຍຊື່ສຽງຕ່າງໆ ແລະເວົ້າວ່າ ການຮັບຜ່ານມະຕິນີ້ ແມ່ນ ສະແດງໃຫ້ເຫັນວ່າ ເປັນການຍົວະໃຫ້ເກີດຄວາມໂມໂຫໂທໂສ ຫຼືທ້າທາຍທາງດ້ານການ ເມືອງຢ່າງແຮງ. ຖະແຫລງການ ຍັງກ່າວຫາສະຫະລັດວ່າ ເປັນຜູ້ນຳພາ ໃນການດຳເນີນ ຄວາມພະຍາຍາມນີ້ເພື່ອສ້າງຄວາມອັບອາຍຂາຍໜ້າໃຫ້ແກ່ພຽງຢາງ ແລະຫາທາງໂຄ່ນ ລົ້ມຄະນະນຳພາຂອງປະເທດ.

ເກົາຫລີເໜືອ ໄດ້ທຳການທົດລອງອາວຸດນິວເຄລຍ ມາແລ້ວ 3 ຄັ້ງ ໃນໄລຍະບໍ່ເທົ່າໃດປີ ຜ່ານມານີ້ ຊຶ່ງເທື່ອຫລ້າສຸດ ແມ່ນມີຂຶ້ນໃນເດືອນກຸມພາ ປີ 2013. ມີຮ່ອງຮອຍບາງຢ່າງ ສະແດງໃຫ້ເຫັນວ່າ ເກົາຫຼີເໜືອອາດພວມກະກຽມ ເພື່ອເຮັດຕາມຄຳຂູ່ຂອງຕົນ ໃນການ ທົດລອງນິວເຄລຍຄັ້ງທີ 4 ນັ້ນ.

ໃນລາຍງານສະບັບນຶ່ງ ທີ່ນຳອອກເຜີຍແຜ່ໃນວັນພຸດວານນີ້ ສະຖາບັນສະຫະລັດເກົາຫຼີ ທີ່ມະຫາວິທະຍາໄລ Johns Hopkins ກ່າວວ່າ ປາກົດວ່າເກົາຫຼີເໜືອ ໄດ້ເລີ້ມແລ່ນເຕົາ ປະຕິກອນ ທີ່ສາມາດກັ່ນທາດປລູໂຕນຽມ ທີ່ໃຊ້ເຮັດອາວຸດໄດ້ນັ້ນຄືນອີກ. ລາຍງານດັ່ງ ກ່າວນີ້ແມ່ນອີງຕາມຮູບຖ່າຍທາງດາວທຽມທີ່ສະແດງໃຫ້ເຫັນວ່າ ມີຄວັນອາຍນ້ຳກຸ້ມຂຶ້ນ ຈາກໂຮງໄຟຟ້າ Yongbyon.

ນອກເໜືອໄປຈາກການທົດລອງນິວເຄລຍແລ້ວ ເກົາຫຼີເໜືອຍັງເວົ້າວ່າກອງກຳລັງຕໍ່ຕ້ານ ນິວເຄລຍຂອງຕົນ ຈະໄດ້ຮັບການກຽມພ້ອມຢ່າງບໍ່ມີການຈຳກັດເພື່ອເຝົ້າຍາມຕ້ານການ ແຊກແຊງທາງທະຫານຂອງສະຫະລັດ. ເກົາຫຼີເໜືອໄດ້ທຳການຂົ່ມຂູ່ຊ້ຳແລ້ວຊ້ຳອີກ ຢ່າງ ເຫັນໄດ້ແຈ້ງໃນໄລຍະສອງສາມປີີຜ່ານມານີ້ຍ້ອນປະເທດດັ່ງກ່າວວິຕົກກັງວົນກ່ຽວກັບບຸກ ໂຈມຕີຂອງສະຫະລັດ.

NOKOR UN VOSOT
please wait
Embed

No media source currently available

0:00 0:00:40 0:00

XS
SM
MD
LG