ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານ John Kerry ຮຽກຮ້ອງໃຫ້ຈີນ ກົດດັນພຽງຢາງ ຢຸດເຊົາ ການທົດລອງ ນິວເຄລຍ


Kerry to Raise Issue of N. Korea Nuclear Test, S. China Sea Dispute While in China
please wait

No media source currently available

0:00 0:01:38 0:00

ສະຫະລັດ ​ແລະຈີນ ​ໄດ້​ຢືນຢັນອີກ​ຄັ້ງນຶ່ງໃນຄວາມໝາຍ​ໝັ້ນ
ຂອງ​ເຂົາ​ເຈົ້າ ທີ່​ຈະເຮັດ​ໃຫ້ແຫລມ​ເກົາຫລີ​ເປັນ​ເຂດປອດ​ນິວ​
ເຄລຍ ​ແ​ຕ່ຍັງ​ບໍ່​ທັນ​ໄດ້​ຕົກລົງ​ກັນ ກ່ຽວ​ກັບການ​ລົງ​ໂທດ​ໃໝ່
ຫລັງ​ຈາກ​ເກົາຫລີ​ເໜືອ ​ໄດ້​ທົດ​ລອງ​ນິວ​ເຄລຍ ຫວ່າງ​ມໍ່​ໆ​ມາ​ນີ້.

ຫລັງ​ຈາກ​ການ​ພົບ​ປະກັນ​ທີ່ນະຄອນ​ປັກ​ກິ່ງ ກັບ​ລັດຖະມົນ​ຕີ
ຕ່າງປະ​ເທດສະຫະລັດ ທ່ານ John Kerry ​ແລ້ວ ລັດຖະມົນ
ຕີຕ່າງປະ​ເທດ​ຈີນ ທ່ານ Wang Yi ​ໃນ​ວັນ​ພຸດ​ມື້​ນີ້ ​ກ່າວ​ວ່າ
ປະ​ເທດ​ຂອງ​ທ່ານໄດ້ ຕຽມ​ທີ່​ຈະ​ໃຫ້ການ​ສະໜັບສະໜູນ
ມະຕິ​ການ​ລົງ​ໂທດ​ສະບັບ​ໃໝ່​ຂອງ ສະຫະ​ປະຊາ​ຊາດຕໍ່​ໂຄງ
ການ​ນິວ​ເຄລຍຂອງພຽງ​ຢາງ. ​ແຕ່​ທ່ານ​ບໍ່​ໄດ້​ກ່າວ​ເຖິງ​ການ​ລົງ
​ໂທດ​ທີ່​ເຈາະ​ຈົງ​ໃດໆ ​ແລະກ່າວ​ວ່າ ມະຕິ​ນີ້ບໍ່​ຄວນ​ຈະ​ກໍ່​ໃຫ້​ເກີດຄວາມ​ເຄັ່ງ​ຕຶງຮອບ​ໃໝ່່​.

ລມຕ ຕ່າງປະເທດ ສະຫະລັດ ທ່ານ John Kerry ສຳພັດມືກັບ ເອກອັກຄະລັດຖະທູດ ສະຫະລັດ ປະຈຳປັກກິ່ງ ທ່ານ Max Baucus.
ລມຕ ຕ່າງປະເທດ ສະຫະລັດ ທ່ານ John Kerry ສຳພັດມືກັບ ເອກອັກຄະລັດຖະທູດ ສະຫະລັດ ປະຈຳປັກກິ່ງ ທ່ານ Max Baucus.

ທ່ານ Kerry ກ່າວ​ວ່າ ການ​ເຫັນ​ພ້ອມເຖິງ​ຄວາມ​ຈຳ​ເປັນ​ທີ່ຈະຕ້ອງ​ໄດ້​ບັນລຸ​ມະຕິ​ທີ່​ແຂງ
ຂັນ​ຂອງສະຫະ​ປະຊາ​ຊາດ ​ແຕ່​ວ່າ​ຂອບ​ເຂດຂອງ​ມະຕິ​ດັ່ງກ່າວຍັງ​ບໍ່​ທັນ​ໄດ້​ຕົກລົງ​ກັນ
​ເທື່ອ. ທ່ານ​ກ່າວ​ວ່າ ການ​ລົງ​ໂທດເພີ້ມ ​ຂື້ນ ​ໄດ້​ມີ​ການ​ກຳນົດ​ແລ້ວ​ຕໍ່ອີຣ່ານ ທີ່​ບໍ່​ມີ​ອາວຸດ​
ນິວ​ເຄລຍ ​ໜັກ​ກວ່າ ເກົາຫລີ​ເໜືອ ທີ່​ມີອາວຸດ​ດັ່ງກ່າວ.

ລມຕ ຕ່າງປະເທດ ສະຫະລັດ ທ່ານ John Kerry ກ່າວຕໍ່ບັນດານັກຂ່າວ ທີີ່ ໂຮງແຮມ Raffles ໃນນະຄອນຫລວງ ພະນົມເປັນ.
ລມຕ ຕ່າງປະເທດ ສະຫະລັດ ທ່ານ John Kerry ກ່າວຕໍ່ບັນດານັກຂ່າວ ທີີ່ ໂຮງແຮມ Raffles ໃນນະຄອນຫລວງ ພະນົມເປັນ.

ບຸກຄົນ​ທັງ​ສອງກ່າວ​ວ່າ ​ພວກ​ທ່ານ​ຍັງ​ໄດ້​ສົນທະນາ​ກັນກ່ຽວ​ກັບ​ບັນຫາ ຂັດ​ແຍ້​ງ​ ໃນ​ເລື້ອງ​ເຂດ​ນໍ້າແດນ​ດິນ​ໃນ​ທະ​ເລ​ຈີນ​ໃຕ້. ​ແຕ່​ວ່າບໍ່​ໄດ້​ກ່າວ​ເຖິງ​ການ​ຕົກລົງ​ໃດໆ ໃນ​ການ​ເອົາ
ບາດກ້າວ​ເພື່ອ​ຫລຸດຜ່ອນ​ຄວາມ​ເຄັ່ງ ​ຕືງກ່ຽວ​ກັບ​ບັນຫາ​ນີ້.

ລະຫວ່າງການ​ຢ້ຽມຢາມ​ຈີນຕະຫລອດ​ມື້​ຂອງ​ທ່ານນັ້ນ ທ່ານ Kerry ຍັງໄດ້​ພົບ​ປະ​ກັບ
ປະທານ​ປະ​ເທດ​ຈີນ ທ່ານ Xi Jingping ​ແລະ​ບັນ ດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ຄົນ​ອຶ່ນໆອີກ.

US China N Korea
please wait
Embed

No media source currently available

0:00 0:01:42 0:00

XS
SM
MD
LG