ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທີ​ມພະນັກ​ງານ​ແພດ​ ຈາກຕ່າງປະ​ເທດ ເດີນທາງເຂົ້າໄປ ຮັກສາ ຜູ້ນຳເກົາຫຼີເໜືອ


ຜູ້ນຳເກົາຫຼີເໜືອ ທ່ານ Kim Jong Un ຖືບັດສະມາຊິກສະພາ ຢູ່ທີ່ກອງປະຊຸມສະພາແຫ່ງຊາດ ປະເທດເກົາຫຼີເໜືອ.
ຜູ້ນຳເກົາຫຼີເໜືອ ທ່ານ Kim Jong Un ຖືບັດສະມາຊິກສະພາ ຢູ່ທີ່ກອງປະຊຸມສະພາແຫ່ງຊາດ ປະເທດເກົາຫຼີເໜືອ.

ເຈົ້າໜ້າ​ທີ່ເກົາຫຼີ​ເໜືອ ທີ່ບໍ່​ລະບຸ​ຊື່​ຄົນ​ນຶ່ງ ກ່າວ​ວ່າ ທີ​ມພະນັກ​
ງານແພດ​ ຈາກຕ່າງປະ​ເທດທີ​ມນຶ່ງ ​ໄດ້​ໄປ​ຢ້ຽມຢາມ​ປະ​ເທດ
ຄອມ​ມິວນິສ​ແຫ່ງ​ນີ້ ​ເພື່ອ​ຮັກສາຜູ້ນຳ​ຂອງ​ປະ​ເທດ ທ່ານ
Kim Jong Un.

​ການຮັບ​ຮູ້​ ກ່ຽວ​ກັບບັນຫາ ທາງ​ສຸຂະ​ພາບຂອງ​ທ່ານ Kim ​
ໄດ້​ມີ​ຂຶ້ນ ຫຼັງຈາກ​ທີ່​ມີ​ລາຍ​ງານ ​ຂອງສື່​ຂ່າວທາງ​ການ ​ຂອງເກົາຫຼີ​ເໜືອ ວ່າ ຜູ້ນຳປະ​ເທດໄດ້​ມີອາການບໍ່​ສະບາຍ ​ໃນ​ຕົນ​ໂຕ​ເລັກ​ນ້ອຍ.

​ເຈົ້າ​ໜ້າ​ທີ່​ລັດຖະບານ ຜູ້​ທີ່​ບໍ່ຕ້ອງການໃຫ້​ບອກ​ຊື່ ບອກ​ກັບ​ບັນ​ດາ​ຜູ້​ສື່​ຂ່າວ​ວ່າ ທ່ານ Kim
ປາກົດ​ວ່າ​ຍ່າງ​ຂາ​ຫ້ານ ​ແລະ ທາງ​ລັດຖະບານ​ເກົາຫຼີໃຕ້​ ກຳລັງພະຍາຍາມ​ຫາ​ລາຍ​ລະອຽດ ​ຕ່າງໆ ກ່ຽວ​ກັບ​ທີ​ມພະນັກ​ງານ​ແພດ​ດັ່ງກ່າວ​ນັ້ນ ທີ່​ອາດໄດ້​ໄປຢ້ຽມຢາມ​ເກົາຫຼີ​ເໜືອ.

​ແຫ​ລ່ງຂ່າວ ກ່າວ​ອີກ​ວ່າ ທ່ານ Kim ​ໄດ້ປາກົດ​ໂຕ​ໃຫ້​ເຫັນ​ໃນ​ທີ່ ສາທາລະ​ນະຄັ້ງຫຼ້າສຸດ
ຢູ່​ງານ​ສະ​ແດງ​ດົນຕີ ​ເມື່ອ​ວັນ​ທີ 3 ​ເດືອນກັນຍາ​ນີ້.

NOKOR LEADER HEALTH VO
please wait

No media source currently available

0:00 0:00:20 0:00

An anonymous North Korean official says a team of foreign medical workers appears to have visited the communist country to treat its leader, Kim Jong Un.

The acknowledgement of Mr. Kim's health challenge follows a report by North Korean State media that the country's leader has been in some discomfort.

The government official, who preferred to remain anonymous, told reporters that Mr. Kim appeared to have been limping and that the Seoul government is trying to get details about the medical team that may have visited North Korea.

The source says Mr. Kim was last seen in public at a concert on September 3rd.

XS
SM
MD
LG