ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເກົາຫຼີ​ເໜືອ ​ຍິງ​ລູກ​ສອນ​ໄຟ ​ຂີ​ປະ​ນາ​ວຸດ ປະ​ທ້ວງ​ການ​ຊ້ອມ​ລົບ ຂອງເກົາຫຼີໃຕ້ ແລະ ສຫລ


ພົນລະເມືອງເກົາຫຼີໃຕ້ ກຳລັງເບິ່ງຂ່າວໂທລະພາບ ກ່ຽວກັບ ການຍິງລູກສອນໄຟຂີປະນາວຸດ ຂອງເກົາຫຼີເໜືອ ຢູ່ທີ່ສະຖານີລົດໄຟ ໃນນະຄອນຫລວງໂຊລ, ເມື່ອວັນທີ 29 ມີຖຸນາ 2014. ເກົາຫລີເໜືອໄດ້ຍິງລູກສອນໄຟອີກ ໃນວັນອາທິດວານນີ້.
ພົນລະເມືອງເກົາຫຼີໃຕ້ ກຳລັງເບິ່ງຂ່າວໂທລະພາບ ກ່ຽວກັບ ການຍິງລູກສອນໄຟຂີປະນາວຸດ ຂອງເກົາຫຼີເໜືອ ຢູ່ທີ່ສະຖານີລົດໄຟ ໃນນະຄອນຫລວງໂຊລ, ເມື່ອວັນທີ 29 ມີຖຸນາ 2014. ເກົາຫລີເໜືອໄດ້ຍິງລູກສອນໄຟອີກ ໃນວັນອາທິດວານນີ້.

ເກົາຫຼີ​ເໜືອ ​ໄດ້​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ລະຍະ​ສັ້ນສອງ​ລູກ
​ເຂົ້າ​ໄປ​ໃນ​ເຂດ​ທະ​ເລ​ ​ໃນອັນທີ່​ປາກົດວ່າ ເປັນ​ການ​ປະ​ທ້ວງ​ຕໍ່
​ການ​ຊ້ອມ​ລົບ ຮ່ວມ​ກັນ​ລະຫວ່າງ​ສະຫະລັດ​ ​ແລະ​ເກົາຫຼີ​ໃຕ້ ທີ່​
ໄດ້ເປີດ​ສາກຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້. ກ່ອນ​ໜ້າ​ນັ້ນ ພຽງ​ຢາງ​ໄດ້​ເຕືອນ
​ວ່າຈະ “ທຳ​ການ​ໂຈມ​ຕີ​ຢ່າງ​ບໍ່​ປານີ​” ຕໍ່ພວກ​ສັດຕູ​ຂອງຕົນ.

​ບັນດາ​ເຈົ້າໜ້າ​ທີ່ເກົາຫຼີ​ໃຕ້ ກ່າວ​ວ່າ ລູກ​ສອນ​ໄຟ​ດັ່ງກ່າວ​ໄດ້
​ຕົກລົງ​ໃນ ​ເຂດທະ​ເລຕາ​ເວັນ​ອອກ​ ຫ່າງຈາກ​ເມືອງ​ທ່າ Nampo
ຂອງ​ເກົາຫຼີ​ເໜືອ 490 ກິ​ໂລ​ແມັດ.

ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ເກົາຫຼີ​ໃຕ້ ທ່ານ Kim Min-seok
ກ່າວ​ວ່າ ​ເຫດການດັ່ງກ່າວ​ນັ້ນ ​ຖື​ວ່າ “​ເປັນການເກາະ​ຜິດ​ໂດຍເຈດ​ຕະນາ ​ແລະ​ເປັນ​
ການ​ປະ​ທ້ວງ​ດ້ວຍ​ອາວຸດ”
​ເພາະວ່າ ​ເກົາຫຼີ​ເໜືອ​ໄດ້​ຍິງ​ລູກ​ສອນ​ໄຟ​ນັ້ນ ​ໂດຍບໍ່​ໄດ້​ກຳນົດ ເຂດ​ຫ້າມແລ່ນ​ເຮືອ.

ທ່ານ Kim ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ວ່າ “ກອງທັບ​ຂອງ​ພວກ​ເຮົາ ​ແລະ ຂອງ​ສະຫະລັດ
ໄດ້ເພີ້​ມການສອດ​ແນມຂຶ້ນຕື່ມ ​ແລະ ພວກ​ເຮົາ​ຍັງ​ຢູ່​ໃນ​ທ່າ​ທີກຽມພ້ອມ​ເພື່ອ​ຕອບ​ໂຕ້
ໂດຍ​ທັນ​ທີ. ຖ້າເກົາຫຼີ​ເໜືອ ​ຫາກທຳ​ການຍຸ​ແຍ່​ເກາະ​ຜິດຕ່າງໆ​ອີກ ກອງທັບ​ຂອງ​ພວກເຮົາ​ ຈະເອົາປະຕິກິລິຍາ​ຕອບ ຕໍ່ການ​ກະທຳ​ນັ້ນ ຢ່າງ​ໜັກ​ແໜ້ນ ​ແລະແຂງ​ຂັນ
ຊຶ່ງເກົາຫຼີ​ເໜືອຈະ​ຕ້ອງ​ເສຍ​ໃຈ​ຢ່າງ​ຂົມ​ຂື່ນ.”

​ເກົາ​ຫຼີ​ເໜືອ​ໄດ້​ທວງ ມາ​ດົນ​ນານ​ແລ້ວ ໃຫ້​ວໍ​ຊິງ​ຕັນ ​ແລະ ​ໂຊ​ລ ຢຸດຕິ​ການ​ເຝິກຊ້ອມ​ທາງ​
ທະຫານປະຈຳ​ປີ ຊຶ່ງ​ພຽງ​ຢາງ​ເອີ້ນ​ວ່າ ​ເປັນການ ​“ເຝິກຊ້ອມ​ແບບ​ເຕັມຍົດ ເພື່ອ​ການ​
ບຸກລຸກ​ຂຶ້ນ​ໄປ​ທາງ​ພາກ​ເໜືອ.”

XS
SM
MD
LG