ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະຊາຊົນໄນຈີເຣຍ ລໍຖ້າຟັງ ຜົນການເລືອກຕັ້ງ ປະທານາທິບໍດີ


Nigeria
please wait
Embed

No media source currently available

0:00 0:02:54 0:00

Nigeria

ປະຊາຊົນ​ໄນ​ຈີ​ເຣຍ ພາກັນ​ລໍຖ້າ​ໃນ​ວັນ​ຈັນ​ມື້​ນີ້ ​ໃຫ້​ພວກ​ເຈົ້າ​
ໜ້າ​ທີ່ເລືອກ​ຕັ້ງ​ນັບ​ບັດ​ຄະ​ແນນ​ສຽງ ​ແລະ​ປະກາດ​ຜົນ​ຂອງ​
ການ​ປ່ອນ​ບັດເລືອກ​ຕັ້ງ​ເປັນ​ເວລາ 2 ມື້ ​ເພື່ອ​ຕັດສິນ​ວ່າ​ໃຜ​
ຈະ​ເປັນ​ປະທານາທິບໍດີ​ຂອງ​ປະ​ເທດ.

ຄະນະ​ກຳມະການ​ເລືອກ​ຕັ້ງ​ທີ່​ເປັນ​ອິດ​ສະລະ​ຂອງ​ໄນ​ຈີ​ເຣຍ
ກ່າວ​ໃນ​ແລງ​ວັນ​ອາທິດ​ວານ​ນີ້​ວ່າ ຕົນ​ຈະ​ເລີ້ມ​ຕົ້ນໃນ​ຕອນ​
ທ່ຽງ​ວັນ​ຈັນ​ມື້​ນີ້ ​ ​ຮວບ​ຮວມບັດ​ຄະ​ແນນ​ສຽງ​ທັງ​ໝົດຈາກ​ລັດ
​ຕ່າງໆ ​ແລະ​ນັບ​ຄະ​ແນນ.

​ເພື່ອ​ຈະຊະນະ​ການ​ເລືອກ​ຕັ້ງ ​ໂດຍ​ບໍ່​ມີ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ຮອບ​ທີ​ສອງ ຫຼື​ຮອບ​ຊີ້​ຂາດ​ນັ້ນ ຜູ້​ສະໝັກ​ເລືອກ​ຕັ້ງ ​ຈະຕ້ອງ​ໄດ້​ຮັບ​ສຽງ​ຂ້າງ​ຫຼາຍ​ຈາກທົ່ວ​ປະ​ເທດ ​ໃນ​ຂະນະ​ດຽວກັນ
ກໍ​ຕ້ອງ​ໄດ້​ຮັບ​ສຽງ​ສະໜັບ ສະໜຸນ​ຢ່າງ​ໜ້ອຍ 25 ​ເປີ​ເຊັນຂອງ​ຄະ​ແນນ​ສຽງ​ ຈາກ​ສອງ​ສ່ວນ
​ສາມ​ຂອງ 36 ລັດ ​ແລະ​ນະຄອນຫຼວງ​ນຳ.

ປະທານາທິບໍດີ Goodluck Jonathan ທີ່​ໄດ້​ດຳລົງ​ຕຳ​ແໜ່​ງມາ​ຕັ້ງ​ແຕ່​ ປີ 2010 ​ແລະ​ພັກ​ປະຊາຊົນ​ປະຊາທິປັດ​ຂອງ​ທ່ານ​ໄດ້​ກຳຕຳ​ແໜ່​ງ ປະທານາທິບໍດີ ມາ​ຕັ້ງແຕ່​ປີ 1999 ກຳລັງ​ປະ​ເຊີນ​ກັບ​ການ​ທ້າທາຍ ​ຈາກ​ອະດີດ​ຜູ້​ປົກຄອງ​ປະ​ເທດ ​ນາຍ​ພົນ Muhammadu Buhari ຈາກ​ພັກ All Progressive Congress.

ຊາວເມືອງກາໂນ ລໍຖ້າຟັງ ຜົນການເລືອກຕັ້ງ:

Kano: Monday
please wait
Embed

No media source currently available

0:00 0:04:32 0:00

XS
SM
MD
LG