ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄນຈີເຣຍ ປ່ອຍໂຕ 180 ຄົນ ທີ່ສົງໄສວ່າ ເປັນສະມາຊິກ ກຸ່ມ Boko Haram


ຮູບພາບ ຊາກເພພັງ ຈາກການວາງລະເບີດໃສ່ ທີ່ວັດມຸລິມ ຢູ່ເມືອງ Jos ປະເທດ ໄນຈີເຣຍ.
ຮູບພາບ ຊາກເພພັງ ຈາກການວາງລະເບີດໃສ່ ທີ່ວັດມຸລິມ ຢູ່ເມືອງ Jos ປະເທດ ໄນຈີເຣຍ.

ທະຫານ​ໄນ​ຈີ​ເຣຍ​ໄດ້​ປ່ອຍໂຕ 180 ກວ່າຄົນ ຊຶ່ງກ່ອນໜ້ານີ້ມີ
ການສົງໄສ​ວ່າ ​ເປັນສະມາຊິກ ກຸ່ມ​ຫົວ​ຮຸນ​ແຮງ Boko Haram
ທ່າມ​ກາງຄື້ນ​ຟອງ​ໃໝ່​ຂອງ​ຄວາມ​ຮຸນ​ແຮງທີ່ກໍ່​ຂຶ້ນໂດຍກຸ່ມ​
ດັ່ງກ່າວ.

​ເສນາ​ທິການ​ຂອງກອງ​ທັບໄນຈີເຣຍ ພົນ​ໂທ Kenneth
Minima ກ່າວວ່າ ບັນດາ​ຜູ້​ຕ້ອງ​ສົງ​ໄສເຫຼົ່ານີ້ຮວມທັງ​ພວກ​ຜູ້
​ຊາຍ ຜູ້ຍິງແລະ​ເດັກນ້ອຍ ​ໄດ້ຖື​ກຄຸມ​ຂັ​ງ​ໄວ້​ຢູ່​ໃນ​ຄຸກ​ທະຫານ
​ເປັນ​ເວລາ​ຫລາຍເດືອນ. ທ່ານ​ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ຖືກ​ປ່ອຍ
​ໂຕ​ໃນ​ວັນ​ຈັນ​ວານ​ນີ້ ​ໃຫ້​ແກ່ລັດຖະບານ​ລັດ Borno ຫລັງ
​ຈາກ​ການ​ສືບສວນ​ໄດ້​ຢືນ​ຢັນວ່າ ​ເຂົາ​ເຈົ້າ​ບໍ່ມີຄວາມຜິດ.

​ໄນ​ຈີ​ເຣຍ ​ກຳລັງ​ປະ​ເຊີ​ນໜ້າກັບ​ຄວາມຮຸນ​ແຮງ​ທີ່​ມີມາເປັນລຳດັບ​ ຊຶ່ງ​ມີການຖິ້ມໂທດໃສ່
​ພວກ​ຫົວ​ຮຸນ​ແຮງ Boko Haram ​ທີ່​ເຮັດ​ໃຫ້​ຫລາຍ​ກວ່າ 200 ຄົນ​ເສຍ​ຊີວິດໃນ​ອາທິດ​ທີ່
​ຜ່ານ​ມາ.

ການວາງ​ລະເບີດ​ຢູ່​ທີ່​ວັດ​ອິສລາມ ​ແລະ​ຮ້ານ​ອາຫານ​ໃນເຂດໃຈ​ກາງ​ເມືອງ Jos ​ໃນ​ຕອນ​ແລງ​ວັນ​ອາທິດ​ທີ່​ຜ່ານ​ມາ ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 44 ຄົນ ​ແລະ​ໄດ້​ຮັບ​ບາດ
​ເຈັບ​ອີກ​ຫລາຍສິບ​ຄົນ.

​ໃຂຕອນ​ເຊົ້າ​ວັນ​ອາທິດຜ່ານມານີ້ ຜູ້​ວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ນຶ່ງ ​ໄດ້​ຢ່າງ​ເຂົ້າ​ໄປ​ໃນ​ໂບດ
ທີ່​ເມືອງ Potiskum ຊຶ່ງ​ເປັນ​ເມືອງ​ໃຫຍ່​ສຸດ​ຂອງ​ລັດ Yobe ​ແລະ​ໄດ້ບີບຂະ​ນວນ​ລະ​ເບີດ
ໃຫ້ແຕກຂຶ້ນ ທີ່​ໄດ້​ສັງຫານ​ຢ່າງ​ໜ້ອຍ​ຫ້າ​ຄົນ. ເຫດການ ດັ່ງກ່າວແມ່ນມີຂຶ້ນຫລັງຈາກ​
ການໂຈມຕີດ້ວຍ​ລະ​ເບີດ​ສະລະ​ຊີບ ​ໃກ້​ກັບ​ເມືອງ Maiduguri ໃນວັນສຸກຜ່ານມາ ບ່ອນ​ທີ່
​ບັນດາ​ເຈົ້າໜ້າ​ທີ່ ກ່າວ​ວ່າ ຜູ້ຍິງ​ຫົກ​ຄົນ​ ເປັນຜູ້ບີບຄະນວນລະ​ເບີດ​ໃຫ້ແຕກ ທີ່ໄດ້​ສັງຫານ
​ຫລາຍ​ສິບ​ຄົນ.

Nigeria Boko Haram
please wait
Embed

No media source currently available

0:00 0:00:56 0:00

XS
SM
MD
LG