ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ໂອບາມາ ປະກາດ ການລິເລີ້ມໃໝ່ ໃນການນຳໃຊ້ ພະລັງງານ ທາງເລືອກ


Next to Iran, Climate at Forefront of Obama Agenda
please wait

No media source currently available

0:00 0:01:47 0:00

ອາທິດ​ແລ້ວ​ນີ້ ປະ​ທາ​ນາ​ທິບໍດີ Obama ​ໄດ້​ປະກາດການ​ລິ​
ເລີ້ມໃໝ່ ທີ່​ແນໃສ່ເຮັດ​ໃຫ້​ງ່າຍ​ຂື້ນ​ສຳລັບຊາວ​ອາ​ເມຣິກັນ
ເພື່ອ​ຫັນ​ປ່ຽນການ ນຳ​ໃຊ້ແຫລ່ງພະລັງງານທົດແທນ ​ເຊັນ​
ວ່າ ​ແສ​ງພະ​ອາທິດ ​ແລະ​ລົມ. ຜູ້ນຳ​ສະຫະລັດ ບໍ່​ໄດ້​ມີການ
ຊັກ​ຊ້າ​ໃດໆ ​ເວລາ​ກ່າວ​ເຖິງ​ການ​ຊຸກຍູ້ມາດ​ຕະການເລື້ອງ
ດິນຟ້າອາກາດ ​ທີ່​ທ່ານ​ກ່າວ​ວ່າ ​ເປັນ​ໄພ​ຂົ່ມຂູ່ໃຫຍ່​ທີ່​ສຸດ​
ຕໍ່​ຄວາມ​ປອດ​ໄພ​ຂອງ​ປະ​ເທດ. ນັກ​ຂ່າວວີ​ໂອ​ເອ Aru
Pande ມີ​ລາຍ​ ງານ​ຈາກທຳນຽບຂາວ ຊຶ່ງ ກິ່ງ​ສະຫວັນ
ຈະ​ນຳເອົາລາຍລະອຽດ​ມາສະ​ເໜີ​ທ່ານ.

ທ່ານ Geoff Mirkin ​ໄດ້​ເຫັນບໍລິສັດພະລັງງານແສງອາທິດໂລກ ຫລື Solar Energy
World ຂອງ​ທ່ານ ​ຢູ່ລັດ Maryland ເຕີບ​ໂຕ​ຈາກການມີພະນັກງານ ​ສາມຫາ 50 ຄົນ
ພຽງ​ແຕ່່ໃນເວລາ 6 ປີ​ເທົ່າ​ນັ້ນ ​ໃນ​ຂະນະ​ທີ່​ບັນດາ​ຄອບຄົວຕ່າງໆ ພາກັນ​ຕິດ​ຕັ້ງ​ແຜ່ນ​ເກັບພະລັງ​ງານ​ແສງພະ​ອາທິດ ​ຢູ່ຕາມຫລັງຄາ​ເຮືອນ​ເຂົາ​ເຈົ້າ.

ປະທາ​ນາ​ມິ​ບໍດີ Obama ​ໄດ້​ກ່າວເນັ້ນຢ້ຳ ເຖິງ​ການ​ເຕີບ​ໂຕດັ່ງກ່າວ ​ໃນ​ລະຫວ່າງ​ກອງ​
ປະຊຸ​ມສຸດ​ຍອດ​ພະລັງງານທີ່​ສະອາດແຫ່ງ​ຊາດ ໃນ​ວັນ​ຈັນແລ້ວຢູ່​ທີ່ນະຄອນ Las Vegas ​ໂດຍໃຫ້​ຂໍ້​ສັງ​ເກດວ່າ ສະຫະ ລັດອາ​ເມຣິກາ ​ໄດ້ຜະ​ລິດພະລັງງານຈາກແສງ​ພະ
​ອາທິດເພີ້ມຂຶ້ນ 20 ​ເທົ່າ ຂອງລະດັບປີ 2008.

ປະທານາທິບໍດີສະຫະລັດ ທ່ານ Barack Obama ກ່າວວ່າ “ການ​ຕິດ​ຕັ້ງ​ພະລັງງານ​ແສງພະ​ອາທິດ ທີ່​ໃຫຍ່ສຸດ​ໃນ​ໂລກ ​ໄດ້​ມີ​ຂື້ນໃນ​ປີ​ກາຍນີ້ ​ໂດຍມີແຜ່ນເກັບແສງ
ພະອາທິດ 9 ລ້ານ​ແຜ່ນ ທີ່ສາມາດຜະ​ລິດ​ພະລັງງານໄຟຟ້າ ຊຶ່ງເປັນພະລັງງານ
ທົດ
ແທນທີ່ສະອາດ ພຽງພໍ ໃຫ້​ແກ່ບ້ານເຮືອນ​ຫລາຍ​ກວ່າ 100,000 ​ບໍ່ແມ່ນ​ຢູ່​ໃນ​ເຢຍຣະມັນ ບໍ່​ແມ່ນຢູ່​ໃນປະເທດຈີນ ບໍ່ແມ່ນ​ຢູ່​ໃນຊາ​ອຸດີ ອາຣາ​ເບ​ຍ ​ແຕ່​ຢູ່​ທີ່​ນີ້ ໃນ ສະຫະລັດອາ​ເມຣິກາ.”

ພຽງ​ບໍ່​ເທົ່າ​ໃດ​ອາທິດ​ຫລັງ​ຈາກການ​ປະກາດກ່ຽວກັບແຜນການທີ່ທະ​ເຍີ​ທະຍານ​ ທີ່​ຈະ​ຕັດ
​ການປ່ອຍແກັສ​ພິດ​ຄາບ​ອນ ຈາກ​ໂຮງໄຟຟ້າທີ່ແລ່ນ ດ້ວຍ​ຖ່ານ​ຫີນແລ້ວ ປະທານາທິບໍດີ
Obama ກໍໄດ້ປະຕິ​ເສດ​ຕໍ່ຝ່າ​ຍກົງ ​ກັນ​ຂ້າມ​ໃນ​ພັກຣີພັບ​ບລິ​ກັນແລະອຸດສາຫະກຳ​ເຊື້ອ
ໄຟ ທີ່​ກ່າວ​ວ່າ ມາດ​ ຕະການ​ດັ່ງ​ກ່າວ​ເປັນ​ໄພ​ແກ່​ເສດຖະກິດ. ທ່ານກຳລັງ​ດຳ​ເນີນການ
ທ່ອງ ທ່ຽວເບິ່ງການປ່ຽ​ນແປງຂອງ​ດິນ​ຟ້າ​ອາກາດຊຶ່ງທ່ານຈະເດີນທາງແຕ່ລັດ Nevada
ໄປ​ຫານະຄອນ New Orleans ​ພ້ອມທັງ ລັດ Alaska ນຳດ້ວຍ.

ທ່ານ ຈະເປັນ​ປະ​ທາ​ນາ​ທິບໍດີ​ສະຫະລັດ ທີ່ຍັງຢູ່ໃນຕຳແໜ່ງຄົນທຳ​ອິດ ​ທີ່ຈະ​ເດີນ​ທາງ​ໄປ
​ຢ້ຽມຢາມ​ເຂດຂົ້ວໂລກເໜືອ ໃນລັດອາລາສກ້າ ຊຶ່ງ ​ເປັນ​ບ່ອນ​ທີ່ທ່ານ​ຈະ​ໄດ້ເຫັນ​ດ້ວຍ​ຕົນ
ເອງ​ ເຖິງ​ຜົນ​ກະທົບ​ບາງ​ຢ່າງ​ຈາກ ສະພາບອາກາດທີ່ຮ້ອນເອົ້າຂຶ້ນ​ຂອງ​ໂລກ.

ທ່ານ Benton Strong ທີ່​ສູນ​ກາງເພື່ອຄວາມ​ກ້າ​ວໜ້າຂອງ​ຊາວ​ອາ ເມຣິກັນ ກ່າວ​ວ່າ
“ຊາວບ້ານ​ຈຳນວນ​ນຶ່ງ ​ແລະ​ບັນດາ​ຄົນ​ພື້ນ​ເມືອງ ຜູ້​ທີ່​ກຳລັງ​ເຫັນ​ໝູ່​ບ້ານ​ຂອງ​ເຂົາ​
ເຈົ້າ​ເປື່ອຍ​ລົງ​ໄປໃນມະຫາ​ສະມຸດ. ທ່ານ​ຍັງ​ຈະ​ໄປ​ຢ້ຽມບ່ອນຢູ່ອາໄສຂອງ​ສັດປ່າ
​ທີ່ໄດ້ຮັບຄວາມເສຍຫາຍຫລາຍ​ກວ່າ​ແຫ່ງ​ໃດ​ໆ​ຢູ່ໃນ​ປະ​ເທດ ​ເພາະສະ​ນັ້ນ ທ່ານ​
ຈະມີ​ຄວາມ​ສາມາດ​ເຫັນຜົນ​ກະທົບ​ຈຳນວນ​ນຶ່ງ​ ໃນການ​ປ່ຽນ​ແປງຂອງ​ດິນ​ຟ້າ​
ອາກາດ.”

​ຢູ່​ທີ່​ເມືອງ New Orleans ​ໃນ​ວັນ​ພະຫັດ​ທີ່​ຜ່ານ​ມາ ປະທານາທິບໍດີ ແມ່ນໄດ້​ເນັ້ນ​ໜັກ
​ໃສ່​ບໍ່​ພຽງ​ແຕ່ການ​ເກີດ​ໃໝ່ຂອງ​ເມືອງດັ່ງກ່າວ 10 ປີ ຫລັງ​ຈາກເຮຣິເຄນ Katrina ​ແຕ່​ຈະ
​ເຮັດແນວໃດ​ ການ​ປຸກ​ສ້າງ​ບ້ານ​ເຮືອນຈຶ່ງຈະໃຫ້ທົນ​ທານ​ຕໍ່​ການ​ປ່ຽນ​ແປງຂອງ​ດິນ​ຟ້າ​
ອາກາດ​ໃນ​ຂະນະ​ທີ່​ບັນດາ​ເຂດ​ແຄ​ມຝັ່ງທະ​ເລ ກຳລັງ​ປະ​ເຊີນ​ໜ້າ​ກັບລະ​ດັບ​ນຳ້ທະ​ເລ​
ທີ່ ສູງ​ຂື້ນ​.

XS
SM
MD
LG