ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ພິທີເປີດ ສະຖານທູດ ສະຫະລັດ ຫລັງໃໝ່ ໃນ ສປປ ລາວ


ພິທີຕັດແຖບຜ້າ ເປີດສະຖານທູດ ສະຫະລັດ ຫລັງໃໝ່ ໃນ ສປປ ລາວ (ພາບຈາກ ສະຖານທູດ ສະຫະລັດ)
ພິທີຕັດແຖບຜ້າ ເປີດສະຖານທູດ ສະຫະລັດ ຫລັງໃໝ່ ໃນ ສປປ ລາວ (ພາບຈາກ ສະຖານທູດ ສະຫະລັດ)

ສະຫະລັດ ອາເມຣິກາ ຢືນຢັນອີກຄັ້ງນຶ່ງ ທີ່ຈະສືບຕໍ່ໃຫ້ການ
ຊ່ວຍເຫືອແກ່ລາວ ໃນພິທີເປິດສະຖານທູດແຫ່ງໃໝ່ ມູນຄ່າ
145 ລ້ານໂດລາ ໃນມື້ວັນພະຫັດຜ່ານມານີ້.

ເອກອັກຄະລັດຖະທູດ ສະຫະລັດ ທ່ານ Daniel A Klune (ທີສາມຈາກຊ້າຍ) ທ່ານນາງ ດຣ ສູນທອນ ໄຊຍະຈັກ ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງ ປະເທດ ສປປ ລາວ ແລະ ທ່ານ Patrick Kennedy ລັດຖະມົນຕີຊ່ວຍວ່າກະຊວງການຕ່າງປະເທດ ສະຫະລັດ
ເອກອັກຄະລັດຖະທູດ ສະຫະລັດ ທ່ານ Daniel A Klune (ທີສາມຈາກຊ້າຍ) ທ່ານນາງ ດຣ ສູນທອນ ໄຊຍະຈັກ ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງ ປະເທດ ສປປ ລາວ ແລະ ທ່ານ Patrick Kennedy ລັດຖະມົນຕີຊ່ວຍວ່າກະຊວງການຕ່າງປະເທດ ສະຫະລັດ


ຢູ່ໃນພີທີກ່າວເປີດທີ່ເປັນສັນຍາລັກອັນສຳຄັນຂອງຄຳໝັ້ນ
ສັນຍາຂອງສະຫະລັດ ອາເມຣິກາແລະ ການເສີມສ້າງສາຍ
ພົວພັນອັນດີງາມກັບສາທາລະນະລັດ ປະຊາທິປະໄຕ ປະ
ຊາຊົນລາວ, ທ່ານ Daniel A.Clune ເອກອັກຄະລັດຖະ
ທູດສະຫະລັດ ປະຈຳ ສ ປປ ລາວ ແລະ ທ່ານ Patrick
Kennedy ລັດຖະມົນຕີຊ່ວຍວ່າກະຊວງການຕ່າປະ ເທດ
ຂອງສະຫະລັດ ພ້ອມດ້ວຍທ່ານນາງ ດຣ. ສູນທອນ ໄຊຍະ
ຈັກ ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງ ປະເທດ
ຂອງລາວໄດ້ຮ່ວມກັນເປັນປະທານຕັດແຖບຜ້າໃນພີທີເປີດ
ສະຖານທູດສະຫະລັດຫລັງໃໝ່ທີ່ມີມູນຄ່າ 145 ລ້ານໂດລາ
ທີ່ນະຄອນຫຼວງວຽງຈັນ ເຊີ່ງມີແຂກຕ່າງໜ້າໃຫ້ແກ່ລັດຖະ
ບານລາວ, ສື່ມວນຊົນລາວ ແລະບັນດາທູຕາ ນຸທູດຕ່າງ
ປະເທດປະຈຳ ສ ປ ປ ລາວ.

ທ່ານ Patrick Kennedy ລັດຖະມົນຕີຊ່ວຍວ່າກະຊວງການຕ່າປະເທດ ຂອງສະຫະລັດ
ທ່ານ Patrick Kennedy ລັດຖະມົນຕີຊ່ວຍວ່າກະຊວງການຕ່າປະເທດ ຂອງສະຫະລັດ

ທ່ານ Patrick Kennedy ລັດຖະມົນຕີຊ່ວຍວ່າກະຊວງການ
ຕ່າງປະເທດຂອງສະຫະລັດ ໄດ້ກ່າວຢູ່ໃນບົດປາໄສຂອງທ່ານ
ວ່າ ສະຖານທູດໃໝ່ແຫ່ງດັ່ງກ່າວນີ້ເປັນສັນຍາລັກທີ່ແທ້ຈິງຂອງ
ຄວາມຕັ້ງໃຈຂອງລັດຖະບານສະຫະລັດ ອາເມຣິກາ ທີ່ຈະຮ່ວມ
ດຳເດີນວຽກງານກັບ ສ ປ ປ ລາວເພື່ອຮັດແໜ້ນສາຍພົວພັນມິດ
ຕະພາບສອງຝ່າຍຂອງພວກເຮົາໃນວີທີທາງຂອງການເສີມສ້າງ
ຜົນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ ສອງຊາດຂອງພວກເຮົາ. ເດືອນໜ້ານີ້ຈະມີການສະເຫຼິມສະຫຼອງວັນສ້າງຕັ້ງສາຍພົວພັນ
ທາງການທູດຮ່ວມກັນ ຄົບຮອບ 65 ປີ ລະຫວ່າງປະເທດລາວ
ແລະ ສະຫະລັດອາເມຣິກາ. ພວກຂ້າພະເຈົ້າຫວັງຢ່າງຍີ່ງວ່າ
ສະຖານທູດໃໝ່ແຫ່ງນີ້ຈະໄດ້ນຳໃຊ້ເຂົ້າໃນວຽກງານການສະຫຼອງວັນດັ່ງກ່າວ ໃຫ້ແກ່
ພວກເຮົາໄດ້ເປັນຢ່າງດີ ໃນປີທີ່ຈະມາເຖີງນີ້ຂະນະທີ່ພວກເຮົາໄດ້ພ້ອມກັນກ້າວໄປສູ່
ຂີດໝາຍໃໝ່.

ກອງກຽດຕິຍົດ ທະຫານມາຣິນ ສະຫະລັດ
ກອງກຽດຕິຍົດ ທະຫານມາຣິນ ສະຫະລັດ

ສະຖານທູດໃໝ່ ທີ່ຕັ້ງຢູ່ບ້ານສົມຫວັງໃຕ້ ເມືອງຫາດຊາຍຟອງ
ນະຄອນຫຼວງວຽງຈັນ ຕັ້ງຢູ່ເທີງຟື້ນທີ່ 7.4 ເອເຄີ ເປັນທີ່ຕັ້ງໃຊ້
ຮ່ວມກັບເພື່ອນບ້ານ ແລະ ໃກ້ກັບຂົວມິດຕະພາບລາວ-ໄທ
ແຫ່ງທີ່ໜື່ງ. ໂຄງການກໍ່ສ້າງທີ່ມີມູນຄ່າເຖີງ 145 ລ້ານໂດລາ
ແຫ່ງນີ້ ປະກອບມີຫ້ອງການສະຖານທູດ, ມີສຳງານຂອງໜ່ວຍ
ຮັກສາຄວາມປອດໄພ, ມີສະຖານທີ່ຈອດລົດ ແລະ ຫ້ອງການ
ບໍລິການອື່ນໆ.

ສຳລັບສະຖານທູດເກົ່າຢູ່ໃນຕົວເມືອງນັ້ນຈະປັບແປງນຳໃຊ້ເປັນສະຖານທີຈັດກິດຈະກຳ
ຕ່າງໆເພື່ອຮັບໃຊ້ໃຫ້ແກ່ສະຖານທູດໃໝ່. ການປັບແປງດັ່ງກ່າວ ເຊີ່ງຄາດວ່າຈະສຳເລັດ
ພາຍໃນທ້າຍປີ 2015,ຈະປະກອບມີສູນຂໍ້ມູນກ່ຽວກັບອາເມຣີກາແຫ່ງໃໝ່ເຊີ່ງຈະເປີດຮັບ
ໃຊ້ໃຫ້ແກ່ສາທາລະນະເພື່ອເຂົ້າ ໄປນຳໃຊ້ຟຣີ.

ເອກອັກຄະລັດຖະທູດ Daniel A Klune ແລະພັນລະຍາ ທ່ານນາງ Judy
ເອກອັກຄະລັດຖະທູດ Daniel A Klune ແລະພັນລະຍາ ທ່ານນາງ Judy

ທ່ານເອກອັກຄະລັດຖະທູດ Daniel Clune ກ່າວວ່າ ພວກ
ຂ້າພະເຈົ້າ ພາກພູມໃຈເປັນຢ່າງຍິ່ງ ທີ່ສະຫະລັດ ໄດ້ປະກອບ
ສ່ວນທຶນຮອນເກືອບ 45 ລ້ານໂດລາທຸກໆປີ ເພື່ອເປັການຊ່ວຍ
ເຫຼືອສອງຝ່າຍໃຫ້ແກ່ລາວໃນຂະແໜງ ການສາທາລະນະສຸກ
ແລະ ການສຶກສາ ເພື່ອສືບຕໍ່ພັດທະນາເສດຖະກິດສັງຄົມ ແລະ
ການປົກປັກຮັກສາສີ່ງແວດລ້ອມ ແລ ວຽກງານຂະແໜງການ
ອື່ນໆ ແລະພວກຂ້າພະເຈົ້າກໍ່ມີຄວາມມຸ້ງຫວັງອັນແຮງກ້າທີ່ຈະ
ຮ່ວມປະຕິບັດວຽກງານກັບພາກສ່ວນລັດຖະບານລາວ ເພື່ອ
ເປັນການເສີມຂະຫຍາຍການຮ່ວມມືດັ່ງກ່າວໃຫ້ກວ້າງອອກໄປ
ໃນປີທີ່ຈະມາເຖີງນີ້.

ພິທີທາງສາສະໜາ
ພິທີທາງສາສະໜາ

ໂຄງການກໍ່ສ້າງສະຖານທູດໃໝ່ທີ່ໃຊ້ເວລາສອງປີເຄິ່ງນີ້ມີ
ນາຍຊ່າງຝືມືຄົນລາວ, ກຳມະກອນ, ພະນັກງານ ແລະ ເຈົ້າ
ໜ້າທີ່ຮັກສາຄວາມສະຫງົບ ຮ່ວມເຮັດວຽກຫຼາຍກວ່າ 900
ຄົນ ແລະ ໂຄງການດັ່ງກ່າວກໍ່ໄດ້ຮັບການຮ່ວມມືກັບຫຼາຍ
ພາກສ່ວນເພື່ອຮ່ວມດຳເນີນວຽກງານ ແລະ ເພື່ອຫລຸດຜ່ອນ
ຄ່າໃຊ້ຈາຍໃນການດຳເນີນການກໍໍ່ສ້າງ ເຊັ່ນການສະໜອງ
ພະລັງງານໃຫ້ພຽງພໍ, ການເຮັດແຜ່ນປ້າຍ, ເຄື່ອງຜະລິດ
ຄວາມຮ້ອນຈາກແສງຕາເວັນ ແລະເຄື່ອງຈັກປ້ຳນ້ຳໃຊ້ຫົດ
ພື້ນທີ່ດິນທີ່ແຫ້ງແລ້ງອ້ອມອາຄານ. ນ້ຳເສຍທັງໝົດຈະໄດ້
ຮັບການບຳບັດ ແລະ ນຳມາໃຊ້ຄືນເປັນລະບົບນ້ຳໝູນວຽນພາຍໃນ ສະຖານທູດ.

U.S. Re-Affirms Its’ Commitment to Laos in Opening Ceremony of New $145 Million Embassy

In an important symbol of the United States’ commitment and enduring relationship with the People’s Democratic Republic of Laos, U.S. Ambassador Daniel A. Clune, and State Department Undersecretary for Management Patrick Kennedy, alongside Vice Minister of Foreign Affairs Vice Minister of Foreign Affairs H.E. Dr. Sounthone Xayachack, and Vientiane Mayor H.E. Dr. Sinlavong Khoutphaythoune, dedicated the new $145 million American Embassy in Vientiane in a red, white and blue ceremony attended by representatives of the Lao government, media, and members of the diplomatic community.

ຟ້ອນອວຍພອນ ຕ້ອນຮັບແຂກ
ຟ້ອນອວຍພອນ ຕ້ອນຮັບແຂກ

“This new facility is a strong symbol of the U.S. government’s commitment to work with the Lao PDR to strengthen our bilateral relationship in ways that will benefit both our nations. Next month marks the 65th anniversary of diplomatic relations between Laos and the United States. We expect this embassy will serve us well in coming years as we work towards new milestones,” Undersecretary Kennedy said in his opening remarks.

The new Embassy campus, located in Ban Somvang Tai Village, Hatsayphong District, is situated on a 7.4-acre site in a mixed-use neighborhood, close to the Mekong River. With a project budget of $145 million, it includes a Chancery, a U.S. Marine Security Guard residence, a parking structure, and a utility building. The former Embassy site in the downtown area will be renovated and continue to support the Embassy. The renovations, scheduled for completion in late 2015, will include a new American Center, which will be free and open to the Lao public.

“I am proud to say that the U.S. contributes nearly $45 million annually in bilateral assistance to Laos from health, and education, to economic development and environmental protection, and more, and we look forward to working with our Lao counterparts to expanding that cooperation over the coming years” Ambassador Clune said.

The two and a half year construction project put more than 900 Lao craftspeople, laborers, office staff, and security personnel to work, and the project incorporates numerous sustainable features to conserve resources and reduce operating costs, including energy-efficient appliances, photovoltaic panels, solar hot water heaters, and drought-resistant landscaping. All wastewater generated on-site is treated and used for site irrigation.


XS
SM
MD
LG