ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລໍ້ຍູ້ພາຍ່າງ ທີ່ໃຊ້ ແສງເລເຊີ ຊ່ວຍໃຫ້ ຜູ້ເປັນໂຣກ Parkinson's ຍ່າງໄດ້ງ່າຍຂື້ນ (ວີດີໂອ ພາສາລາວ/ອັງກິດ)


New Laser Device Helps Parkinson's Patients Walk
please wait

No media source currently available

0:00 0:01:59 0:00
ລິງໂດຍກົງ

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ໂຣກ Parkinson’s ຫລື​ໂຣກ​ເສ້ນ​ປະສາດ​ກະຕຸກ ​ເວົ້າ​ງ່າຍໆ​
ວ່າ​ໂຣກສັ່ນນັ້ນ ຄ່ອຍໆ​ທໍາລາຍຄວາມ​ສາມ​າດຂອງ​ສະໝອງ​
ໃນ​ການ​ຄວບ​ຄຸມ​ກ້າມ​ເນື້ອ ​ເຮັດ​ໃຫ້​ຄົນ​ທີ່​ເປັນ​ໂຣກນີ້ ​ບໍ່​ສາມາດ
ໃຊ້​ມືຫລືແຂນຂາ​ໄດ້​ຕາມ​ປົກກະຕິ ຄື​ບໍ່​ສາມາດ​ຈັບ​ບາຍ​ສິ່ງ​ຂອງ
ຫລືຍ່າງໄດ້​ສະ​ດວກ ຍ້ອນ​ມື​ໄມ້​ແລະ​ແຂນ​ຂາ​ສັ່ນ​ກະຕຸກ ​ຫລື​
ສັ່ນ​ຢ່າງ​ແຮງ. ​ແຕ່​ບັນດາ​ນັກ​ຄົ້ນ​ຄ້ວາ​ຢູ່ຄລີ​ນິກ Mayo ທີ່​ເມືອງ
Jacksonville ລັດ Florida ​ໄດ້​ພັດທະນາອຸບປະກອນ​ນຶ່ງ ທີ່​
ໃຊ້​ແສງ​ເລ​ເຊີ ​ເພື່ອ​ຊ່ວຍ​ໃຫ້​ພວກ​ທີ່​ເປັນ​ໂຣກສັ່ນ ຫລື
Parkinson’s disease ສາມາດ​ຍ່າງ​ໄດ້​ງ່າຍ​ຂຶ້ນ.

ລິງໂດຍກົງ



ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:


ເມື່ອ​ສີ່​ປີ​ກ່ອນ​ນີ້ Wayne Puckett ຈະ​ໄປ​ໄສມາ​ໄສ ​ກໍ​ລໍາບາກ ​ເພາະ​ຕ້ອງ​ໄດ້​ນັ່ງ​ລໍ້​ຍູ້ ຫລື
wheelchair ​ເພາະວ່າ​ລາວ​ເປັນ​ໂຣກ Parkinson’s ​ແບບນຶ່ງທີ່​ທໍາລາຍ​ເສ້ນ​ປະສາດ​ເຊື່ອມ​ຕໍ່​ລະຫວ່າງ​ສະໝອງ​ກັບກ້າມ​ເນື້ອຂາ​ຂອງ​ລາວ ​ເຮັດໃຫ້​ລາວ​ຍ່າງ​ບໍ່​ໄດ້​.

Wayne Puckett ​ເວົ້າ​ວ່າ “ມັນເປັນ​ເລື້ອງ​ທີ່ຍາກ​ຫລາຍ​ທີ່​ຈະ​ຍອມຮັບເອົາໄດ້ ​
ແລະ​ຂ້ອຍ​ຮູ້ສຶກຄື​ກັນ​ກັບ​ວ່າ ບໍ່​ແມ່ນ​ຄົນເຕັມ​ໂຕ​ຫັ້ນ​ແຫລະ ຄື​ພວກ​ລູກ​ໆ ​ເຂົາ​
ກໍເຫັນ​ວ່າ​ ເຮົາ​ບໍ່​ສາມາດ​ເຮັດ​ຫຍັງ​ໄດ້​ຫຼາ​ຍຄື​ເກົ່າ​ແລ້ວ.”


​ໃນ​ປີ 2010 ຊ່ຽວຊານ​ດ້ານ​ເສ້ນ​ປະສາດ Dr. Jay Van Gerpen ທີ່ຄລີ​ນິກ Mayo ​ເມືອງ
Jacksonville ລັດ Florida ​ໄດ້​ລົມ​ສູ່ Wayne Puckett ຟັງ​ ກ່ຽວ​ກັບ​ອຸບປະກອນອັນ​ນຶ່ງ
ທີ່​ຈະ​ຊ່ວຍໃຫ້​ລາວ​ຍ່າງ​ໄດ້. ທໍາ​ອິດ​ນັ້ນ Wayne Puckett ບໍ່​ເຊື່ອ​ລາວ.

Wayne Puckett ​ເວົ້າ​ວ່າ “​ເພິ່ນ​ບອກ​ຂ້ອຍ​ວ່າ ​ເພິ່ນ​ມີ​ເສ້ນ​ສີ​ແດງ​ນ້ອຍໆ​ອັນ​ນຶ່ງ
ທີ່​ຈະ​ສາມາດ​ຊ່ວຍ​ໃຫ້ຂ້ອຍ​ຍ່າງ​ໄດ້. ຂ້ອຍ​ຄິດ​ໃນ​ໃຈ​ວ່າ ບໍ່​ມີ​ທາງ.”


Dr. Van Gerpen ​ເອີ້ນ​ອຸບປະກອນ​ຂອງ​ເພິ່ນ​ວ່າ ‘mobilaser’ ຫລື ແສງເລ​ເຊີເຄື່ອນ​ທີ່.
Dr. Van Gerpen ​ເອົາ​ເລ​ເຊີ​ທີ່​ວ່າ​ນີ້ໄປ​ຕິດ​ໃສ່ walker ຫລື​ລໍ້​ຍູ້​ພາ​ຍ່າງ ຊຶ່ງ​ເວລາ​ເຮົາ​ຍູ້​
ມັນໄປ​ຂ້າງ​ໜ້າ​ນັ້ນ ມັນ​ກໍ​ຈະ​ສົ່ງ​ແສງ​ເລ​ເຊີ​ສີ​ແດງອອກ​ມາ​ລະຫວ່າງ​ສອງ​ລໍ້ ​ເປັນ​ສັນຍານ
ບອກ​ໃຫ້ ​ກ້າວ​ຂາ​ອອກ​ຍ່າງ ສໍາ​ລັບ​ຜູ້​ທີ່​ເປັນ​ໂຣກ Parkinson’s ຍ້ອນໂຣກ​ເສ້ນ​ປະສາດ
ຫລື​ຍ້ອນ​ສະໝອງ​ໄດ້​ຮັບ​ການ​ກະທົບກະ​ເທືອ​ນ​ຢ່າງ​ໜັກ.

Dr. Van Gerpen ອະທິບາຍ​ວ່າ “ມັນ​ມີ​ສ່ວນ​ນຶ່ງ​ຂອງ​ສະໝອງ​ທີ່ຈະຮັບ​ຄໍາ​ສັ່ງ​
ໄປ​ບອກ​ເສ້ນ​ປະສາດຂາ ບອກໃຫ້ມັນ​ອອກ​ຍ່າງ ​ເວລາ​ເຮົາ​ຢາກ​ຈະ​ຍ່າງ ​ແຕ່
​ຖ້າ​ຫາກ​ວ່າ​ສ່ວນ​ນັ້ນ​ຂອງສະ​ໝອງຖືກ​ເສຍ​ຫາຍ ມັນ​ກໍ​ຈະ​ບໍ່​ສາມາດສົ່ງ​ສັນ
ຍານ​ນັ້ນ​ໄດ້.”


​ໂດຍ​ການ​ຈ້ອງ​ຕາ​ເບິ່ງ​ເສ້ນ​ເລ​ເຊີ​ສີ​ແດງ​ນັ້ນ ຜູ້​ທີ່​ເປັນ​ໂຣກປະສາດ​ກະຕຸກ ຫລື
Parkinson’s ກໍ​ແມ່ນ​ຈະ​ເພ່ງ​ເລັງ​ໃສ່​ພາລະກິດນຶ່ງ​ຕ່າງຫາກ ຊຶ່ງ​ອໍານວຍ​ໃຫ້​ສະໝອງ
ຂອງເຂົາເຈົ້າ ສົ່ງສັນຍານ​ຄໍາສັ່ງ​ໄປ​ຕາມ​ເສ້ນປະສາດ​ອີກ​ເສ້ນ​ນຶ່ງ ​ໂດຍ​ຫລີກ​ເວ້ນ​ຈາກ
ພາກສ່ວນ​ຂອງ​ສະໝອງ​ທີ່ຖືກເສຍ​ຫາຍ ທີ່​ບໍ່​ສາມາດ​ສົ່ງ​ສັນຍານ​ຄໍາ​ສັ່ງ​ໄປ​ໄດ້​ນັ້ນ.

Dr. Van Gerpen ​ເວົ້າ​ວ່າ “ພວກ​ເຮົາ​ສວຍ​ໃຊ້​ປະ​ໂຫຍ​ດ​ ຈາກພາກສ່ວນ​ຂອງ​
ສະໝອງ ທີ່​ຍັງ​ປະຕິບັດ​ງານ​ໄດ້​ດີນັ້ນ ​ເພື່ອຊ່ວຍ​ຊົດເຊີຍ​ພາກສ່ວນທີ່​ບໍ່​ທໍ​າງານ.”


Dr. Van Gerpen ​ກ່າວ​ຕື່ມ​ວ່າ ພວກ​ຄົນ​ໄຂ້​ສ່ວນ​ໃຫຍ່​ຂອງ​ເພິ່ນ ສາມາດ​ຍ່າງ​ໄດ້​ດີ​ຂຶ້ນ ​
ແລະ Wayne Puckett ກໍ​ເວົ້າ​ວ່າ ​ແສງ​ເລ​ເຊີເຄື່ອນ​ທີ່ ຫລື ‘mobilaser’ ຊ່ວຍ​ໃຫ້​ລາວ​
ໄດ້​ຊີວິດຂອງ​ລາວ​ຄືນ​ມາ.
XS
SM
MD
LG