ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຄົນ​ລາວ​ຮຸ້ນ​ໃໝ່​ຢາກ​ໄດ ຄົນ​ທີ່​ມີ​​ຄວາມຮູ້ສູງ ເປັນ​ສະມາຊິກ​ ສ.ພ.​ແຫ່ງ​ຊາດ​ລາວ ​ຊຸດ​ໃໝ່


ຜູ້ສະມັກຈຳນວນນຶ່ງທີ່ຈະສະມັກແຂ່ງຂັນໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 7 ຢ່າງເປັນທາງການ
ໃນວັນທີ 30 ເມສາ 2011 ນີ້
ຜູ້ສະມັກຈຳນວນນຶ່ງທີ່ຈະສະມັກແຂ່ງຂັນໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 7 ຢ່າງເປັນທາງການ ໃນວັນທີ 30 ເມສາ 2011 ນີ້

ຄົນ​ລາວ​ຮຸ້ນ​ໃໝ່​ຢາກ​ໄດ້​ບຸກຄະລາ​ກອນ​ທີ່​ມີ​ການ​ສຶກສາ​ສູງ ​ແລະມີ​ຄວາມຮູ້​ຄວາມ​ສາມາດ​ ເທົ່າ​ທັນ​ກັບ​ການ​ປ່ຽນ​ແປງ​ໃນ​ໂລກ​ ເຂົ້າ​ໄປ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ​ລາວ​ຊຸດ​ໃໝ່.


ນັກ​ສຶກສາລາ​ວທີ່​ເດີນທາງ​ມາ​ສຶກສາ​ຕໍ່​ລະດັບ​ປະລິນຍາ​ໂທ
ທີ່​ມະຫາວິທະຍາ​ໄລ​ຂອນ​ແກ່ນ ໃນ​ເຂດ​ພາກອີສານ​ຂອງ
ໄທ​ໄດ້​ໃຫ້​ສຳພາດ​ກັບ VOA ວ່າ ສຳລັບ​ໃນ​ພາກສ່ວນ​
ຂອງ​ນັກ​ສຶກສາ ​ແລະປັນຍາ​ຊົນໃນ​ລາວ​ແລ້ວ ຢາກ​ໄດ້​
ສະມາຊິກ​ສະພາ​ແຫ່ງ​ຊາດ​ທີ່​ມີ​ການ​ສຶກສາ​ສູງ ​ແລະມີ​
ຄວາມ​ຮູ້ຄວາມ​ສາມາດ​ເທົ່າ​ທັນ​ກັບ​ສະພາບ​ການຂອງ​ໂລກ
ທີ່​ມີ​ການ​ປ່ຽນ​ແປ​ງຕະຫຼອດ​ເວລາ.

ທັງນີ້ ​ກໍ​ເນື່ອງ​ຈາກ​ວ່າ ການ​ທີ່​ລາວ​ຈະ​ສາມາດ​ພັດ​ທະ​ນາ
ປະ​ເທ​ດ​ໄດ້​ຢ່າງ​ເທົ່າ​ທັນ​ກັບ​ສະພາບ​ການ​ຂອງ​ໂລກ​ທີ່​ປ່ຽນ
ແປງ​ໄວ​ນັ້ນ ຈະ​ຕ້ອງ​ເພິ່ງ​ພາ​ການ​ຊ່ວຍ​ເຫຼືອຈາກ​ຕ່າງປະ
ເທດ​ເປັນ​ດ້ານ​ຫຼັກ​ ຈຶ່ງ​ເຮັດ​ໃຫ້​ຈຳ​ເປັນ​ຕ້ອງ​ມີ​ການ​ພົວພັນ​
ຮ່ວມ​ມື​ກັບ​ຕ່າງປະ​ເທດ​ໃນ​ທຸກໆ​ດ້ານ​ຢ່າງ​ກ້ວາງ​ຂວາງ.
ດ້ວຍ​ເຫ​ດນີ້​ ຈຶ່ງ​ເຮັດ​ໃຫ້​ມີ​ຄວາມ​ຈຳ​ເປັນ​ຢ່າງ​ຍິ່ງ​ທີ່​ສະພາ​
ແຫ່ງ​ຊາດ​ລາວຈະ​ຕ້ອງ​ມີ​ສະມາຊິກ​ທີ່​ມີ​ຄວາມ​ຮູ້​ຄວາມ​ສາ
ມາດ​ທີ່​ເທົ່າ​ທັນ​ກັບ​ສະພາບ​ການ​ຂອງໂລກ ດັ່ງ​ທີ່ນັກ​ສຶກ
ສາ​ລາວ​ຄົນນງ ໃຫ້ການ​ຢືນຢັນ​ກັບ VOA ວ່າ:

“ຂ້າພະ​ເຈົ້າ​ເຫັນ​ວ່າ​ ສະມາ​ຊິກ​ສະພາ​ແຫ່​ງຊາດ​ລາວ​ຊຸດ​ທີ່ 7 ນີ້​ຕ້ອງ​ໄດ້​ເລື​ອກ​ເອົາ​ຜູ້​ທີ່​ມີ​ພື້ນຖານ​ຄົບ​ຖ້ວນ​ຄັກ​ແນ່​ ​ໂດຍ​ສະ​ເພາະ​ໃນ​ເງື່ອນ​ໄຂທີ່​ພວກ​ເຮົາ​ເຊື່ອມ​ໂຍງ​ກັບ​ສາກົນ, ພວກ​ເຮົາ​ຕ້ອງ​ມີ​ບຸກຄະລາ​ກອນ​ພຽງພໍ ສາມາດ​ເຊື່ອ​ງ​ໂຍງ​ກັບ​ສາກົນໃຫ້​ໄດ້​ເປັນ​ຢ່າງ​ດີ, ຄັນ​ເຮັດ​ໄດ້​ຄື​ແນວ​ນີ້ ສະພາ​ແຫ່ງຊາດ​ລາວ​ຊຸດ​ທີ
7 ຂອງ​ເຮົາ​ຈະ​ໄດ້​ເປັນ​ກຳລັງ​ແຮງ​ອັນ​ໃຫຍ່​ຫຼວງ​ໃນ
ການ​ເປັນ​ຕົວ​ແທນ​ໃຫ້​ແກ່​ປະຊາຊົນ​ລາວ​ໃນ​ການ
ຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່​ການ​ເມືອງຮັບ​ໃຊ້​ປະຊາຊົນ”.

ທ່ານທອງສີ ອ້ວນລາສີີ ກໍາມະການ ຄະນະກໍາມາທິການເລືອກຕັ້ງລະດັບ ຊາດ
ທ່ານທອງສີ ອ້ວນລາສີີ ກໍາມະການ ຄະນະກໍາມາທິການເລືອກຕັ້ງລະດັບ ຊາດ

ທາງ​ດ້ານ ທ່ານທອງສີ ອ້ວນລາສີ ກໍາມະ
ການຂອງຄະນະກໍາມາທິການເລືອກຕັ້ງລະ
ດັບຊາດກໍໄດ້ສະແດງຄວາມເຊື່ອໝັ້ນວ່າ ບຸກ
ຄົນທີ່ຈະໄດ້ຮັບການເລືອກຕັ້ງໃຫ້ເປັນສະມາ
ຊິກສະພາແຫ່ງຊາດລາວຊຸດທີ 7 ທີ່ກໍາໜົດ
ຈະມີຂຶ້ນຢ່າງເປັນທາງການໃນວັນທີ 30 ເມ
ສາ 2011 ນີ້ ຈະສາມາດປະຕິບັດໜ້າທີ່ໄດ້
ຢ່າງມີຄຸນນະພາບ ແລະປະສິດທິພາບສູງ
ຂຶ້ນ. ທັ້ງນີ້ກໍເນື່ອງຈາກວ່າບຸກຄົນທີ່ພັກໄດ້
ຄັດເລືອກໃຫ້ເປັນຜູ້ສະໝັກແຂ່ງຂັນໃນການ
ເລືອກຕັ້ງໃນຄັ້ງນີ້ ຕ່າງກໍເປັນບຸກຄົນທີ່ມີຄຸນ
ນະສົມບັດຢ່າງຄົບຖ້ວນຕາມທີ່ພັກກໍາໜົດໄວ້ ນັ້ນ​ເອງ.

ຄະນະກໍາມະການເລືອກຕັ້ງລະດັບຊາດຂອງລາວ ພາຍໃຕ້ການເປັນປະທານຂອງທ່ານບຸນຍັງ ວໍລະຈິດ ຮອງປະທານປະເທດນັ້ນ ໄດ້ປະກາດ​ລາຍຊື່ບຸກຄົນ​ທີ່ຜ່ານ​ການ​ຄັດ​ເລືອກ ​ເລະ​ກໍ​ໄດ້​ຮັບ​ອານຸຍາດ​ໃຫ້​ລົງ​ສະມັກແຂ່ງຂັນໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 7 ຢ່າງ​ເປັນ​ທາງ​ການ​ໃນຕົ້ນ​ເດືອນມີນາ 2011 ທີ່​ຜ່ານ​ມານີ້. ໂດຍມີຜູ້ສະໝັກທັງໝົດ 190 ຄົນໃນ 17 ເຂດເລືອກຕັ້ງໃນທົ່ວປະເທດລາວ ​ໃນ​ຈຳນວນ​ນີ້ ​ເປັນຜູ້ສະໝັກຈາກສູນກາງ 47 ຄົນ ​ແລະ​ມີຜູ້ສະໝັກເພດຍິງ 47 ຄົົນ ຫາກ​ແຕ່​ກໍ​ມີຜູ້ສະໝັກຈາກພາກເອກກະຊົນທີ່​ໄດ້​ຮັບ​ອານຸຍາດ​ໃຫ້​ລົງ​ສະມັກແຂ່ງຂັນໃນການ​ເລືອກ​ຕັ້ງຄັ້ງນີ້ພຽງແຕ່ 5 ຄົນ​ເທົ່າ​ນັ້ນ.

ຜູ້ສະມັກເລືອກຕັ້ງສະມາຊິກສະພາແຫ່ງຊາດລາວ ຊຸດທີ 7 ຈາກກໍາແພງນະຄອນວຽງຈັນຈໍານວນນຶ່ງ
ຜູ້ສະມັກເລືອກຕັ້ງສະມາຊິກສະພາແຫ່ງຊາດລາວ ຊຸດທີ 7 ຈາກກໍາແພງນະຄອນວຽງຈັນຈໍານວນນຶ່ງ

ສ່ວນຄຸນນະສົມບັດໃນດ້ານ
ການສຶກສາຂອງຜູ້ສະໝັກນັ້ນ
ກໍປາກົດວ່າມີຢູ່ເຖິງ 168 ຄົນ
ທີ່ຈົບການສຶກສາຕັ້ງແຕ່ລະດັບ
ສູງໄປຈົນເຖິງປະລິນຍາເອກ
ໂດຍມີພຽງແຕ່ 22 ຄົນເທົ່າ
ນັ້ນ ທີ່ຈົບການສຶກສາລະດັບ
ຂັ້ນຕົ້ນ ແລະລະດັບກາງ.


ນອກຈາກນີ້ ກໍມີຜູ້ສະໝັກທີ່
ອາຍຸເກີນກວ່າ 60 ປີຂຶ້ນໄປ
ພຽງແຕ່ 21 ຄົນເທົ່ານັ້ນ. ສ່ວນທີ່ເຫຼືອກໍມີອາຍຸລະຫວ່າງ 45-60 ປີ ແລະໃນຈໍານວນຜູ້
ສະໝັກທັງໝົດ 190 ຄົນດັ່ງກ່າວນີ້ ກໍເປັນສະມາຊິກສະພາແຫ່ງຊາດລາວຊຸດທີ 6 ຢູ່ແລ້ວ ຈໍານວນ 45 ຄົນອີກດ້ວຍ.

ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 7 ຢ່າງ​ເປັນ​ທາງ​ການ​ໃນວັນ​ທີ 30 ​ເມສາ
ປີນີ້ ປະກອບ​ມີ​ທັງໝົດ 17 ເຂດເລືອກຕັ້ງ ທັງໃນ​ເຂດ​ນະຄອນ​ວຽງຈັນ ​ແລະໃນ 16 ​
ແຂວງທົ່ວ​ປະ​ເທດ​ລາວ ໂດຍ​ໃຫ້ປະຊາ​ຊົນທີ່ມີອາຍຸຄົບ18 ປີຂຶ້ນໄປ ກໍ​ຈະ​ເປັນຜູ້​ມີສິດໃນ
ການເລືອກຕັ້ງເອົາສະມາຊິກ​ສະພາ​ແຫ່ງ​ຊາດ​ລາວ​ຊຸດ​ໃໝ່. ສ່ວນຄົນລາວໃນຕ່າງປະເທດ
ທີ່ມີສິດເລືອກຕັ້ງນັ້ນ ກໍສາມາດຈະໃຊ້ສິິດຂອງຕົນໄດ້ ທີ່ສະຖານທູດລາວທີ່​ປະ​ເທ​ດຫວຽດ
ນາມ, ກໍປູ​ເຈຍ ​ແລະ​ໄທ ​ໃນ​ວັນ​ທີ 30 ​ເມສານີ້​ເຊັ່ນ​ກັນ.

ທັງນີ້ໂດຍສະພາແຫ່ງຊາດລາວຊຸດທີ 7 ນີ້ ຈະມີສະມາຊິກທັງໝົດ 132 ຄົນ ຊຶ່ງເພີ່ມຂຶ້ນ
ຈາກຊຸດທີ 6 ທີ່ມີຈໍານວນສະມາຊິກທັງໝົດ 115 ຄົນ ເນື່ອງຈາກວ່າຈໍານວນປະຊາກອນ
ລາວໄດ້ເພີ່ມຂຶ້ນຈາກເມື່ອ 5 ປີ ກ່ອນ.

XS
SM
MD
LG