ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Netanyahu ເດີນທາງມາ ສຫລ ເພື່ອຫາທາງຢຸດ ຂໍ້ຕົກລົງນີວເຄລຍ ກັບອິຣ່ານ


ນາຍົກ ລມຕ Benjamin Netanyahu ແຫ່ງອິສແອລ.
ນາຍົກ ລມຕ Benjamin Netanyahu ແຫ່ງອິສແອລ.

ນາຍົກລັດຖະມົນຕີ Benjamin Netanyahu ​ແຫ່ງ​ອິສຣາ​
ແອ​ລ ກຳລັງ​ມຸ້ງ​ໜ້າ​ມາ​ຍັງ​ວໍ​ຊິງ​ຕັນ ບ່ອນທີ່ທ່ານມີ​ກຳນົດ​
ຈະ​ກ່າວ​ຄຳ​ປາ​ໄສ​ ຕໍ່ລັດຖະສະພາ​ສະຫະລັດ ຊຶ່ງ​ໄດ້​ກາຍ​
ມາ​ເປັນບັນຫາ​ໂຕ້​ແຍ້​ງກັນນັ້ນ​.

ນາຍົກລັດຖະມົນຕີອິສຣາ​ແອ​ລ ກ່າວໃນ​ວັນ​ອາທິດ​ມື້​ນີ້ ​ທີ່
​ສະໜາມ​ບິນ Ben Gurion ວ່າ ທ່ານ​ກຳລັງ​ເດີນທາງ​ໄປ
“​ປະກອບ​ພາລະກິດ​ຄັ້ງ​ປະຫວັດສາດ” ເພື່ອ​ພະຍາຍາມ
​ແລະ​ຢຸດ​ຂໍ້​ຕົກລົງ​ນີວ​ເຄລຍກັບ​ອິຣ່ານ.

ທຳນຽບຂາວ​ມີຄວາມ​ໂມ​ໂຫ ທີ່ ປະທານ​ສະພາ ຕ່ຳສະຫະລັດ ​
ທ່ານ John Boehner ສັງກັດ​ພັກ Republican ​ບໍ່​ໄດ້​ປຶກສາ​ຫາລືກັບ​ທຳນຽບຂາວ
ກ່ອນ​ຈະເຊື້ອ​ເຊີນ​ໃຫ້ທ່ານ Netanyahu ມາ​ກ່າວ​ຄຳ​ປາ​ໄສ ​ຕໍ່​ລັດຖະສະພາສະຫະລັດ
​ນັ້ນ. ພວກ​ສະມາຊິກ​ສະພາ​ສັງກັດ​ພັກ​ເດ​ໂມ​ແກຣັດ ບາງ​ທ່ານ​ວາງ​ແຜນ​ບໍ່​ເຂົ້າ​ຮ່ວມ ​ເພື່ອ
​ສະ​ແດງ​ການ​ຄັດຄ້ານ ຕໍ່ການ​ກ່າວ​ປາ​ໄສ​ຂອງ​ທ່ານ Netanyahu ​ໃນ​ວັນ​ອັງຄານ​ມື້ຮືນີ້.

War of Words Escalates Between White House, Israel
please wait

No media source currently available

0:00 0:02:27 0:00

ທ່ານ​ນາງ Susan Rice ທີ່​ປຶກສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ ​ເອີ້ນ​ແຜນການ​ຂອງ​
ທ່ານ Netanyahu ນັ້ນ​ວ່າ “ທຳລາຍ​ໂຄງ​ສ້າງ ​ຂອງ​ສາຍ​ພົວພັນ.” ທ່ານ​ນາງ​ກ່າວ​
ໃນ​ສັບປະດາ​ຜ່ານ​ມາ​ວ່າ ສາຍ​ພົວພັນ​ລະຫວ່າງ​ສະຫະລັດກັບ​ອິສຣາ​ແອ​ລ “ຍາມ​ໃດ​
ກໍ​ໄດ້
ເປັນ​ໄປຕາມ​ແນວ​ທາງ​ຂອງ​ທັງສອງ​ຝ່າຍ” ​ແຕ່​ບັດ​ນີ້​ ໄດ້​ຖືກຂັດຂວາງ​ໂດຍ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ຝ່າຍ​ດຽວ ​ໃນ​ຫວ່າງ​ໄວໆ​ມາ​ນີ້.

ທ່ານ Netanyahu ທີ່​ກຳລັງ​ປະ​ເຊີນ​ໜ້າ​ກັບ​ການ​ຖືກ​ເລືອກ​ຕັ້ງ​ໃໝ່​ໃນ​ທ້າຍ​ເດືອນ​ນີ້ ກ່າວ
​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ທ່ານ​ຈະ “ກະທຳ​ທຸກ​ສິ່ງ​ທຸກຢ່າງ​ພາຍ​ໃຕ້​ອຳນາດ​ຂອງ​ທ່ານ” ​ເພື່ອ​ຮັບປະ​ກັບ​ອະນາຄົດ​ຂອງ​ອິສຣາ​ແອ​ລ.

​ໃນ​ວັນ​ເສົາ​ວານ​ນີ້ ນາຍົກລັດຖະມົນຕີອິສຣາ​ແອ​ລ ກ່າວ​ວ່າ ທ່ານເຄົາລົບ​ນັບຖື​ປະທານາ
ທິບໍດີ ​ບາຣັກ ​ໂອ​ບາ​ມາ ​ແລະ​ເຊື່ອໃນ​ການ​ມີສາຍ​ພົວພັນທີ່​ໝັ້ນ​ແກ່ນ​ກັບສະຫະລັດ ​ແຕ່​ທ່ານກ່າວ​ວ່າ ຄວາມ​ປອດ​ໄພ​ຂອງ​ອິສຣາ​ແອ​ລ ​ແມ່ນ​ພັນທະ​ໜ້າ​ທີ່ອັນ​ສູງ​ສຸດ​ຂອງ​ທ່ານ.

israelus1mars15
please wait
Embed

No media source currently available

0:00 0:02:18 0:00

XS
SM
MD
LG