ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈຳນວນຜູ້ເສຍຊີວິດ ຈາກໄພແຜ່ນດິນໄຫວ ໃນເນປາລ ແລະ ການຊ່ອຍເຫຼືອ ຍັງທະວີຂຶ້ນເລື້ອຍໆ


ບັນດາສະມາຊິກຊາວເນປາລ ຂອງກຸ່ມສັງຄົມພົນລະເຮືອນ Akhil Bharat Nepali ekta Samaj ເຂົ້າຮ່ວມ ພິທີ ໄຕ້ທຽນໄວ້ອາໄລ ຢູ່ທີ່ເມືອງ Allahabad ຂອງອິນເດຍ ໃຫ້ແກ່ບັນດາຜູ້ເຄາະຮ້າຍ ຈາກໄພແຜ່ນດິນໄຫວ ໃນເນປາລ, ວັນທີ 1 ພຶດສະພາ 2015.
ບັນດາສະມາຊິກຊາວເນປາລ ຂອງກຸ່ມສັງຄົມພົນລະເຮືອນ Akhil Bharat Nepali ekta Samaj ເຂົ້າຮ່ວມ ພິທີ ໄຕ້ທຽນໄວ້ອາໄລ ຢູ່ທີ່ເມືອງ Allahabad ຂອງອິນເດຍ ໃຫ້ແກ່ບັນດາຜູ້ເຄາະຮ້າຍ ຈາກໄພແຜ່ນດິນໄຫວ ໃນເນປາລ, ວັນທີ 1 ພຶດສະພາ 2015.

ອີກສີ່​ຄົນ​ໄດ້​ຖືກ​ຊ່ອຍ​ເຫຼືອອອກ​ມາ​ ຈາກ​ໃຕ້​ຊາກ​ຫັກ​ພັງ
ລວມທັງຊາຍຊະ​ລາ ອາຍຸ 101 ປີ ຫຼາຍໆມື້ຫຼັງຈາກ ​ແຜ່ນດິນ​
ໄຫວຮ້າຍແຮງ ໄດ້​ປະ​ທະເນ​ປາລ.

​ຕຳຫລວດ ກ່າວໃນ​ວັນ​ອາທິດ​ວານ​ນີ້ ວ່າ ຊາຍຊະ​ລາ​ດັ່ງກ່າວ
​ໄດ້ຖືກ​ພົບ​ເຫັນ ​ຢູ່ຫ່າງ​ຈາກ​ນະຄອນຫລວງ ​Kathmandu ​ໄປ
ທາງພາກ​ຕາ​ເວັນ​ອອກສຽງ​ເໜືອ ​ປະມານ 80 ກິ​ໂລ​ແມັດ.

ບັນດາ​ພະນັກງານ​ກູ້​ໄພ ລາຍ​ງານ​ກ່ອນ​ໜ້າ​ນີ້ ວ່າ ​ໄດ້​ຊ່ວຍ​ກັນ​ດຶງ
​ເອົາຜູ້​ລອດ​ຊີວິດ​ອີກ 3 ຄົນ ອອກ​ມາຈາກ​ຊາກຫັກ​ພັງຕ່າງໆ ຢູ່​ໃນ
​ເຂດ​ເມືອງ Sindhupalchowk ທາງ​ກ້ຳຕາ​ເວັນ​ອອກສຽງ​ເໜືອ ຂອງ Kathmandu.

​ແຕ່​ບັນດາ​ເຈົ້າໜ້າ​ທີ່ ກ່າວ​ວ່າ 8 ມື້​ຜ່ານໄປ ຫຼັງຈາກ​ເກີດ​ແຜ່ນດິນ​ໄຫວ ຄວາມ​ຫວັງທີ່​ຈະ​
ພົບ​ເຫັນ​ພວກ​ທີ່​ລອດ​ຊີວິດ​ຕື່ມ​ອີກ​ນັ້ນ ​ແມ່ນຈາງ​ຫາຍ​ໄປ​ຢ່າງ​ວ່ອງ​ໄວ ​ແລະ ຈຳນວນ​ຂອງ
​ຜູ້​ທີ່​ເສຍ​ຊີວິດ ອາດເພີ້​ມ “ຂຶ້ນສູງ​ກວ່າ​” ຈຳນວນທັງ​ໝົດ 7,200 ຄົນ​ໃນ​ປັດຈຸບັນ. ແລະ
ຫຼາຍພັນ​ຄົນ ຍັງ​ຫາຍ​ສາບ​ສູນ​ຢູ່ ລວມທັງ​ຊາວ​ຢູ​ໂຣບ ທີ່​ໄປ​ຢ້ຽມຢາມ​ປະ​ເທດ ປະມານ
1,000 ຄົນ.

​ໃນ​ວັນ​ອາທິດວານ​ນີ້ ​ເຮືອ​ບິນທະຫານ​ສະຫະລັດລຳ​ນຶ່ງ ພ້ອມ​ກັບເຄື່ອງ​ຈັກ​ໜັກ ​ແລະ ຜູ້​
ຄວບ​ຄຸມ​ ການ​ສັນຈອນ​ທາງ​ອາກາດຈຳນວນ​ນຶ່ງ ​ໄດ້ໄປ​ເຖິງ​ປະ​ເທດ​ເນ​ປາລ​. ທະຫານ​
ສະຫະລັດ ຈະ​ຊ່ອຍ​ຈັດການກັບເຄື່ອງ​ຂອງຊ່ອຍ​ເຫຼືອ ທີ່ກອງ​ກັນເພີ້​ມຂຶ້ນ​ເລື້​ອຍໆ ເຮັດ​ໃຫ້​
ມີ​ສະພາບ​ການ​ແອ​ອັດ ​ຢູ່ໃນສະໜາມ​ບິນ​ສາ​ກົນແຫ່ງ​ດຽວຂອງ​ເນ​ປາລ ທີ່ນະຄອນຫລວງ
Kathmandu ຊຶ່ງກຳລັງດິ້ນຮົນເພື່ອ​ຈະແຈກ​ຢາຍ​ເຄື່ອງ​ຊ່ອຍເຫຼືອ ຕ່າງໆທີ່​ສົ່ງ​ໄປຈາກ
ທົ່ວ​ໂລກ ນັບຕັ້ງ​ແຕ່​ເກີດ​ໄພ​ແຜ່ນດິນ​ໄຫວ ​ຄວາມແຮງ​ 7.8 ຣິກ​ເຕີ້ນັ້ນ.

Nepal Quake
please wait
Embed

No media source currently available

0:00 0:02:07 0:00

XS
SM
MD
LG