ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນ້ຳຖ້ວມ ໃນເນປາລ ແລະ ອິນເດຍ ໄດ້ເອົາຊີວິດ ເກືອບ 200 ຄົນແລ້ວ (ສະໄລດ໌/ວີດີໂອ)


ນ້ຳຖ້ວມ​ເປັນ​ເວລາ 3 ມື້ ​ໃນ​ເນ​ປາລ ​ແລະ ພາກ​ເໜືອ​ຂອງ​
ອິນ​ເດຍເຮັດ​ໃຫ້​ມີ​ຄົນ​ເສຍ​ຊີວິດ​ເກືອບ​ຮອດ 200 ຄົນ​ແລ້ວ.

​ຝົນຕົກ​ໜັກໃນອາທິດແລ້ວ ໄດ້​ກໍ່​ໃຫ້ເກີດ​ມີ​ດິນ​ເຈື່ອນ​ ​ແລະ
ນ້ຳຖ້ວມຢູ່ໃນຫຼາຍໆ​ແຫ່ງຊຶ່ງ​ໄດ້​ທຳລາຍຫລາຍໆບ້ານຢ່າງ
ສິ້ນເຊີງ ​ເຮັດ​ໃຫ້ຫຼາຍພັນ​ຄົນ​ຕົກ​ຄ້າງ ​ແລະສ້າງ​ຄວາມ​ສຍ​
ຫາຍໃຫ້ແກ່​ຖະໜົນ​ຫົນທາງ ​ທົ່ວທົ່ງພຽງ ​ຢູ່ໃນເຂດພາກຕາ​
ເວັນ​ຕົກ​ຂອງ​ເນ​ປາລ ລະ​ສ່ວນ​ນຶ່ງ ຂອງປະ​ເທດ​ອິນ​ເດຍທີ່
ເປັນເພື່ອນບ້ານອີກ​ດ້ວຍ.

​ຢູ່ໃນ​ເນ​ປາລ ຫຼາຍກວ່າ 100 ຄົນ ​ໄດ້​ເສຍ​ຊີວິດ ​ແລະ ອີກຫຼາຍ
ກວ່າ 120 ຄົນ ​ຍັງ​ຫາຍ​ສາບ​ສູນ.

ຊາວອິນເດຍ ຢູ່ໃນຫຼາຍໆ ໝູ່ບ້ານ ໄດ້ພາກັນຍົກຍ້າຍ ອອກຈາກເຂດ ນ້ຳຖ້ວມ ຢູ່ເມືອງ Morigaon ໃນທາງພາກຕາເວັນອອກ ສຽງເໜືອຂອງລັດ Assam ປະເທດອິນເດຍ.
ຊາວອິນເດຍ ຢູ່ໃນຫຼາຍໆ ໝູ່ບ້ານ ໄດ້ພາກັນຍົກຍ້າຍ ອອກຈາກເຂດ ນ້ຳຖ້ວມ ຢູ່ເມືອງ Morigaon ໃນທາງພາກຕາເວັນອອກ ສຽງເໜືອຂອງລັດ Assam ປະເທດອິນເດຍ.

​ເຈົ້າໜ້າ​ທີ່​ລັດຖະບານ ​ໄດ້ສົ່ງເຮ​ລິ​ຄອບ​ເຕີ 4 ລຳ ບັນຈຸ ເພື່ອນຳ
ເອົາ​ອາຫານ ​ເຄື່ອງ​ບັນເທົາທຸກສຸກ​ເສີນ​ຕ່າງໆ​ ​ແລະ​ພະນັກງານ
ການ​ແພດ ຈຳນວນ​ນຶ່ງ ໄປ​ຍັງບັນດາໝູ່ບ້ານ ​ທີ່​ໄດ້ປະສົບໄພ
ທຳ​ມະ​ຊາດດັ່ງກ່າວ.

​ໃນ​ຂະນະ​ດຽວ​ກັນນັ້ນ ຢູ່​ພາກ​ເໜືອ​ຂອງ​ອິນ​ເດຍ ມີ​ 80 ຄົນ ​ໄດ້
​ເສຍ​ຊີວິດ​ຍ້ອນ​ນຳ​ຖ້ວມໜັກ.

ຢູ່​ລັດ Uttar Pradesh ຂອງ​ອິນ​ເດຍ ນ້ຳທີ່ລົ້ນອອກ​ມາ​ຈາກ​
ເຂື່ອນ ຫຼາຍ​ແຫ່ງ​ຢູ່​ໃນ​ເນປາລ​ໄດ້ສົ່ງ​ຜົນ​ໃຫ້ແມ່ນ້ຳຫລາຍສາຍ
ລົ້ນຝັ່ງຂຶ້ນຖ້ວມ. ຍັງ​ມີ​ລາຍ​ງານວ່າ ນ້ຳຖ້ວມ​ຢ່າງ​ໜັກ ຢູ່​ໃນລັດ
Uttarakhan ​ແລະ ລັດ Assam.

​ເຈົ້າໜ້າ​ທີ່​ອິນ​ເດຍ ກ່າວ​ວ່າ ​ກຳລັງ​ທະຫານ ພວມພະຍາຍາມ​ເຮັດ​ທຸກ​ຢ່າງ ​ເພື່ອ​ຊ່ວຍ​ເຫຼືອພວກ​ທີ່ຕົກຄ້າງ ຍ້ອນ​ນ້ຳຖ້ວມ.

​ ບັນດາ​ເຈົ້າໜ້າ​ທີ່ຢູ່​ໃນ​ສອງ​ປະ​ເທດ ຢ້ານ​ກົວ​ວ່າ ການ​ຂາດ​ເຂີນ​ນ້ຳດື່ມ ທີ່​ສະອາດ​ນັ້ນ ອາດ​ສາມາດ​ນຳ​ໄປ​ສູ່​ການລະບາດ​ຂອງ​ໂຣກອະຫິວາໄດ້
ຊຶ່ງ​ເປັນ​ພະຍາດທີ່ເປັນອັນຕະລາຍ​ຮ້າຍແຮງເຖິງແກ່ຊີວິດ​ ຍ້ອນການ​ກິນອາຫານ ຫຼືດື່ມນ້ຳ ທີ່​ມີອຸດ​ຈາລະ​ຂອງ​ຄົນປະປົນຢູ່ນຳນັ້ນ.

Nepal Flooding VO
please wait
Embed

No media source currently available

0:00 0:00:58 0:00

XS
SM
MD
LG