ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອີງຕາມ ການ​ສຶກສາ​ ໂດຍ NASA ແຜ່ນ​ນ້ຳກ້ອນ ຂົ້ວ​ໂລກ​ໃຕ້ ພວມລະລາຍ ຢ່າງວ່ອງໄວ


Big Antarctica Ice Shelf Is Disintegrating, NASA Says
please wait

No media source currently available

0:00 0:01:34 0:00

ຊົມວີດີໂອ ລາຍງານນີ້

ອີງ​ຕາມ​ການ​ສຶກສາ​ຄົ້ນຄວ້າ ​ທີ່ຫາ​ກໍນຳອອກ​ເຜີຍ​ແຜ່ ​ໂດຍ​
ອົງການອະ​ວະ​ກາດ​ແຫ່ງ​ຊາດ​ຂອງ​ສະຫະລັດ ຫຼື NASA ແລ້ວ
ພາກສ່ວນໃຫຍ່ໆ ຂອງແຜ່ນ​ນ້ຳກ້ອນທີ່ຫຸ້ມຂົ້ວ​ໂລກ​ໃຕ້ ຫຼື
Antartica ​ແມ່ນ​ກຳລັງ​ລະ ລາຍ​ຢ່າງ​ວ່ອງ​ໄວ. ບັນດາ​ນັກ
ວິທະຍາສາດກ່າວ​ວ່າ ການ​ສູນ​ເສຍ ແຜ່ນ​ນ້ຳກ້ອນ​ຈາກ​
ຂົ້ວ​ໂລກ​ໃຕ້ ​ແມ່ນ​ດຳເນີນໄປຢ່າງຊ້າ​ໆ ​ແຕ່​ກໍເຮັດ​ໃຫ້ ລະດັບ
​ນ້ຳໃນມະຫາ​ສະໝຸດຂອງ​ໂລກ ສູງຂຶ້ນຢ່າງ​ສະໝ່ຳສະ​ເໝີ.
ຜູ້​ສື່​ຂ່າວ​ວີ​ໂອ​ເອ George Putic ມີ​ລາຍ​ລະອຽດ​ກ່ຽວກັບ
ເລື້ອງນີ້ ຊຶ່ງ​ໄຊ​ຈະ​ເລີ​ນສຸກ ຈະ​ນຳ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.



ບັນດາ ​ນັກວິທະຍາສາດ ກ່າວ​ວ່າ ຍັງ​ອີກ​ພຽງບໍ່​ເທົ່າ​ໃດ​ປີ ກ່ອນ​ທີ່ແຜ່ນ ​ນ້ຳກ້ອນ Larsen B ທີ່​ມີ​ເນື້ອ​ທີ່ກວ້າງ​ເຖິງ 1,600 ຕາລາງ​ກິ​ໂລ​ແມັດ ຈະແຕກອອກ​ຈາກ​ດິນໄປທັງໝົດ ​ແລະ​ແຍກ​ອອກ​ເປັນພູ​ນ້ຳກ້ອນຫຼາຍ ຮ້ອຍໜ່ວຍ ລົງສູ່ມະຫາສະໝຸດ.

ທ່ານ Ala Khazendar ຜູ້ນຳ​ພາໃນ​ການ​ສຶກສາ​ຄົ້ນຄວ້ານີ້​ ກ່າວ​ວ່າ ສອງ​ສ່ວນ​ສາມ​ຂອງ ແຜ່ນ​ນ້ຳກ້ອນ​ທີ່​ມີ​ອາຍຸ​ໄດ້ 10,000 ປີ ​ແມ່ນ​ໄດ້​ລະລາຍໄປ​ໝົດ​ແລ້ວ.

ທ່ານ Khazendar ​ເວົ້າ​ວ່າ “ອັນນີ້ ມັນ​ເປັນ​ສິ່ງ​ທີ່ຊີ້​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ ຂອງ​ການ​
ປ່ຽນ​ແປງ​ອັນໃຫຍ່​ຫລວງ​ ຊຶ່ງ​ກຳລັງ​ເກີດ​ຂຶ້ນ ຢູ່​ໃນ​ແຫລມ​ຂົ້ວ​ໂລກ​ໃຕ້ ​ແລະ ​ບ່ອນ
ອື່ນໆ​ໃນ​ເຂດ​ແອນ​ຕາກ​ຕິ​ກາ.”

ແຜ່ນ​ນ້ຳກ້ອນ ​ແມ່ນ​ແທ່ງນ້ຳກ້ອນຍັກ ທີ່ແຂງກ້າມເກາະຕິດ​ຢູ່​ທາງ​ຂອບທະວີ​ບຂົ້ວ​ໂລກ​ໃຕ້
ຊຶ່ງ​ໄດ້​ຮັບ​ການໜຸນ​ໄວ້​ ໂດຍ​ນ້ຳທະເລ ຢູ່​ເບື້ອງ​ລຸ່ມ. ສ່ວນແທ່ງທີ່​ໃຫຍ່​ທີ່​ສຸດ​ຂອງແຜ່ນ​ນ້ຳ
ກ້ອນ​ນີ້ ​ແມ່ນ​ໃຫຍ່​ເກືອບ​ເທົ່າ​ກັບປະ​ເທດ​ຝຣັ່ງ.

ທ່ານ Khazendar ​ກ່າວວ່າ ​ແຜ່ນນ້ຳ​ກ້ອນ ຫຼື glacier 3 ​ແຜ່ນ​ທີ່​ສະໜອງນ້ຳກ້ອນ​ໃຫ້​ແກ່
​ແຜ່ນ​ນ້ຳກ້ອນ Larsen B ດັ່ງກ່າວ ​ແມ່ນ​ກຳລັງ​ບາງ​ລົງ ​ແລະ ​ກຳລັງໄວ​ຂຶ້ນ​.

ທ່ານ Khazendar ​ເວົ້າວ່າ “ຈາກ​ການ​ສຶກສາຄົ້ນຄວ້າ​ຂອງ​ພວກ​ເຮົາ ດຽວ​ນີ້​ ພວກ​
ເຮົາ​ຮູ້ຈັກ​ວ່າ ພວກ​ແຜ່ນນ້ຳກ້ອນ​ເຫຼົ່ານີ້ ​ແມ່ນພວມ​ໄຫລ​ໄວ​ຂຶ້ນກວ່າ​ເກົ່າ ​ແລະມີ​ທ່າ​
ທາງ​ວ່າ ແຜ່ນນ້ຳກ້ອນເຫຼົ່ານີ້ ໄດ້ເຮັດໃຫ້​ນ້ຳກ້ອນ​ໄຫລລົງ ​ສູ່​ມະຫາສະໝຸດຫຼາຍຂຶ້ນ.”

ດ້ວຍ​ການ​ນຳ​ໃຊ້​ພວກອຸປະກອນ ອັນທັນສະໄໝທາງອາກາດ ທີ່ລວມທັງ ເຄື່ອງເຣດາ ບັນດານັກວິທະຍາສາດ ໄດ້ສັງເກດເຫັນວ່າ ມີຮອຍແຕກ​ໃໝ່ ຢູ່ແຜ່ນນ້ຳກ້ອນດັ່ງກ່າວ
ທີ່ບໍ່​ເຄີຍເຫັນມາກ່ອນ ເວລາ ທີ່ພວກເຂົາເຈົ້າ ໄດ້ນຳສະເໜີການຄົ້ນຄວ້າ ເມື່ອເກົ້າເດືອນກ່ອນ.

ທ່ານ Khazendar ​ເວົ້າວ່າ “ດັ່ງນັ້ນ ມັນກຳລັງເກີດຂຶ້ນຢ່າງວ່ອງໄວ ແລະ ມັນເປັນ
ເລື້ອງຂອງເວລາ ພຽງບໍ່ເທົ່າໃດປີ​ຕໍ່ໜ້າ​ນີ້.”

ບົດສຶກສາຄົ້ນຄວ້າດັ່ງກ່າວ ໄດ້ຖືກພິມລົງໃນ ວາລະສານ Earth and Planetary Science Letters.

XS
SM
MD
LG