ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອົງການ NASA ຄົ້ນພົບ ຫຼັກຖານ ທີ່ສຳຄັນວ່າ ມີນ້ຳ ຢູ່ເທິງ ດາວອັງຄານ


ເສັ້ນລາຍສີເຂັ້ມ ແມ່ນເສັ້ນ ສາຍແຮ່ຍາວ 100 ແມັດນີ້ ຂອງເຈີ້ຍພູທີ່ເກີດຂຶ້ນຊ້ຳຫຼາຍເທື່ອ ໄຫຼລົງສາຍພູຢູ່ເທິງ ດາວອັງຄານ ສັນນິຖານວ່າເຄີຍເກີດຂຶ້ນໂດຍສະແສນ້ຳ ໃນເວລາດຽວກັນ.
ເສັ້ນລາຍສີເຂັ້ມ ແມ່ນເສັ້ນ ສາຍແຮ່ຍາວ 100 ແມັດນີ້ ຂອງເຈີ້ຍພູທີ່ເກີດຂຶ້ນຊ້ຳຫຼາຍເທື່ອ ໄຫຼລົງສາຍພູຢູ່ເທິງ ດາວອັງຄານ ສັນນິຖານວ່າເຄີຍເກີດຂຶ້ນໂດຍສະແສນ້ຳ ໃນເວລາດຽວກັນ.

ບັນດາ​ນັກວິທະຍາ​ສາດ​ຂອງ​ອົງການອະວະກາດສະຫະລັດຫຼື NASA ​ໄດ້​ຄົ້ນ​ພົບ​ຫຼັກ​ຖານ​ທີ່​ສຳຄັນ ​ກ່ຽວ​ກັບ​ກະ​ແສ​ນ້ຳ​ເຄັມ ຢູ່​ເທິງດາວ​ອັງຄານ, ຢ່າງ​ໜ້ອຍ​ໃນ​ລະຫວ່າງ​ລະ​ດູຮ້ອນ​ຂອງ​ດາວ​ເຄາະ​ສີ​ແດງ​ໜ່ວຍ​ນີ້, ​ເຊິ່ງອົງການ​ອາ​ວະ​ກາດ ສະຫະລັດ ​ໄດ້​ປະກາດ​ໃນ​ວັນ​ຈັນ​ວານ​ນີ້.

​ກະແສ​ຂອງ “ສານ​ປະກອບ​ດ້ວຍ​ນ້ຳ” ​ເຊິ່ງ​ເປັນ​ທາດ​ເກືອ​ແຮ່​ໄດ້​ຖືກ​ຄົ້ນ​ພົບ ແມ່ນຈະ​ຕ້ອງ​ມີນ້ຳສຳລັບ​ການ​ສ້າງ​ກະ​ແສ​ນ້ຳ​ເຄັມ​ດັ່ງກ່າວ ​ແລະ ສຳລັບ​ບ່ອນ​ທີ່​ມີ​ນ້ຳ, ບ່ອນ​ນັ້ນກໍ​ອາດ​ຈະ​ມີ​ສິ່ງ​ທີ່​ມີ​ຊີວິດ, ​ເຖິງ​ແມ່ນ​ວ່າ​ຈະ​ເປັນ​ໃນ​ຮູບ​ແບບ​ຂອງ​ຈຸລິນ​ຊີກໍຕາມ.

NASA: Liquid Water Exists On Mars
please wait

No media source currently available

0:00 0:01:40 0:00

ທ່ານ Jim Green ອຳນວຍການ​ດ້ານ​ວິ​ທະ​ຍາ​ສາດ​ກ່ຽວ​ກັບ​ດາວ​ເຄາະ ທີ່​ສຳ​ນັກ​ງານໃຫຍ່​ອົງ​ການ​ NASA ​ໄດ້​ກ່າວ​ໃນ​ລະຫວ່າງ​ກອງປະຊຸມ​ຖະ​ແຫຼ​ງຂ່າວ​ເປີດ​ເຜີຍ​ກ່ຽວ​ກັບ​ການ​ຄົ້ນ​ພົບ​ວ່າ “ມື້​ນີ້​ພວກ​ເຮົາ​ໄດ້​ມີ​ການ​ປ່ຽນ​ແປງ​ຂະໜານໃຫຍ່​ໃນ​ຄວາມ​ເຂົ້າ​ໃຈ​ຂອງ​ພວກ​ເຮົາ​ກ່ຽວ​ກັບ​ດາວ​ເຄາະ​ໜ່ວຍ​ນີ້.”

ຖ້າມກາງ​ການ​ຄາດ​ຄະ​ເນ​ກ່ອນ​ການ​ປະກາດວ, ທ່ານ Doug McCuistion ອະ​ດີດ​ຫົວໜ້າ ໂຄງການ​ດາວ​ອັງຄານຂອງ NASA ​ໄດ້​ກ່າວ​ຕໍ່​ໜັງສືພິມ Boston Herald ວ່າ “ຖ້າ​ພວກ​ເຂົາ​ເຈົ້າ​ປະກາດ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ຄົ້ນ​ພົບ​ທີ່​ສາມາດເຂົ້າເຖິງໄດ້ຢ່າງງ່າຍ​ດາຍ, ການ​ຫຼັ່ງໄຫຼ​ຂອງ​ຂອງແຫຼ​ວ​ເຊັ່ນ​ນ້ຳ​ຢູ່​ໃຕ້​ພື້ນ​ດິນ, ເຊິ່ງ​ແມ່ນ​ໜຶ່ງ​ໃນ​ທິດ​ສະ​ດີ​ທີ່​ພວກ​ເຮົາ​ເຄີ​ຍ​ໄດ້ຍິນ​ມາ​ຫຼາຍ ​ແລະ ຫຼາ​ຍປີແລ້ວ, ການ​ຄົ້ນ​ພົບນັ້ນ​ມີ​ການ​ກ່ຽວ​ພັນ​ຢ່າງ​ໃຫຍ່​ຫຼວງ​ສຳລັບ​ຄວາມ​ເປັນ​ໄປ​ໄດ້​ຂອງ​ສິ່ງ​ທີ່​ມີ​ຊີວິດຢູ່​ເທິງ​ດາວ ເຄາະນັ້ນ ​ແລະ ຄວາມ​ຍືຍຍົງຂອງ​ມະນຸດ.”

ອົງການ NASA ​ເຄີຍ​ຄົ້ນ​ພົບ​ຫຼັກ​ຖານທີ່​ເປັນ​ນ້ຳ​ຢູ່​ເທິງ​ດາວອັງຄານ ​ໃນ​ເມື່ອ​ກ່ອນ. ​ໃນ​ເດືອນ​ມີນາປີກາຍ, NASA ​ໄດ້​ກ່າວ​ວ່າ ຄັ້ງ​ໜຶ່ງ​ນ້ຳ​ຢູ່​ເທິງ​ດາວ​ອັງຄານ ​ແມ່ນ​ມີ​ຫຼາຍ​ກວ່າ ນ້ຳ​ໃນ​ມະຫາ​ສະໝຸດ ອາກຕິກ ຂອງ​ໂລກ​ເຮົາ.

ບັນ​ດາ​ນັກ​ຄົ້ນຄວ້າ​ຂອງອົງການ NASA ​ໄດ້​ຂຽນ​ລົງໃນ​ວາລະສານ​ວິທະຍາ​ສາດ​ວ່າ ພວກ​ເຂົາ​ເຈົ້າ​ປຽບ​ທຽບ​ ອັດຕາ​ສ່ວນ​ຂອງ​ນ້ຳ​ສອງ​ຊະນິດ​ທີ່​ໄດ້​ຖືກ​ຄົ້ນ​ພົບ ​ໃນ​ບັນຍາກາດ​ຂອງ​ດາວ​ອັງຄານ ກັບ​ອັດຕາ​ສ່ວນ​ຂອງນ້ຳ ​ທີ່​ໄດ້​ຖືກ​ກັກ​ຂັງ​ໃນ​ຫີນ​ດາວ​ຕົກ​ຂອງ​ດາວ​ອັງຄານ ຢ້ອນກັບ​ຄືນ​ເມື່ອ 4.5 ຕື້​ປີ​ກ່ອນ.

ພວກ​ເຂົາ​ເຈົ້າ​ກ່າວ​ວ່າ​ຫຼາຍ​ກວ່າ 4 ຕື້​ປີ​ທີ່​ຜ່ານ​ມາ, ດາວ​ອັງ​ຄານ​ແມ່ນ​ໄດ້​ຖືກ​ປົກ​ຄຸມ​ໂດຍ​ນ້ຳ​ເລິກ 137 ແມັດ ​ແລະ ວ່າ​ນ້ຳ​ເກືອບ​ທັງໝົດ​ ຕັ້ງ​ແຕ່​ນັ້ນ​ມາ ​ໄດ້​ລະ​ເຫີ​ຍເປັນ​ອາຍ​ຂຶ້ນສູ່​ອາ​ວະ​ກາດ​.

NASA Mars
please wait
Embed

No media source currently available

0:00 0:01:15 0:00

XS
SM
MD
LG