ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອົງການນາຊາ ຄົ້ນພົບ ດາວພະເຄາະໃໝ່ ທີ່ຄ້າຍຄືກັບ ໂລກມະນຸດເຮົາ


ຮູບພາບຈິນຕະນາການ ທີ່ປຽບທຽບໂລກມະນຸດ (ຊ້າຍ) ໃສ່ດາວພະເຄາະດວງໃໝ່ ທີ່ຮ້ອງວ່າ Kepler-452b,
ຮູບພາບຈິນຕະນາການ ທີ່ປຽບທຽບໂລກມະນຸດ (ຊ້າຍ) ໃສ່ດາວພະເຄາະດວງໃໝ່ ທີ່ຮ້ອງວ່າ Kepler-452b,

ບັນດາ​ນັກວິທະຍາສາດສະຫະລັດ ກ່າວ​ໃນ​ວັນ​ພະຫັດວາ​ນນີ້​
ວ່າ ດາວພະ​ເຄາະ ດວງ​ນຶ່ງ ທີ່​ເຊື່ອ​ວ່າ​ຄ້າຍຄື​ກັນ​ກັບ​ໂລກ​ມະ
ນຸດເຮົາທີ່ສຸດ ​ໄດ້​ຖືກ​ຄົ້ນ​ພົບ ​ໂຄຈອນ​ອ້ອມດາວທີ່ມີລັກສະນະ
ຄືກັນກັບພະ​ອາທິດໜ່ວຍນຶ່ງ ທີ່ຢູ່ຫ່າງໄກ.

ທ່ານ Jon Jenkin ທີ່​ສູ​ນກາງຄົ້​ນຄວ້າ Ames ຂອງອົງການ
NASA ​ໃນ​ລັດ California ກ່າວ​ວ່າ “ມັນ​ເປັນ​ສິ່ງ ໃກ້ຄຽງທີ່​
ສຸດທີ່​ພວກ​ເຮົາ​ມີ​ຢູ່​ບ່ອນໃນ​ອື່ນທີ່​ຜູ້​ໃດ​ຜູ້​ນຶ່ງອາດ​ຮ້ອງ​ວ່າ​ເປັນ
​ບ້ານ​ເຮືອນຂອງພວກເຂົາເຈົ້ານັ້ນ.”

ການ​ຄົ້ນ​ພົບ​ ໃນອັນ​ທີ່​ອົງການ​ອາ​ວະ​ກາດຂອງສະຫະລັດກ່າວ​
ວ່າ ເປັນ​ສິ່ງ​ທີ່​ໃກ້​ຄຽງ​ທີ່​ສຸດກັບ​ “ໂລກ​ມະນຸດ 2.0” ​ແມ່ນອີງ​ຕາມ​ການ​ສັງ​ເກດການ​ ຂອງ​
ກ້ອງ​ໂທລະທັດອະວະກາດKepler ທີ່ໄດ້ຕິດຕາມເບິ່ງບໍລິເວນທາງຊ້າງເຜືອກ ຫາບັນດາ
ດາວພະເຄາະທີ່​ຄ້າຍຄື​ກັນກັບ ໂລກ​ມະນຸດເຮົາ ຕັ້ງ​ແຕ່​ປີ 2009 ເປັນຕົ້ນ ມາ.

ດາວພະ​ເຄາະ ​ທີ່​ມີເສັ້ນ​ຜ່າ​ສູນກາງ ໃຫຍ່​ກວ່າ​ໂລກເຮົາ 1 ເທົ່າເຄິ່ງນີ້ ໂຄຈອນອ້ອມ​ດາວ​ໃນໄລຍະ 385 ມື້. ດາ​ວດັ່ງກ່າວ ແມ່ນສີ່​ເປີ​ເຊັນ​ໃຫຍ່​ກວ່່າພະ​ອາທິດ ​ແລະ​ 10 ​ເປີ​ເຊັນ​
ແຈ້ງ​ກວ່າ.

ດາວ​ພະ​ເຄາະ ທີ່​ໂຄຈອນ​ອ້ອມ​ດາວໜ່ວຍນີ້ ແມ່ນຢູ່​ໃນ​ລະ​ຍະທີ່​ເ​ໝາະສົມ​ທີ່​ສຸດ ​ທີ່​ນຳ້ເປັນ
ຂອງແຫຼວສາມາດ​ສ້າງຕັ້ງໃນອັນທີ່​ຮ້ອງ​ວ່າ “​ເຂດ​ທີ່​ມີ​ຊີ​ວິດ” ໄດ້.

​ແຕ່​ວ່າ ການ​ເດີນທາງໄປ​ເຖິງ​ທີ່​ນັ້ນ ຍັງ​ຈະ​ໃຊ້​ເວລາ​ຢູ່​ອີກ. ລະບົບດາວໜ່ວຍນີ້ ແມ່ນຈັກ
ກະວານທີ່​ຢູ່ໄກ​ 1,400 ​ປີແສງຫ່າງຈາກ​ພວກ​ເຮົາ ທີ່​ຕັ້ງ​ຢູ່ໃນ​ບັນດາ​ກຸ່ມໝູ່​ດາວ Cygnus ຫລືຫ່ານ.

US Space Planet
please wait
Embed

No media source currently available

0:00 0:00:50 0:00

XS
SM
MD
LG