ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວນາມີເບຍ ປ່ອນບັດ ເລືອກເອົາ ປະທານາທິບໍດີ ແລະ ສະມາຊິກ ສະພາແຫ່ງຊາດ


NAMIBIA ELECTIONS SOT
please wait
Embed

No media source currently available

0:00 0:00:39 0:00

ເບິ່ງວີດີໂອ ກ່ຽວກັບເລື້ອງນີ້

ຊາວນາ​ມີ​ເບຍ ກຳລັງພາກັນໄປ​ປ່ອນ​ບັດ ​ໃນ​ການ​ເລືອກ​ຕັ້ງ
​ເອົາ ປະທານາ​ທິບໍດີ ​ແລະ ສະມາຊິກ​ສະພາ ​ໃນ​ວັນ​ສຸກ​ມື້​ນີ້.

ການ​ປ່ອນບັດໃນມື້ນີ້ ​ແມ່ນ​ຄາດ​ກັນ​ຢ່າງ​ກວ້າງຂວາງ ວ່າ
ພັກອົງກອນ​ຂອງ​ປະຊາຊົນ ໃນພາກຕາເວັນຕົກສຽງ​ໃຕ້ ຫຼື
SWAPO ທີ່​ປົກຄອງ​ປະເທດໃນ​ປັດຈຸບັນ ຈະ​ໄດ້​ຮັບ​ໄຊຊະນະ
ຢ່າງງ່າຍດາຍ ຊຶ່ງ​ພັກ​ດັ່ງກ່າວ ​ແມ່ນໄດ້​ຮັບ​ໄຊຊະນະ ໃນ​ການ​
ເລືອກ​ຕັ້ງມາ ທຸກໆ​ຄັ້ງ ນັບ​ຕັ້ງ​ແຕ່ ນາມີ​ເບຍ ​ໄດ້​ຮັບ​ເອກະລາດ
ຈາກອາ​ຟຣິກາ​ໃຕ້ ​ໃນ​ປີ 1990.

ບັນດາ​ນັກວິ​ເຄາະກ່າວ​ວ່າ ນາຍົກ​ລັດຖະມົນຕີຄົນປັດຈຸບັນທ່ານ
Hage Geingob ​ແມ່ນ​ບຸກຄົນທີ່ ເກືອບວ່າແນ່ນອນແລ້ວ ທີ່ຈະໄດ້​ເປັນ​ປະທານາທິບໍດີ ຜູ້​ຕໍ່​ໄປຂອງປະເທດ. ປະທານາທິບໍດີຄົນປັດຈຸບັນ ທ່ານ Hifikepunye Pohamba ​ຈະ​ລົງ​ຈາກ​ຕຳ​ແໜ່​ງ ຫຼັງຈາກ​ໄດ້ຮັບໜ້າ​ທີ່​ມາ​ແລ້ວ 2 ສະ​ໄໝ​.

ນອກນັ້ນ ບັນດາຜູ້​ມີ​ສິດປ່ອນບັດ ຍັງຈະຕ້ອງ​ເລືອກ​ເອົາ ສະມາ​ຊິກ ສະພາ​ແຫ່ງ​ຊາດ ຈຳນວນ 96 ຄົນອີກ.

ຜູ້​ມີ​ສິດປ່ອນບັດຊາວນາມີເບຍ ທັງ​ໝົດຈຳນວນ 1 ລ້ານ 2 ​ແສນຄົນ ຈະ​ໃຊ້​ເຄື່ອງ​ຈັກ​ປ່ອນບັດ ອີ​ເລັກ​ໂທ​ນິກ​ ​ເປັນ​ເທື່ອ​ທຳ​ອິດ​ ​ໃນ​ວັນ​ສຸກ​ມື້​ນີ້.

ນາ​ມີ​ເບຍ ​ເປັນປະເທດທີ່ມີສະຖຽນ​ລະ​ພາບ ​ທາງ​ການ​ເມືອງ ​ແລະໄດ້ຮັບຜົນ​ປະ​ໂຫຍ​ດທີ່
ສຳຄັນໆ ຍ້ອນມີ​ບໍ່ເພັດແລະທາດ​ຢູ​ເຣນຽມ ​ສຳຮອງ​ຫຼາຍໆແຫ່ງ ​ແຕ່​ພົນລະ​ເມືອງ​ຂອງ​ປະ​ເທດ ​ຍັງມີລະດັບຄວາມທຸກ​ຍາກທີ່​ສູງຢູ່.

ພັກ SWAPO ​ເປັນ​ພັກ​ທີ່ໃຫຍ່​ທີ່​ສຸດ​ໃນ​ປະ​ເທດ ​ແຕ່ໄດ້​ຮັບ​ການ​ຕຳນິຕິ​ຕຽນ ​ເພີ້​ມຫຼາຍຂຶ້ນ ​ຍ້ອນ ການ​ປະຕິ​ຮູບ​ກ່ຽ​ວກັບເລື້ອງ​ທີ່​ດິນ ​ທີ່​ຫລ້າ​ຊ້າ ​ແລະ ມີ​ການ​ກ່າວ​ຫາວ່າ ລັດຖະບານ​ສໍ້​ລາດ​ບັງ​ຫລວງ.

XS
SM
MD
LG