ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ປ. ຂອງນາມີເບຍ ໄດ້ຮັບ ລາງວັນ ຜູ້ນຳອາຟຣິກາດີເດັ່ນ ຂອງມູນ​ນິທິ Mo Ibrahim


ປະທານາທິບໍດີນາ​ມີ​ເບຍ ທ່ານ Hifikepunye Pohamba ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 67 ຢູ່ທີ່ອົງການສະຫະປະຊາຊາດ, ວັນທີ 25 ກັນຍາ 2012.
ປະທານາທິບໍດີນາ​ມີ​ເບຍ ທ່ານ Hifikepunye Pohamba ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 67 ຢູ່ທີ່ອົງການສະຫະປະຊາຊາດ, ວັນທີ 25 ກັນຍາ 2012.

ເປັນຄັ້ງທຳ​ອິດ​ ນັບ​ຕັ້ງ​ແຕ່​ປີ 2011 ທີ່ມູນ​ນິທິ Mo Ibrahim ​ໄດ້
​ມອບ​ລາງວັນ​ຂອງ​ຕົນ ​ສຳ​ຫລັບ​ຄວາມ​ດີ​ເດັ່ນ​ໃນ​ການ​ເປັນ​ຜູ້ນຳ​
ອາຟຣິກາ​ ໃນ​ວັນ​ຈັນ​ມື້​ນີ້ ​ໂດຍ​ສະດຸ​ດີວຽກງານ​ຂອງ​ປະທານາທິບໍດີ
ນາ​ມີ​ເບຍ ທ່ານ Hifikepunye Pohamba ​ທີ່​ກຳລັງຈະ​ພົ້ນ​ຈາກ
​ຕຳ​ແໜ່​ງນັ້ນ ດ້ວຍ​ລາງວັນເງິນ 5 ລ້ານ​ດອນ​ລາ.

ທ່ານ Pohamba ​ໄດ້​ນຳພາ ນາ​ມີ​ເບຍ ນັບ​ຕັ້ງ​ແຕ່​ປີ 2005 ​ເປັນ​
ຕົ້ນມາ ​ແລະ ​ໄດ້ຖືກ​ເລືອກ​ເປັນ​ສະ​ໄໝ​ທີ​ສອງ ​ໃນ​ປີ 2009 ຂະນະ
​ທີ່​ປະ​ເທດ​ໄດ້​ຮັບສະຖຽນລະ​ພາບ​ທາງ​ການ​ເມືອງ.

ຄະນະ​ກຳມະການ​ມອບ​ລາງວັນ ​ໄດ້ຊົມ​ເຊີຍ ປະທານາທິບໍດີ
Pohamba ສຳ​ຫລັບ “ການ​ເປັນ​ຜູ້ນຳ​ທີ່​ສະ​ຫລາດສຸຂຸມ ​ແລະ ໜັກ​ແໜ້ນ” ແລະ ການ
ສົ່ງ​ເສີມ​ປະຊາທິປະ​ໄຕ ​ໃນ​ລະຫວ່າງ​ທີ່​ທ່ານ​ດຳລົງ​ຕຳ​ແໜ່​ງຢູ່​ນັ້ນ.

ຫົວໜ້າ​ຄະນະ​ກຳມະການ ທ່ານ Salim Ahmed Salim ກ່າວ​ວ່າ “ນາ​ມີ​ເບຍ​ໄດ້​ຮັບ
ຊື່​ສຽງ​ຢ່າງ​ໝັ້ນຄົງ ​ວ່າ​ເປັນ​ປະ​ເທດ​ປະຊາທິປະ​ໄຕ ທີ່​ມີການ​ປົກຄອງ​ທີ່​ດີ ທຸ່ນ​ທ່ຽງ ​
ແລະ ​ຮວມ​ເອົາ​ທຸກ​ພັກ​ຝ່າຍ ດ້ວຍ​ການ​ມີ​ສື່​ສັງຄົມ​ທີ່​ອິດສະຫລະ ​ແລະມີ​ການ​
ເຄົາລົບ​ນັບຖື ຕໍ່​ສິດທິ​ມະນຸດ.”

ຄະນະ​ກຳມະການ ຈະ​ຈ່າຍ​ເງິນ​ໃຫ້​ແກ່ ທ່ານ Pohamba ຈຳນວ​ນ 5 ລ້ານ​ດອນ​ລາ ​ໃນ​
ໄລຍະ 10 ປີ ຕໍ່​ຈາກ​ນັ້ນ ຈະ​ມອບໃຫ້​ທ່ານ ຕື່ມ​ອີກ 200,000 ດອນ​ລາ ຕໍ່​ປີຫຼັງຈາກ​ນັ້ນ.

ລາງວັນນີ້ ​ແມ່ນ​ມອບ​ໃຫ້ຜູ້ນຳ​ອາຟຣິກາ ຜູ້​ທີ່ໄດ້​ຖືກ​ເລືອ​ກຕັ້ງຢ່າງ​ເປັນປະຊາທິປະໄຕ ມີ​
ຄວາມ​ສາມາດ ແລະ​ ປະຕິບັດ​ງານ​ໄດ້​ດີ​ເລີດ ໃນ​ຕຳ​ແໜ່​ງ ​ແລະ ​ອອກ​ຈາກ​ຕຳ​ແໜ່​ງໄປ​
ໂດຍ​ດີ ໃນ​ເວລາທີ່ວາລະ​ການ​ດຳລົງ​ຕຳ​ແໜ່​ງ ​ເສັດ​ສິ້ນລົງ.

XS
SM
MD
LG