ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

HRW ຮຽກຮ້ອງ​ໃຫ້​ມຽນມາ ພິຈາລະນາດັດ​ແກ້​ ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ


ຊາວມຽນມາ ຍ່າງຜ່ານປ້າຍໂຄສະນາ ຂອງບໍລິສັດ Coca-Cola ຢູ່ໃນກາງເມືອງ ຢ້າງກຸ້ງ ປະເທດມຽນມາ.
ຊາວມຽນມາ ຍ່າງຜ່ານປ້າຍໂຄສະນາ ຂອງບໍລິສັດ Coca-Cola ຢູ່ໃນກາງເມືອງ ຢ້າງກຸ້ງ ປະເທດມຽນມາ.

ກຸ່ມປົກປ້ອງ​ສິດທິ​ມະນຸດທີ່ສຳຄັນກຸ່ມນຶ່ງ ຮຽກຮ້ອງ​ໃຫ້​ມຽນມາ
ພິຈາລະນາດັດ​ແກ້​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ສະບັບ​ນຶ່ງ ທີ່
​ໄດ້​ນຳ​ສະ​ເໜີ​ໄປ ​ເພື່ອ ຮັບປະກັນວ່າ​ຈະປົກປ້ອງ ສັງຄົມ ​ແລະ
ສະພາບ​ແວດ​ລ້ອມ ໃຫ້ດີຂຶ້ນຕື່ມ​ ຈາກ​ໄພ​ອັນຕະລາຍ​ຕ່າງໆ​.

ກຸ່ມປົກປ້ອງ​ສິດທິ​ມະນຸດ Human Rights Watch ຫຼື HRW
ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ມຽນມາ ບໍ່​ໄດ້ “ຈັດ​ກອງ​ປະຊຸມ​
ປຶກສາ​ຫາລື​ ຢ່າງ​ເປີດ​ເຜີຍ​ທີ່​ມີ​ຄວາມ​ໝາຍ”
ກ່ຽວ​ກັບ​ຮ່າງ
​ກົດໝາຍ​ ວ່າ​ດ້ວຍ​ການ​ລົງທຶນ​ ທີ່ “ອາດ​ມີ​ຜົນ​ກະທົບ​ຢ່າງ​
ເລິກ​ເຊິ່ງຕໍ່​ສິດທິ​ມະນຸດ.”

ລັດຖະບານ​ພົນລະ​ເຮືອນພຽງ​ໃນ​ນາມ​ເທົ່າ​ນັ້ນ ກຳລັງ​ເປີດ​ປະ​ເທດ​ຢ່າງ​ວ່ອງ​ໄວ ຕໍ່​ການ​ຄ້າ ​ແລະ ການ​ລົງທຶນ​ຈາກ​ຕ່າງປະ​ເທດ ​ໃນ​ຂະນະ​ທີ່ ໂຜ່ໂຕ​ອອກ​ມາ​ຈາກ​ການ​ປົກຄອງ​ ແບບ​ພະ​ເດັດ​ການ​ໂດຍ​ກົງ​ ຂອງ​ທະຫານ ເປັນ​ເວລາ 5 ທົດ​ສະ​ວັດ​ມາ​ແລ້ວ ຊຶ່ງ​ໄດ້​ສິ້ນສຸດ​ລົງຢ່າງ​ເປັນ​ທາງ​ການໃນ​ປີ 2011.

ທ່ານນາງ Jessica Evans ຈາກກຸ່ມປົກປ້ອງສິດທິມະນຸດ ​HRW ເວົ້າວ່າ “ກົດໝາຍ​
ວ່າ​ດ້ວຍ​ການ​ລົງທຶນ​ສະບັບ​ໃໝ່ນີ້ ຈະ​ເປັນ​ພື້ນຖານດ້ານ​ກົດໝາຍ ໃນຄວາມ​
ພະຍາຍາມ ຂອງ​ມຽນມາທີ່​ຈະ​ພົວພັນ​ຄືນ​ໃໝ່ ​ກັບ​ເສດຖະກິດ​ໂລກ ​ແລະ ບັນດາ​
ນັກ​ລົງທຶນ​ນາໆ​ຊາດ ​ແຕ່​ຫາກ​ວ່າ ການ​ປຶ​ກສາ​ຫາລື​ຕ່າງໆ ຢ່າງ​ເປີດ​ເຜີຍ ​ຂອງ
ລັດຖະບານນັ້ນ ແມ່ນ​ວ່າ​ບໍ່​ພຽງພໍ.”

ທ່ານ​ນາງ​ເວົ້າອີກ​ວ່າ “ຖ້າ​ວ່າ ບໍ່ຮ່າງກົດໝາຍ ​ຢ່າງ​ລະມັດລະວັງ​ແລ້ວ ກົດໝາຍ​
ດັ່ງກ່າວ​ອາດ​ເຮັດ​ໃຫ້ເປັນການຍາກຂຶ້ນສຳຫລັບ​ລັດຖະບານ ​ທີ່ຈະຮັບຜ່ານ​ກົດ​
ລະບຽບ​ຕ່າງໆ ​ເພື່ອປົກ​ປ້ອງສິດທິ​ມະນຸດ ​ແລະ ປ້ອງ ກັນການສ້າງຄວາມເສຍ
ຫາຍ ໃຫ້ແກ່​ສະພາບ​ແວດ​ລ້ອມ.”

ກຸ່ມປົກປ້ອງ​ສິດທິ​ມະນຸດ​ທີ່​ມີຫ້ອງການ​ຕັ້ງຢູ່ນະຄອນ New York ດັ່ງກ່າວ ຢາກ​ໃຫ້​
ມຽນມາ​ເລື່ອນ​ເສັນ​ຕາຍ​ ຄື​ວັນ​ທີ 26 ມີນາ ສຳ​ຫລັບ ​ໃຫ້​ປະຊາຊົນ​ໄດ້ສະແດງ​ຄວາມ​ເຫັນ
​ແລະ ​ໃຫ້​ການ​ປຶກສາ​ຫາລື ກັບກຸ່ມ​ສັງຄົມ​ພົນ​ລະ​ເຮືອນຕ່າງໆ ອອກ​ໄປ. ກຸ່ມ​ດັ່ງກ່າວ ເວົ້າ
ວ່າ “ມັນ​ມີ​ຄວາມ​ສຳຄັນຫຼາຍກວ່າ ສຳ​ຫລັບ​ມຽນມາ ທີ່​ຈະ​ເຮັດ​ໃຫ້​ມັນ​ຖືກຕ້ອງ ​
ແທນ​ທີ່​ຈະ​ເຮັດ​ໃຫ້​ມັນ​ແລ້ວ​ໄວໆ.”

XS
SM
MD
LG