ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ນຳປະທ້ວງ ຍັງບໍ່ໄວ້ວາງໃຈ ນຳການປະຕິຮູບ ຢູ່ໃນມຽນມາ (ວີດີໂອ)


Myanmar Protest Leader Still Skeptical
please wait

No media source currently available

0:00 0:02:32 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ການ​ເປີດ​ກວ້າງທາງການ​ເມືອງໃນມຽນມາ ​ໄດ້​ຮັບການ​ຍ້ອງຍໍ
ສັນລະ​ເສີນ ​ວ່າເປັນການຜ່ອນຄາຍ​ໃນການກຳອຳນາດຢ່າງ
ເຄັ່ງຄັດຂອງພວກ​ທະຫານແລະ ​ອະນຸຍາດ​ໃຫ້​ມີການປົກຄອງ
ທີ່ເປັນປະ​ຊາ​ທິປະ​ໄຕ​ຫລາຍ​ຂຶ້ນ. ​ແຕ່​ພວກ​ຕິຕຽນ ບາງຄົນ ​
ເຊັ່ນ​ຄູບາ​ອົງນຶ່ງທີ່ເປັນຜູ້​ນຳພາໃນ​ການ​ລຸກ​ຮື​ຂຶ້ນ​ເມື່ອ​ປີ 2007
​ຊຶ່ງເປັນ​ທີ່​ຮູ້​ກັນ​ໃນນາມ ການ​ປະຕິວັດ​ຜ້າ​ເຫລືອງນັ້ນກ່າວ​ວ່າ
​ໂດຍລວມ​ແລ້ວ ບໍ່ມີ​ຫຍັງ ປ່ຽນແປງຫຼາຍ. ຢູ່​ທີ່ພາກ​ເໜືອ​ຂອງ
ປະ​ເທດ​ໄທ Steve Sanford ​ນັກຂ່າວວີ ໂອເອ ໄດ້​ໂອ້​ລົມ​ກັບ
ທ່ານ U Gambira ​ນັກ​ເຄຶ່ອນ​ໄ​ຫວທາງການ​ເມືອງ ​ແລະ​ ອະ
ດີດ​ຄູບາ ຊຶ່ງໄດ້​ກາຍ​ມາ​ເປັນ​ທີ່​ຮູ້​ກັນດີ​ແກ່​ໃນໝູ່ປະຊາຊົນ ​ໃນ
ຖານະຜູ້ນຳພາຄົນສຸດ​ທ້າ​ຍ ໃນການລຸກຮືຂຶ້ນຂັ້ນຮາກຫຍ້າ
ຂອງ​ມຽນມາ. ກິ່ງສະຫວັນ ມີລາຍລະອຽດກ່ຽວກັບເລື່ອງນີ້ມາ
ສະເໜີທ່ານ.

ລິງໂດຍກົງ

ໃນ​ເດືອນ​ສິງຫາ ປີ 2007 ຜ່ານມາ ຫລາຍ​ພັນ​ຄົນ​ໃນ​ມຽນມາ ພາກັນລົງ ສູ່ຖະໜົນທາງ
ເພື່ອປະທ້ວງ ​ລາຄາ​ນຳ້ມັນ ​ແລະ​ອາຫານ ທີ່ແພງ​ຂຶ້ນ​. ໃນບໍ່ເທົ່າ ໃດອາທິດ​ຕໍ່ມາ​ນັ້ນ ຄູ​ບາ
​ຈຳນວນນຶ່ງ​ໄດ້​ຮ່ວມກັບພວກ​ເຂົາ​ເຈົ້າ ໃນອັນ​ທີ່​ຮູ້​ກັນ​ວ່າ ການປະຕິວັດ​ຜ້າ​ເຫ​ລືອງ​. ທ່ານ
Gambira ກ່າວ​ວ່າ ບັນດາ​ນັກ​ເຄື່ອນ​ໄຫວ​ໄດ້​ວາງ​ແຜ​ນ ເພື່ອທ້າ​ທ້າຍຕໍ່ການ​ປົ​ກຄອງ​
ຂອງ​ພວກທະຫານ ​ແຕ່​ຄວາມ​ບໍ່ພໍ​ໃຈ​ກ່ຽວ​ກັບເລື່ອງນໍ້າມັນ ​ແລະ​ລາຄາອາຫານ ​ໄດ້ເຮັດ​
ໃຫ້​ເກີ​ດການ​ປະ​ທ້ວງ​ໄວ​ຂຶ້ນ.

ທ່ານ Gambira ກ່າວ​ວ່າ “ຄວາມ​ຈິງ​ແລ້ວ ພວກ​ເຮົາ​ໄດ້​ວາງ​ແຜນ​ ເຮັດການ ປະຕິວັດ​ຜ້າ
​ເຫລືອງຂະໜາດໃຫຍ່ ​ໃນ​ປີ 2008 ​ແຕ່​ວ່າ​ຫລາຍ​ຄົນ​ໄດ້​ມີ​ຄວາມ​ໂກດ​ແຄ້ນ​ຢູ່​ແລ້ວ ກ່ຽວ
​ກັບການຂຶ້ນລາຄານໍ້າມັນ​ຄົວ​ກິນແລະ​ເຂົ້າ ​ເພາະສະ​ນັ້ນ ພວກ​ເຮົາ​ຈຶ່ງໄດ້ມາ​ເຕົ້າ​ໂຮມ​ກັນ
​ໄວກວ່າທີ່ໄດ້ວາງແຜນໄວ້”

ພວກ​ທະຫານທີ່ປົກຄອງປະເທດຢູ່ໃນເວລານັ້ນ ​ໄດ້​ປາບປາມການລຸກຮືຂຶ້ນ​ຢ່າງ​ຮຸນແຮງ.
ທ່ານ Gambira ​ໄດ້​ຖືກ​ຈັບ ​ແລະຖືກຕັດສິນ​ລົງ​ໂທດ​ຕິດ​ຄຸກ 68 ປີ.

ຫລັງ​ຈາກ​ໄດ້​ໃຊ້​ເວລາ​ຢູ່​ໃນ​ຄຸກ​ເປັນ​ເວລາ​ສີ່​ປີ ພາຍ​ໃຕ້ສະພາບ​ຄວາມ​ທຸກທໍລະມານ ທ່ານ
Gambira ​ແມ່ນຮວມ​ຢູ່ຈຳນວນ​ພວກທີ່ໄດ້ຮັບການໃຫ້​ອະ​ໄພ​ຍະ​ໂທດ ​ກ່ອນ​ໜ້າການໄປ
​ຢ້ຽ​ມຢາມ​ຂອງປະທານາທິບໍດີສະຫະລັດ ທ່ານ Barack Obama ໃນປີ 2012.

​ແຕ່​ຫລັງຈາກ​ນັ້ນ​ມາ ທ່ານ​ໄດ້​ຖືກ​ຈັບ​ຄືນໃໝ່ອີກ ​ສາມ​ເທື່ອໂດຍ​ເຈົ້າ​ໜ້າ​ທີ່ ແລະ ເທື່ອຫລ້າ
ສຸດໃນ ແມ່ນ​ກີດ​ກັ້ນ​ບໍ່​ໃຫ້​ທ່ານເຂົ້າ​ຮ່ວມ​ໃນ​ການ​ປະ​ທ້ວງທີ່ບໍ່​ທອງ​ແດງ​ ໃນ​ນະຄອນ Mandalay.

ທ່ານ Gambia ກ່າວ​ວ່າ “ຂ້າພະ​ເຈົ້າ ​ໄດ້​ຖືກ​ບັງຄັບ​ໃຫ້​ແກ້​ຜ້າ​ເຫລືອງ ຂ້າພະ​ເຂົ້າ ບໍ່​ຄ່ອຍ​
ພໍ​ໃຈປານໃດ ​ແລະ​ບໍ່​ຢາ​ກສິກ​ຈາກ​ການ​ເປັນຄູບາ ​ແຕ່​ວ່າ ພວກທະ ຫານ​ໄດ້​ກົດ​ດັນ​ຕໍ່ ​ຂ້າ
ພ​ະ​ເຈົ້າ​ຢ່າ​ງຫລວງຫລາຍ. ​ເຂົາ​ເຈົ້າພາກັນ​ຊອກ​ຄົ້ນ​ຢູ່ຕາມ ວັດວາແຫ່ງຕ່າງໆ ທີ່​ຂ້າພ​ະ
​ເຈົ້າ​ໄດ້​ໄປ​ຢູ່ ​ແລະ​ໄດ້​ບອກ​ເຈົ້າ​ອາວາດ​ວັດ​ວ່າ ຢ່າ​ອະນຸຍາດ​ໃຫ້ຂ້າພະ​ເຈົ້າ ໄປ​ພັກ​ເຊົານຳ​

ການ​ກະທຳຂອງພວກທະຫານ ​ໄດ້​ບັງ​ຄັບໃຫ້​ທ່ານ Gambira ໜີ​ອອກ​ຈາກ​ປະ​ເທດ ແລະ
ກໍເຂົ້າຮ່ວມ​ກັບ​ພວກຕິຕຽນ​ທີ່​ກ່າວ​ວ່າ ນະ​ໂຍບາຍລັດຖະບານ​ເຮັດ​ໃຫ້ ການແບ່ງແຍກ
ທາງດ້ານສາສະໜາແລະຊົນຊາດຊົນເຜົ່າຂີ້ຮ້າຍ​ລົງ ​ຊຶ່ງໄດ້ບ່ອນ​ທໍາ ລາ​ຍຕໍ່ການ​ປະຕິ​ຮູບ
ທີ່​ໄດ້​ຮັບການ​ຍ້ອງຍໍ​ຈາກຕ່າງປະເທດນັ້ນ.

​ແລະດ້ວຍເຫດນີ້ ທ່ານຈຶ່ງໄດ້ມາ​ຢູ່​ ທີ່​ພາ​ກ​ເໜືອ​ຂອງປະ​ເທດ​ໄທ ເພື່ອສິດສອນ​ຊາວມຽນ
ມາ​ດ້ວຍ​ກັນ ​ແລະຕິດຕໍ່ຫາພວກໝູ່ເພື່ອນ ທີ່​ຢູ່ອີກ​ຟາກ​ນຶ່ງ ​ຂອງຊາຍ​ແດນນັ້ນ. ​ໃນ​ຂະນະ
​ທີ່ມຽນມາຕຽມການ​ເລືອກ​ຕັ້ງໃນ​ປີໜ້ານີ້ ທ່ານ Gambira ຍັງ​ຄົງ​ມີຄວາມ​ສົງໄສຢູ່.

ທ່ານ Gambia ກ່າວ​ວ່າ “ຫລາຍ​ປະ​ເທດ ຮວມ​ທັງ ສະຫະລັດ ​ແລະ​ຢູ​ໂຣບ ​ໄດ້​ໃຫ້ເວລາ​
ແ​ກ່ລັດຖະບານມຽນມາ ປະ​ຕິ​ຮູບ​ປະ​ເທດ. ການ​ເລືອກ​ຕັ້ງ​ປີ 2015 ໃກ້ຈະມາຮອດແລ້ວ
​ແລະພວກ​ເຂົາ​ເຈົ້າ​ກໍຍັງ​ບໍ່​ທັນ​ໄດ້​ປະຕິ​ຮູບ​ອັນ​ໃດ​ອັນ​ນຶ່ງ​ຢ່າງ​ແທ້​ຈິງ​. ທັງ​ໝົດ​ນີ້ແມ່ນ​ເປັນ
ເລື່ອງຂີ້​ຕົວະ ​ເພາະລັດຖະບານ​ທະຫາ​ນ ກ່າວ​ວ່າ ​ເຂົາ​ເຈົ້າ​ຈະ​ປະຕິ​ຮູບ ກໍພຽງ​ແຕ່ເພື່ອ
​ປ້ອງ​ກັນ​ທຸລະ​ກິດ​ ​ແລະ​ການຄວບ​ຄຸມຂອງ ພວກເຂົາເຈົ້າທໍ່ນັ້ນ.”

ສຳລັບມຽນມາແລ້ວ ປີໜ້ານີ້ ຈະ​ເປັນ​ການ​ທົດ​ສອບເບິ່ງ​ວ່າ ພວກ​ຕິຕຽນ​ຄືດັ່ງ​ທ່ານ
Gambira ມີ​ເຫດຜົນ​ ທີ່​ມີຄວາມຫວັງໄປໃນແງ່ຮ້າຍ ຫລືບັນດາ​ເຈົ້າ​ໜ້າທີ່​ສາມາດຈັດໃຫ້
ມີ​ການ​ເລືອກ​ຕັ້ງ​ທີ່​ເສລີ ​ແລະທ່ຽງ​ທຳຂຶ້ນໄດ້ ໂດຍປາດ​ສະ​ຈາກ​ຄວາມ​ວຸ້ນວາຍ ​ຢູ່​ໃນ​ຖະ
ໜົນ​ຫົນທາງ.

XS
SM
MD
LG