ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພອນ ພູມິ​ທອນ​​ - "ບໍ່​ລືມ​ວຽງ​ຈັນ." (ຄາຣາໂອເກະ)


ພອນ ພູມີ​ທອນ
ພອນ ພູມີ​ທອນ
ລິງໂດຍກົງ

ສະບາຍດີ​ແຟນລາຍການ​ທີ່​ຮັກ​ແພງທຸກໆທ່ານ ຜູ້ຟັງທຸກໆທ່ານ ວັນນະສອນຂໍ​ຕອບ​ຈົດໝາຍ​ທີ່​ຂຽນ​ໄວ້​ໃນ​ແວບໄຊຕ໌ ຂອງ VOA ​ໃນ​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ ​ໃນ​ນາມແຝງວ່າ ຕູ້​ສາ ຈາກ Manchester, New Hampshire ​ເພິ່ນ​ບອກ​ວ່າ “VOA ​ເອີຍ” ​ເພາະ​ເພິ່ນ​ເຂົ້າ​ໃຈ​ ວັນນະ​ສອນ ບໍ່​ເຂົ້າ​ໃຈຄວາມ​ໝາຍ​ຫຼື​ຢ່າງ​ໃດທີ່​ວ່າ ​ໄປ​ເອີ້ນ
​ສິນລະປິນ​ລຸ້ນອ້າຍ​ວ່າ​ເປັນ​ໜຸ່ມ ​ເພາະວ່າ​ອາຍຸອານາ​ມຂອງ ​ທ່ານ​ນີ້ ກໍ​ກາຍ 50 ປີ​ມາ​ແລ້ວ ​ແຕ່ວ່າ​ເປັນ​ຫຍັງ​ ​ວັນນະ​ສອນຍັງເອີ້ນ​ວ່າ ສິນລະປິນໜຸ່ມ ວັນນະ​ສອນວ່າ ນີ້​ຄື​ການ​ໃຫ້​ກຽດ​ຊຶ່ງ​ກັນ​ແລະ​ກັນ ຖ້າ​ຈະ​ເວົ້າ​ຈິງ ຕາມ​ອາຍຸ​ແລ້ວ​ນັ້ນ ​ວັນນະ​ສອນ​ຄົງ​ຈະ​ຕ້ອງ​ປະກາດ​ໄປ​ວ່າ ​ເຊີນ​ຮັບ​ຟັງເພງຂອງ​ຍາ​ລຸງຫຼື​ຍາ​ພໍ່​ຕູ້ ຄຳ​ຫຼ້າ​ ໜໍ່​ແກ້ວ ​ເພາະ​ເພິ່ນກໍ​ອາວຸ​ໂສ​ແລ້ວ ກໍ​ຄົງ​ຈະ​ບໍ່​ມ່ວນ​ຫູ​ຊວນ​ຟັງ ຫຼື​ບໍ່ ກໍ​ຕ້ອງເອີ້ນ​ແຕ່​ຊື່​ເທົ່າ​ນັ້ນ. ຄັນ​ຊັ້ນ ວັນນະ​ສອນ
ເອງ ກໍ​ຄົງ​ຕ້ອງ​ອອກ​ຕົວ​ເອງ​ວ່າ ​ປ້າ​ແລ້ວ​ລະ ເພາະວ່າ​ກະ​ໄດ້​ຢູ່​ມາ​ຫຼາຍ​ທົດ​ສະ​ວັດ​ແລ້ວ​ເຊັ່ນ​ກັນ ​ເອົາ​ກໍ​ແຈ້ງ​ກັນຊາ​ບຕາມ​ປົກກະຕິ ຫົວ​ມ່ວນ​ໂອ້​ລົມກັນ ຮັກ​ແພງ​ກັນໄວ້ນັ້ນ​ລະດີ ຖ້າ​ບໍ່​ຂຽນ​ມາຕິ​ຊົມ ກະ​ບໍ່​ຮູ້​ວ່າ​ຈະ​ຕອບ​ຈົດໝາ​ຍກັບ​ໃຜ.

ຂໍ​ມອບ​ເພງ​ນີ້​ໃຫ້​ຟັງ​ ແທນ​ຄຳ​ຂອບ​ໃຈ ​ເປັນຟັງ​ເພງຂອງ​ສິນລະປິນ​ສາວ ພອນ ພູມິ​ທອນໃນ​ບົດ​ເພງ "ບໍ່​ລືມ​ວຽງ​ຈັນ."

ສ່ວນ​ຂໍ້ຄວາມ​ໃນ​ນາມແຝງ “ບັກ​ຫຳ​ນ້ອຍ” ທີ່​ຂຽນ​ບອກ​ມາ​ວ່າ ດີ​ແລ້ວ ນີ້​ຄື​ວິທີນຶ່ງ​ໃນ​ການ​ສົ່ງ​ເສີມ​ສິນລະປິນ ການ​ດົນຕີ​ໃຫ້​ຊາວ​ໂລກ​ໄດ້​ຮັບຊາບ​ກັນ ​ໂດ່​ງດັງ​ແບບ MichaelJackson ​ຫຼື​ດັງ​ກ້ອງ​ໂລກໄປ​ເລີຍ ນັ້ນ​ຄື​ເຈດ​ຕະນາ​ລົມ​ຂອງທາງ​ເຮົາຢູ່​ແລ້ວ​ທີ່​ຈະ​ຄອຍ​ສະໜັບ​ສະ​ໜຸນ ສົ່ງ​ເສີມ​ບັນດາສິນລະປິນ​ລາວ​ແລະ​ໃນ​ຕ່າງ​ແດນ ຈະ​ໄດ້​ສຶກສາ​ຮ່ຳຮຽນ ຊຶ່ງ​ກັນ​ແລະ​ກັນ ແລະໄດ້​ຮູ້​ໄດ້​ປະຈັກ​ວ່າ ວົງ​ການ​ເພງ​ຂອງ​ລາວ​ໃນ​ແຕ່
ລະ​ທີ່ ​ແຕ່​ລະ​ບ່ອນ ​ໄດ້​ກ້າວ​ໄກ​ໄປ​ໜ້າ ​ຢ່າງ​ໃດ​ແລ້ວ ​ເອົາ​ຕ້ອງ​ຂໍ​ຂອບ​ໃຈ ​ໃນ​ທຸກໆ​ຄຳ​ຕິ ຊົມ ທີ່​ຂຽນ​ເຂົ້າ​ມາ ຂໍຂອບ​ໃຈ​ຈິງ​ໆ ​ຂໍມອບ​ເພງນີ້ ​ແທນ​ຄຳ​ຂອບ​ໃຈ ໃນ​ບົດ​ເພງ ສາວ​ເມືອງ​ມໍລະດົກ​ໂລກ ຂອງ​ ນ້ອຍ ມະນີ​ໂສ

ຂໍ້ຄວາມ​ທີ່​ຂຽນ​ໄວ້ໃນ​ລາຍການຊີວິດ​ຊາວລາວໃນ​ຕ່າງ​ແດນ​ ທີ່​ອອກ​ອາກາດໄປກ່ຽວ
ກັບ​ຮ້ານອາຫານ​ຂອງຕະຫຼາດ​ລາວ-​ເອເຊຍໃນ Las Vegas, Nevada, ມີ​ຫຼາຍໆ​ທ່ານ​ບອກ​ມາ​ວ່າ ຊື່ນ​ຊອບ ຖືກ​ໃຈ ທີ່​ໄດ້​ເຫັນ​ຄົນ​ລາວ​ໄດ້​ດິບ​ໄດ້​ດີ ມີ​ທຸລະ​ກິດ​ເປັນ​ເຈົ້າ
ຂອງຮ້ານອາຫານ​ຕະຫຼາດ​ລາວ ຊຶ່ງ​ຜູ້​ຟັງ ອະນຸສອນ ຈາກ San Jose, California
ບອກ​ວ່າ​ດີ​ໃຈ​ໄດ້​ຊາບ​ວ່າມີ​ຮ້ານອາຫານ​ລາວ ​ໃນ Las Vegas ຊຶ່ງ​ເພິ່ນ​ບອກ​ວ່າ ຢູ່ San Jose ກໍ​ຄົງ​ປະມານ 10 ຊົ່ວ​ໂມງ ສ່ວນ​ທ່ານ​ໃຈ​ຊື່ ຈາກ​ສະພາກາ​ເຟລູກດອນ​ໂຂງ ​ຈາກ​ວຽງ​ຈັນ ກໍ​ຍ້ອງ​ມາ​ເຊັ່ນ​ກັນ ​ແລະ​ຂໍ​ສັນລະ​ເສີນ​ ໃຫ້​ກ້າວໜ້າເອົາ​ຄົນ​ລາວ​ເຮົາ​ກໍ​ຕ້ອງ​ໄປ​ອຸດໜຸນ​ຊຶ່ງ​ກັນ​ແລະ​ກັນ ​ແລະ​ຂໍ​ມອບຈັດເພງ​ນີ້ ມອບ​ໃຫ້​ທຸກໆທ່ານ​ທີ່ໄດ້ກ່າວ​ນາມ
​ມາ​ບ້າງ​ເທິງ​ນີ້​ທັງ​ໝົດ ວັນນະ​ສອນ​ຂໍ​ອຳ​ລາ​ທ່ານ​ດ້ວຍ​ເພງ​ນີ້ “ສາວ​ປາກ​ເຊ”​ ທີ່​ຂັບ​ຮ້ອງ​ໂດຍ ກ້ອຍ ຄຳ​ວິ​ໄລ ນອນຫຼັບຝັນຫວານ ສະບາຍດີປີໃໝ່.
XS
SM
MD
LG