ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນ້ຳຂອງຍາມແລງ ຜົນງານເພງຂອງວໍຣະເດດ ດິດທະວົງ ທີ່ພອນ ພູມິທອນ ນຳມາຂັບຮ້ອງ ຖືກໃຈທ່ານແນ່ນອນ


ພອນ ພູມິ​ທອນ
ພອນ ພູມິ​ທອນ
ລິງໂດຍກົງ

ສະບາຍດີ​ທຸກໆທ່ານ ກັບ​ມາ​ພົບ​ກັນ​ອີກ​ແລ້ວ ​ໃນ​ລາຍການ​ສຽງ
​ເພງ​ຈາກ​ແດນ​ໄກ​ຂອງ VOA ​ໃນ​ທຸກໆຄໍ່​າຄືນຂອງ​ວັນ​ອາທິດ.
​ແຕ່ກ່ອນ​ອື່ນຕ້ອງ​ຂໍ​ຂອບ​ໃຈ​ກັບ​ແຟນລາຍການ​ທຸກໆທ່ານທີ່​
ໄດ້ໝັ່ນ​ຂຽນ​ຈ.ມ. ​ເຂົ້າມາ​ທາ​ງໜ້າເວັບ​ໄຊ​ຕ໌ຂອງ​ພວກ​ເຮົາທີ່
​ຍ້ອງຍໍ​ມາ ​ໃຫ້​ຂໍ້​ຄິດ​ແລະຄວາມເຫັນ​ຕ່າງໆ ຊຶ່ງວັນນະ​ສອນ ​
ຂໍ​ຖື​ໂອກາດ​ຂອບ​ໃຈ​ທຸກໆຄຳ​ເວົ້າ ໃນ​ສ່ວນ​ຕົວ​ວັນນະ​ສອນ
​ເອງ​ແລ້ວ ຂໍ​ຂອບ​ໃຈດ້ວຍ​ໃຈ​ຈິງ​ແລະ​ກໍ​ຈະ​ພະຍາຍາມ​ສັນ​ຫາ​ເພ​ງດີໆ ມ່ວນໆ ​ແລະ​ມີ​ຄຸນ​ນະພາ​ບ ​ມາ​ໃຫ້​ທ່ານ​ຜູ້​ຟັງ​ໄດ້​ຮັບ​ຟັງ​ກັນ. ຂໍ້ຄວາມ​ຂອງ ຜູ້​ຟັງ ທ່ານ ປ. ພັນ​ນາ ຈາກ​ນະຄອນຫຼວງ​ວຽງ​ຈັນ…​ໄດ້​ຂຽນ​ຂໍ້ຄວາມ​ທີ່​ເປັນຄວາມ​ຮູ້​ທາງ​ປະຫວັດສາດ ກ່ຽວ​ກັບ​ບົດ​ເພງ “ປູ່​ຈັນ” ທີ່​ທາງ​ເຮົາ​ໄດ້​ຈັດ​ມາ​ໃຫ້ຟັງ​ໄປ​ເມ່ື່ອ​ໄວ​ໆມາ​ນີ້ ​ພວກ​ລູກ​ຫຼານ​ລາວ​ຮຸ້ນ​ຫຼັງ ທີ່​ບໍ່​ຮູ້​ແລະ​ບໍ່​ໄດ້​ຮ່ຳຮຽນ​ປະຫວັດສາດ​ລາວ ຄົງ​ຈະ​ບໍ່​ຮູ້​ທີ່​ມາ​ຂອງ​ພວກຕົນ. ຈັ່ງ​ໃດ​ກໍ​ຕາມ​ແຕ່ ຂໍ​ໃຫ້​ຄົນ​ລາວ ​ໄດ້​ສຶກສາ​ແລະ​ຮຽນ​ຮູ້​ທີ່​ມາ​ຂອງ​ຄົນ​ເຊື້ອ​ຊາດ​ລາວ​ດຽວ​ກັນ…​ເພາະສະ​ນັ້ນ ຈຶ່ງ​ຂໍ​ມອບ​ເພງ ນ້ຳ​ຂອງຍາມ​ແລງ ທີ່​ມີ​ຄວາມ​ໝາຍ​ດີ​ອີກ​ເພງ​ນຶ່ງ​ມອບ​ໃຫ້​ທ່ານປ. ພັນ​ນາ ​ແລະ​ທ່ານ​ຜູ້​ຟັງ​ຄົນ​ອື່ນໆ ​ໄດ້​ຮັບ​ຟັງ​ກັນ​...ທີ່​ຂັບ​ຮ້ອງ​ໂດຍ...ສິນລະປິນ​ສຽງດີ ຈາກ​ລັດ Virginia ພອນ ພູມິ​ທອນ ແລະປະພັນໂດຍ ອາຈານວໍຣະເດດ ດິດທະວົງ.

ຫຼັງ​ຈາກ​ທີ່​ໄດ້​ຈັດ​ເພງ​ຂອງ​ສິນລະປິນ​ສຽງ​ດີ ອຸດອນ ວົງ​ສີ ​ໄປ​ແລ້ວ ກໍ​ໄດ້​ມີ​ຂໍ້ຄວາມຂຽນ​ເຂົ້າ​ມາ​ຢ່າງ​ລົ້ນ​ຫຼາຍ. ຂໍ້ຄວາມ​ຈາກ​ທ່ານ​ບຸນ​ມາ ພົມ​ຈະ​ເຣີນ ຈາກ​ສະຫວັນ​ນະ​ເຂດ ທີ່​ຂຽນ​ວ່າ ​ເພງ​ນັ້ນມ່ວນ​ຫຼາຍ ຟັງ​ໄປ ຮັບ​ປະທານ​ອາຫານໄປ ກໍ​ຍິ່ງ​ແຊບ. ສ່ວນຍາ​ເອື້ອຍ ດວງ​ມາລາ ​ທ່ານ​ແດງ ​ສີ​ຫາ​ວົງ ແລະ​ທ່ານວິ​ໄຊ ຈາກ​ແຂວງ​ຊຽງ​ຂວາງ ສປປ ລາວ ຊຶ່ງຕ່າງກໍ​ໄດ້​ຂຽນ​ຂໍ້ຄວາມ​ຝາກ​ໄວ້ ບອກ​ມາ​ວ່າ ມັກ​ເພງ​ລາວ ​ໂດຍ​ສະ​ເພ​າະ​ເພງເກົ່າໆ ມ່ວນ​ຫຼາຍ ວ່າ​ຊັ້ນ...ເພາ​ະສະ​ນັ້ນ​ວັນນະ​ສອນ ​ຂໍ​ຈັດເພງຂອງ​ອຸດອນ ວົງ​ສີ ​ເພື່ອ​ແທນ​ຄຳ​ຂອບ​ໃຈ ​ສົ່ງ​ມອບ​ຄືນ​ໃຫ້​ທ່ານ​ຜູ້​ຟັງ ​ເພື່ອທ່ານ​ຜູ້​ຟັງ​ຈະ​ໄດ້​ກັບ​ມາ​ຟັງ​ເພງ​ຮ່ວມກັນ​ອີກ​ໃນ​ຄັ້ງ​ຕໍ່ໆ​ໄປ. ທ່ານ​ຜູ້​ຟັງ​ຄົງ​ຈະ​ຊຶ້ງກັບ​ເພງ​ນີ້​ແນ່ນອນ...



ທີ່​ທ່ານ​ຟັງ​ຈົບ​ລົງ​ໄປ​ນັ້ນ ​ແມ່ນ​ເພງອ້າຍ​ຊົ່ວ​ຢ່າງ​ໃດ ບົດ​ປະພັນ​ຂອງ​ອາຈານ ສ. ​ແສງ​ສິຣິວັນ ຊຶ່ງ​ກໍ​ໄດ້​ມີ​ຫຼາຍໆ​ສິນລະປິນນຳ​ມາ​ຂັບ​ຮ້ອງ ​ແຕ່​ຄັ້ງ​ນີ້ ສຽງ​ຂອງອຸດອນ ວົງ​ສີ ຍິ່ງ​ເຮັດ​ໃຫ້​ເພງ​ນີ້ໜ້າຟັງຍິ່ງຂຶ້ນ. ອຸດອນ ວົງ​ສີ ​ເກີດ​ມາ​ເພື່ອ​ເພງ​ນີ້ ​ໂດຍ​ສະ​ເພາະ ເພງສຸດ​ທ້າຍນີ້ ຂໍຈັດໃຫ້ ທ່ານ​ພິນ​ໃຈ ປຣະມານ ຜູ້​ຟັງ​ຈາກ​ຈັງ​ວັດ​ອຸ​ຕຣະ​ດິດ ທີ່​ຂຽນ​ບອກ​ມາ​ວ່າ VOA ຈັດ​ລາຍການ​ໄດ້​ດີ​ຫຼາຍ ຮັບ​ຟັງ​ທຸກ​ວັນ ຮັບ​ຮູ້​ຂ່າວ​ທົ່ວ​ໂລກ ພ້ອມ​ທັງ​ຂຽນຂໍ​ປະຕິທິນປີ 2015 ມາ ​ແຕ່​ກວ່າ​ຈົດໝາຍຈະ​ມາ​ຮອດ VOA ກໍ​ຕົກເຂົ້າ​ເຖິງ​ທ້າຍ​ເດືອນ​ສິງຫາ​ແລ້ວ ຈຶ່ງ​ຂໍ​ເກັບ​ທີ່ຢູ່​ໄວ້ ​ເພື່ອທາງ​ເຮົາ​ຈະໄດ້ຈັດ​ສົ່ງ​ປະຕິທິນ​ປີ 2016 ​ໄປ​ໃຫ້...ຫວັງ​ວ່າທ່ານພິນ​ໃຈ ຍັງ​ຈະ​ຄົງ​ຕິດຕາມ​ຮັບ​ຟັງ​ລາຍ​ການ VOA ພາກ​ພາສາ​ລາວ ຢູ່​ລ້ຳ​ໄປ. ຈຶ່ງ​ຂໍ​ຈັດ​ເພງ​ລາວ​ມ່ວນໆ ມອບ​ໃຫ້​ຟັງ ​ໃນ​ບົດ​ເພງດອກ​ບົວທອງ ຂັບ​ຮ້ອງ​ໂດຍ ​ແດງ ຈຳ​ພອນ. ຂໍ​ໃຫ້​ທຸກໆທ່ານຈົ່ງ​ນອນ​ລັບ​ຝັນ​ຫວານ​ແລະ​ພົບກັນໃໝ່​ໃນ​ສັບປະດາ​ໜ້າ.

ເພງ ດອກ​ບົວທອງ ໂດຍ ​ແດງ ຈຳ​ພອນ

XS
SM
MD
LG