ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜົນ​ງານ​ເພງໃໝ່​ຂອງ ພາ​ວັນ​ດີ ເມືອງ​ລາວ​ເຮົາ ກໍ​ລື​ນາມ ຄົງເປັນທີ່ຖືກໃຈຫຼາຍໆ​ທ່ານ​ຜູ້ຟັງ


ພາ​ວັນ​ດີ ມີ​ໄຊ
ພາ​ວັນ​ດີ ມີ​ໄຊ

ສະບາຍດີ ​ແລະ​ວັນນະ​ສອນກໍ​ດີ​ໃຈ​ທີ່​ໄດ້​ກັບ​ມາ​ພົບ​ແຟນໆ​ເພງ ​ໃນລາຍການ​ສຽງ​ເພງ​ຈາກ​ແດນ​ໄກຂອງ VOA ​ໃນ​ທຸກໆ​ແລງ​ວັນ​ອາທິດ. ​ຂໍ​ແນະນຳ​ຜົນງານ​ເພງ​ຊຸດ​ໃໝ່​ຂອງ​ສິນລະປິນ​ລາວ ຈາກ​ຍີ່ປຸ່ນ ພາ​ວັນ​ດີ ມີ​ໄຊ ເຈົ້າ​ຂອງ​ສຽງ​ເພງ ຮັກສາ​ວ​ແຈ່ວ​ບອງ ທີ່​ວັນນະ​ສອນ ​ໄດ້​ນຳ​ສະ​ເໜີ​ໃຫ້​ທ່ານ​ໄດ້​ຮັບ​ຟັງ​ມາ​ແລ້ວ ທາງ ຕ້ອງ​ຂໍ​ຂອບ​ໃຈ​ກັບ ພາ​ວັນ​ດີ ທີ່​ໄດ້​ສົ່ງ​ເພງ​ຊຸດ​ໃໝ່​ມາ​ໃຫ້​ແຟນ​ເພງ ​ໂດຍ​ສະ​ເພ​າະ ​ເພາະວ່າ​ຊຸດ​ນີ້ ກໍ​ກຳລັງ​ຕຽມ​ອອກ​ວາງ​ຕະຫຼາດ​ໃນ​ໄວໆ​ນີ້ ​ແນ່ນອນ​ລະ​ແຟນ​ເພງ ຈະ​ໄດ້​ຟັງ​ກ່ອນ​ໃຜໆໃນ​ໂລກ ​ເອົາ​ເຮົາ​ມາ​ຟັງ​ເພງ​ ​ເມືອງ​ລາວ​ເຮົາ ກໍ​ລື​ນາມ ພ້ອມໆ​ກັນ​ເລີຍ.

ສ່ວນເພງ ບ້ານ​ນາ​ຜາ​ສຸກ ສະບັບ​ດັ່ງ​ເດີມ​ນີ້ ທີ່​ປະ​ພັນ​ໂດຍ ອ. ສ. ​ແສງສິຣິວັນ ​ແລະ​ຂັບ​ຮ້ອງ​ໂດຍ ມະນີ​ວັນ ວໍຣະວົງ ນີ້ ​ວັນນະ​ສອນ ຈັດ​ມອບ​ໃຫ້​ທຸກໆ​ທ່ານ​ທີ່​ຕິດຕາມ​ຮັບ​ຟັງ ລາຍການ
ສຽງເພງຈາກແດນໄກຂອງ VOA ​ ຫວັງວ່າເພງນີ້ ຄົງຈະພາໃຫ້ທ່ານຄິດເຖິງອະດີດ

ລິງໂດຍກົງ

​ຈັ່ງ​ໃດ​ກໍ​ໄດ້​ຈັດ​ເພງ​ຂອງ ​ພາ​ວັນ​ດີ ມີໄຊ ​ໃຫ້​ຟັງ​ໄປ​ແລ້ວ ກໍ​ເລີຍ​ຕ້ອງ​ຂໍ​ມອບ​ເພງ​ນີ້​ໃຫ້​ຟັງ​ເພາະວ່າ​ເພງ​ນີ້​ມີ​ຄວາມ​ໝາຍ​ກັບ​ເຈົ້າ​ຂອງ​ສຽງ​ເພງ...​ເພາະວ່າ​ມີ​ພັນ​ລະ​ຍາ​ຄົນ​ງາມ​ຈາກ​ບ້ານ​ອີ່​ໄລ​ນີ​ເອງ...ອີກ​ຄັ້ງ​ນຶ່ງ ວັນນະ​ສອນ ຕ້ອງ​ຂໍ​ຂອບ​ໃຈ​ກັບ​ຄວາມ​ມີ​ນຳ​ໃຈ​ທີ່​ອຸດ​ສາ​ສົ່ງ​ເພງ​ມາ​ໃຫ້​ຊາວ​ລາວ​ທົ່ວ​ສາລະ​ທິດ ​ໄດ້​ຮັບ​ຟັງ​ ​ກັນ ​ແລະຫວັງ​ວ່າ ​ໂອກາດ​ໜ້າ​ຄົງ​ໄດ້​ພົບ​ພໍ້​ກັນ​ອີກ ​ແລະ​ແນ່ນອນ ວັນນະ​ສອນ​ຕ້ອງ​ຖື​ໂອກາດ ​ໄປ​ຢາມ​ເມືອງ​ດອກ​ສະກຸຣະ ບ້ານ​ຂອງ​ຊາ​ໂມ​ໄຣ ​ໃນ​ປີໜ້າ​ ຂໍ​ໃຫ້​ສືບ​ຕໍ່​ສ້າງ​ຜົນງານ​ດີໆ ອອກ​ມາ​ໃຫ້​ພວກ​ເຮົາ​ໄດ້​ຮັບ​ຟັງ​ກັນ​ອີກ ​ໃນ​ອານາ​ຄົດ​ຂ້າງ​ໜ້າ​. ຂໍໃຫ້ທຸກໆ​ທ່ານ​ນອນ​ຫຼັບສະບາຍໆ ​ໄປ​ກັບ​ເພງ ສາ​ວອີ່​ໄລໃຈເຕັມຮ້ອຍ.

XS
SM
MD
LG