ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເພງດັງໃນອະດີດ ພາກຮັກ ທີ່ນຳມາຂັບຮ້ອງໃໝ່ໂດຍ ສິນລະປິນ ຄຸນນະພາບ ອຸດອນ ວົງສີ


ອຸດອນ ວົງສີ
ອຸດອນ ວົງສີ
ລິງໂດຍກົງ

ສະບາຍດີທຸກໆທ່ານ​ແລະ​ພົບ​ກັນ​ອີກ​ຕາມ​ເຄີຍ ພ້ອມ​ກັບ​ເພງ​ມ່ວນໆ​ໃນທຸກໆຄໍ່າຄືນວັນ​ອາທິດ ຫັວງວ່າຄົງ​ມີ​ຫຼາຍໆ​ທ່ານໄດ້ມີ​ໂອກາດ​ເຂົ້າ​ໄປ​ຮັບ​ຊົມ ​ຮັບ​ຟັງ​ໃນ website ​ຂອງ​ພວກ​ເຮົາ​ແດ່​ແລ້ວ ເພາະວ່າຫຼັງ​ຈາກ​ທີ່​ໄດ້​ພິມ​ເຜີຍແຜ່​ລາຍການ​ສຽງ​ເພງ​ຈາກ​ແດນໄກທີ່​ໄດ້ນຳ​ສະ​ເໜີ​ເພງ ມາ​ເດີ້ ມາ​ເດີ້ ​ປະເພດ​ເພງ Hip – Hop ຂອງ​ກຸ່ມ​ຄ້າຍ​ເພງ Drunken Style Record ​ແລ້ວ​ນັ້ນ ກໍ​ໄດ້​ມີ​ຫຼາຍໆ​ທ່ານ​ຂຽນ​ຂໍ້ຄວາມ​ຝາກ​ໄວ້ ​ໃນ​ໜ້າ website ທີ່​ບອກ​ມາ​ວ່າ ມັກ​ເພງ​ນີ້ ມ່ວນ​ຫຼາຍ ​ແລະ​ບາງ​ທ່ານ​ຍັງ​ບອກ​ວ່າ ໃຫ້​ພວກ​ສິນລະປິນ​ລາ​ວ-
ອາ​ເມຣິກັນພວກນີ້ ຮຽນ​ຮູ້​ແລະໃຫ້​ມີ​ຄວາມ​ເຂົ້າ​ໃຈ ທັງ​ພາສາ​ ຮີດ​ຄອງປະ​ເພນີ​ຂອງລາວ​ໃຫ້​ຫຼາຍ​ຂຶ້ນແດ່ ​ເພື່ອ​ວ່າ ການ​ແຕ່ງ​ເພງຄັ້ງ​ຕໍ່​ໄປ ຈະ​ມີ​ເນື້ອ​ຫາແລະມີຄວາມ​ໝາຍ​ດີກ​ວ່າ. ​ເອົາ ​ຖ້າວ່າ​ກຸ່ມ​ສິນລະປິນທີ່​ກ່າວ​ມາ​ນີ້ ​ໄດ້​ມີໂອກາດ​ເຂົ້າ​ມາ​ຮັບ​ຊົມ websiteຂອງ​ພວກ
​ເຮົາ ​ແລະກໍຂໍ​ໃຫ້​ຕັ້ງໃຈສ້າງ​ຜົນງານ​ດີໆ​ອອກ​ມາ​ໃຫ້​ພວກ​ເຮົາ​ໄດ້​ຮັບ​ຟັງ​ກັນ​ອີກຕໍ່ໄປ. ວັນນະ​ສອນ​ ຂໍນຳ​ສະ​ເໜີ​ຜົນງານ​ເພງຊຸດ​ໃໝ່ ຂອງ​ສິນລະປິນ ຄຸນ​ນະພາ​ບ ສຽງ​ຫວານນ້ຳ​ເຜິ້ງຍັງ​ຫວານ​ບໍ່ປຽບ​ປານ. ​ວັນນະ​ສອນ​ ຂໍ​ໃຫ້ທ່ານ​ໄດ້​ຮັບ​ຟັງ​ຈາກ​ທາງ​ລາຍການ​ຂອງ VOA ໄປ​ກ່ອນ ​ເພາະວ່າ ລາຍການສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ເປັນລາຍການ
ດຽວທີ່ໄດ້ຮັບເພງຊຸດນີ້ ກ່ອນຜູ້ໃດ ໃນປັດທະພີ ຂໍ​ເຊີນ​ທຸກໆທ່ານ​ໄປ​ຮັບ​ຟັງ​ເພງ​ຫວານ​ໆໄດ້​ເລີຍ...

ລິງໂດຍກົງ

ເຫັນ​ບໍ່​ລະ ມ່ວນ​ປະ​ທັບ​ໃຈ ດັ່ງ​ທີ່​ໄດ້​ບອກ​ໄວ້​ຫຼື​ບໍ່? ເພງ​ທີ່​ຫາ​ກໍ​ຈົບ​ລົງ​ໄປ​ນັ້ນ​ແມ່ນ​ເພງ
ຮັກ​ສລາຍ ທີ່​ປະພັນໂດຍ ອາຈານ ສີ​ລາ​ວົງ ​ຊຶ່ງ​ເພງ​ນີ້ ກໍ​ຂໍ​ຈັດໃຫ້​ທ່ານ​ຜູ້​ຟັງ ແສງສະຫວັດ ຣາຊວົງ ທີ່​ຂຽນ​ເຂົ້າ​ມາຂໍ​ຟັງ​ເພງ​ອະ​ມະຕະ ຍອດ​ນິຍົມ​ຂອງ​ລາວ ຊຶ່ງ​ວັນນະ​ສອນ ​ກໍ​ຫວັງ​ວ່າ ​ເພງ ຮັກ​ສລາຍ ນີ້ ຄົງ​ພາ​ໃຫ້​ທ່ານ ​ແສງ​ສະ​ຫວັດ ມ່ວນ​ຊື່ນ ​ໄປ​ກັບ​ເພງ​ນີ້. ກໍ​ຕ້ອງ​ຂໍ​ຂອບ​ໃຈ​ກັບ​ສິນລະປິນ​ສຽງ​ອະ​ມະຕະ​ ທ່ານ​ນີ້ ​ທີ່​ໄດ້​ນຳ​ເພງ​ຫວານໆ​ໃນ​ອະດີດ ມາ​ຂັບ​ຮ້ອງ​ໃໝ່ ຊຶ່ງກໍໄດ້ອອກ​ມາ​ຫຼາຍ​ຊຸດ​ແລ້ວ ​ແລະ​ເພາະ​ຍ້ອນນ້ຳ​ສຽງຫວານໆ​ແລະ​ມີ​ພະລັງ​ຂອງ​ອຸດອນ ວົງ​ສີ ສິນລະປິນ​ລາວ ຈາກ ອອດສະ​ເຕຣຍ​ເລຍ ທ່ານນີ້ ຈຶ່ງ​ໄດ້​ມີ​ສຽງ​ຮຽກຮ້ອງ​ໃຫ້​ມີ​ຜົນງານ​ໃໝ່​ອອກຕື່ມມາ​ເລື້ອຍ​ໆ. ຊຸດ​ໃໝ່​ນີ້ ກຳ​ລັງ​ຈະ​ວາງ​ຕະຫຼາດ​ໃນ​ໄວໆ​ນີ້......ຂໍ​ໃຫ້​ພາກັນ​ຊ່ອຍ​ເຫຼືອສະໜັບສະໜຸນ ຈັບຈອງ​ເປັນ​ເຈົ້າ​ຂອງ...ກໍໃຫ້​ພາກັນ​ຊ່ອຍ​ສົ່ງ​ເສີມ​ແລະ​ຮັກສາ​ພາສາ​ລາວຜ່ານ​ທາງ​ດົນຕີ ​ແລະ​ລູກ​ຫຼານ​ລາວ ຈະ​ໄດ້​ຮຽນ​ແລະ​ຝຶກ​ພາສາລາວ​ໃຫ້​ເກັ່ງນຳກັນເພຶ່ອຈະໄດ້​ສື່ສານ ​ໂອ້​ລົມ​ກັບ​ພໍ່ເຖົ້າ​ແມ່​ເຖົ້າ. ມາ​ຟັງ​ເພງ​ຫວານໆ​ຂອງ​ຜູ້ກ່ຽວ​ອີກ​ຕື່ມ​ເພງ​ນຶ່ງ…​ເພງ​ນີ້​ເປັນ​ຜົນງານ​ການ​ແຕ່ງ​ເພງ​ຂອງ​ສິນລະປິນ ນັກ​ແຕ່ງ​ເພງ ລາວ ຈາກ​ຝຣັ່ງ ກິ​ວົງ. ຂໍ​ເຊີນ​ໄປ​ຟັງ​ເພງ ກຸນ​ແຈ​ໃຈ ພ້ອມໆ​ກັນ​ເລີຍ.

ລິງໂດຍກົງ

ວັນນະ​ສອນ ຄິດ​ວ່າ ຫຼາຍໆ​ທ່ານຄົງ​ຈະ​ຄິດ​ແບບ​ວັນນສອນ ທີ່​ວ່າ ຟັງ​ເພງ​ເກົ່າໆ​ໃນ​ອະດີດ​...ຟັງ​ຍາມ​ໃດ ກໍ​ມ່ວນ ​ແລະ​ແນ່​ນອນ ​ເພງ​ຫວານ​ຊຸດ​ໃໝ່ ຂອງ​ອຸດອນ ວົງ​ສີ ອີກ​ຕື່ມ​ເພງ​ນຶ່ງ​ເພື່ອ​ປິດ​ທ້າຍ​ລາຍການ ​ໃນ​ບົດ​ເພງ ພາກ​ຮັກ​ ທີ່​ປະພັນ​ໂດຍ ອາຈານ ຄຳ​ຫຼ້າ ໜໍ່​ແກ້ວ
ຈັ່ງ​ໃດ ກໍ​ຢ່າ​ລືມ​ຂຽນຂໍ້​ຄວາມເຂົ້າມາບ​ອກກັນ​ແດ່​ວ່າ ​ເພງ​ດັງ​ໃນ​ອະດີດເຫຼົ່ານີ້ ມ່ວນດັ່ງ​ທີ່​ກ່າວ​ມາ​ໄວ້​ຫຼື​ບໍ່ ພົບ​ກັນ​ໃໝ່ ​ໃນ​ສັບປະດາ​ໜ້າ.

ລິງໂດຍກົງ




XS
SM
MD
LG