ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອຸດອນ ວົງ​ສີ - ເທພີ​ລຸ່ມ​ແມ່ນ້ຳຂອງ (Karaoke)


ອຸດອນ ວົງສີ
ອຸດອນ ວົງສີ

ສະບາຍດີ​ ​ກັບມາພົບ​ກັບວັນນະສອນ ອີກເຊັ່ນ​ເຄີຍ​ ໃນ​ທຸກໆຄ່ຳ
ຄືນ​ຂອງ​ວັນ​ອາທິດ ພ້ອມ​ກັບຂັບລຳລາວ​ຂະ​ນານ​ແທ້ ໃນ​ລາຍ
ການສຽງ​ເພງ​ຈາກ​ແດນ​ໄກຂອງ VOA ວັນນະ​ສອນ​ຈະ​ມາ​ຕອບ ​ຈ. ມ. ຂອງ​ທ່ານ​ຜູ້​ຟັງ ​ຂໍ້ຄວາມທີ່​ຂຽນ​ຝາກ​ໄວ້​ໃນ website ຂອງ VOA ​ແມ່ນ​ມາ​ຈາກ​ນ້ອງ​ສາຍ​ຝົນ ຜູ້​ຟັງ​ຈາກ
ອະ​ຍຸ​ທະຍາ ປະ​ເທດ​ໄທ ທີ່​ຂຽນບອກ​ມາ​ວ່າ ​ເປັນ​ແຟນປະຈຳລາຍການສຽງ​ເພງ​ຈາກ​ແດນ
ໄກຂອງ VOA ​ເພາະວ່າ ມັກ​ຟັງ​ເພງ​ລາວ​ວ່າຊັ້ນ ​ແຕ່​ບໍ່​ສາມາ​ດຊ​ອກຫາ​ຟັງ​ໄດ້ໃນ youtube ເພາະວ່າ​ພິມ​ພາສາ​ລາວ​ບໍ່​ໄດ້​ ​ແຕ່​ກໍ​ບໍ່​ເປັນ​ຫຍັງດອກ ​ເອື້ອຍ​ວັນນະ​ສອນ​ ຈະ​ສັນ​ຫາເພງ​ລາວ​ໃໝ່ໆ​ແລະ​ມ່ວນໆ​ ​ມາຝາກນ້ອງສາຍຝົນແລະທ່ານ​ຜູ້​ຟັງ​ໄດ້​ຮັບ​ຟັງ​ກັນ ​ເພງ“ເທພີ​ລຸ່ມ​ແມ່
ນ້ຳຂອງ
ທີ່​ຂັບ​ຮ້ອງ​ໂດຍ ອຸດອນ ວົງ​ສີ ສິນລະປິນ​ສຽງ​ນ້ຳ​ເຜິ້ງ ຈາກ ອອສ​ເຕຣ​ເລຍ
ນີ້ກໍ​ຄົງ​ເປັນ​ເພງ​ລາວ​ອີກ​ເພງ​ນຶ່ງ ​ທີ່​ເຮັດ​ໃຫ້​ນ້ອງ​ສາຍ​ຝົນ​ຮ້ອງ​ຕາມ​ໄດ້ ​ແລ້ວ​ກໍ​ຢ່າ​ລືມ
​ຂຽນ​ບອກ​ມາ​ແດ່​ວ່າ​ ຖືກ​ໃຈ ຫຼື​ບໍ່ ​ແລະ​ມັກ​ເພງ​ໃດ ກໍຂໍ​ໃຫ້​ຂຽນ​ເຂົ້າ​ມາ​ທາງ​ເຮົາ​ ຈະ​ຈັດ​ໃຫ້…​
ເອົາ​ໄປ​ຟັງ​ພ້ອມໆ​ກັນ​ເລີຍ.


ເພງ “ມົນ​ຮັກ​ປາຣີ” ຂອງ​ນັກ​ຮ້ອງ​ສາວ​ສຽງ​ຫວານ ປະກາຍ​ຫົງ ວົງ​ພະຈັນ ທີ່​ໄດ້​ກ່ອມ
ອາລົມ ​ຂັບ​ຮ້ອງ ​ແບບ​ພ່ຳ​ວອນ ​ຄິດ​ເຖິງ​ປາຣີ ຊຶ່ງໄດ້ຫ່າງ​ຈາກ​ມາ​ນານຫຼາຍ​ປີ ຫຼັງ​ຈາກ​ທີ່​ໄດ້​ມາ​ຢູ່ອາ​ເມຣິກາ​ແລ້ວ ຈົນ​ປະຈຸ​ບັນ​ນີ້​ເຮັດ​ໃຫ້​ແຟນ​ແພງ​ຊາວ​ລາວ-​ອາ​ເມຣິກັນ ຕິດ​ໃຈ​ນ້ຳ​ສຽງໄປຕາ​ມໆ​ກັນ. ຂໍ​ຈັດ​ໃຫ້ທ່ານ​ຜູ້​ຟັງ ທີ່​ໃຊ້​ນາມ​ແຝງ ວ່າ Lao Thao ທີ່​ຂຽນ​ຝາກ​ໄວ້​ໃນ website ຂອງVOA ​ແລະ​ບອກ​ມາ​ວ່າ “ມ່ວນ​ຫຼາຍ​ເດີ ​ເພງ​ລາວ” ຂໍ​ຂອບ​ໃຈ ທີ່​ມັກ​ຮັກເພງ​ລາວ ​ແລະ​ແນ່ນອນ ການ​ທີ່​ຈະ​ຮັກສາ​ພາສາ​ລາວ ສຽງ​ເພງ ຂັບ​ລຳ​ລາວ ​ໃຫ້​ຢືນ​ຍົງ​ຢູ່​ຄູ່ກັບ​ລູກ​ຫຼານ​ລາວ ຕໍ່​ໄປ​ນັ້ນ ກໍ​ຄົງ​ຈະ​ຕ້ອງ​ອະນຸລັກ ​ສົ່ງ​ເສີມ​ ແລະ​ສະໜັບສະໜຸນ ​ໃຫ້ສິນລະປິນ​ລາວ​ໃນ​ທົ່ວ​ໂລກ ໄດ້ສ້າງສັນ​ເພງ​ລາວ​ອອກ​ມາ​ເລື້ອຍໆ​ຢ່າງ​ຕໍ່​ເນື່ອງ ​ແລະ​ທາງ VOA ກໍ​ຈະ​ຕັ້ງ​ຕໍ່​ກະທຳ​ເຊັ່ນ​ນີ້ ຕະຫຼອດ​ໄປ…ຕາບ​ນານ​ເທົ່າ​ນານ ​ແລະ​ຂໍ​ມ​ອບ​ເພງ ​“ມົນ​ຮັກ​ປາຣີ” ນີ້ ແທນ​ຄຳ​ຂອບ​ໃຈ​ ທີ່​ໄດ້​ສົ່ງ​ກຳລັງ​ໃຈ​ມາ​ໃຫ້ ​ເພື່ອ​ທີ່​ຈະ​ໄດ້​ມີໃຈດຳ​ເນີນ​ລາຍການ​ຕໍ່​ໆໄປ.

​ຂໍອຳລາທ່ານດ້ວຍຂັບ​ລຳ​ລາວ​ປະຍຸກ ດ້ວຍ​ສຽງ​ຫວານໆ ຂອງ ພິ້ງ ລັດສະໝີ ທີ່​ເປັນ​ຕົວ​ແທນ​ຂອງຄວາມ​ຮູ້ສຶກ​ຂອງ​ສາວ​ວຽງ​ຈັນ​ ຂໍ​ໃຫ້​ທ່ານໄປຟັງ​ເບິ່ງ​ວ່າ​ສາວ​ວຽງ​ຈັນ ນັ້ນໄດ້ບອກ​ມາ​ກັບ​ສຽງ​ເພງ​ນີ້​ວ່າ “ຍັງ​ຄອຍ​ແຟນ” ຢູ່​ເດີ ເອົາ ຂໍ​ຈັດ​ມອບໃຫ້​ທ່ານ ​ແກ້ວ ​ເບຍ ຈາກເມືອງ​ປາກ​ລາຍ ໄຊຍະ​ບູລີ​ ທີ່ຂຽນ​ບອກ​ມາ​ທາງ website ວ່າ ມັກ​ເພງ​ມ່ວນໆ​ແບບ​ນີ້ ທີ່​ທາງ ລາຍກາ​ນຈັດ​ໃຫ້​ຟັງ ວ່າ​ຊັ້ນ ພ້ອມ​ນີ້​ຍັງ​ບອກ​ມາ​ວ່າ ຟັງ​ແລ້ວ​ຮູ້ສຶກ​ຜ່ອນຄາຍ ມ່ວນ​ອົກ ມ່ວນ​ໃຈ ​ແລະ​ຍັງ​ຝາກ​ຂອບ​ໃຈ​ທີ່​ທາງ VOA ໄດ້ນຳຂໍ້ມູນ ຂ່າວສານ ທີ່ມີ ທັງສາລະແລະບັນເທີງ
ມາມອບໃຫ້ທ່ານຜູ້ຟັງໄດ້ຮູ້ທັນເຫດການ ທີ່ເກີດຂຶ້ນໃນທົ່ວໂລກ ແລະທາງ VOA ກໍຕ້ອງ
ຂໍມອບເພງ “ສາວ​ວຽງ​ຈັນຄອຍ​ແຟນ​” ​ແທນ​ຄຳ​ຂອບ​ໃຈກັບ ແກ້ວ ​ເບຍ ເຊັ່ນກັນ ທີ່ສົ່ງຂໍ້
ຄວາມມາໃຫ້ ຂໍໃຫ້ທຸກໆທ່ານນອນລັບຝັນດີ​ແລະກໍຢ່າລືມກັບມາພົບກັບສຽງເພງ​ມ່ວນໆກັບວັນນະສອ​ນ ໃນລາຍການສຽງເພງ ຈາກແດນໄກ ໄດ້ອີກໃໝ່ ໃນອາທິດໜ້າ.

XS
SM
MD
LG