ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜົນງານເພງໃໝ່ ຂອງ ມຸກດາວັນ ສັນຕິພອນ - ຄົນ​ສະຫວັນ ສັນຍາ​ໃຈ


ມຸກດາວັນ ສັນຕິພອນ - ສິຣິພອນ ສີປະເສີດ
ມຸກດາວັນ ສັນຕິພອນ - ສິຣິພອນ ສີປະເສີດ

ສະບາຍ​ດີທຸກໆ​ທ່ານ​ ດັບ​ມາ​ພົບ​ກັນ​ອີກ​ຕາມ​ເຄີຍ​ໃນ​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ
VOA ຂໍ​ເລີ່​ມດ້ວຍ​ເພງລູກ​ທົ່ງ​ບ້ານ​ນາ ​ເປັ​ນສຽງໃສໆ​ຂອງາ​ວນ້ອຍ ​ລາງວັນ​ດອກ​ຈຳປາລາວ ມຸກດາ​ວັນ ສັນຕິ​ພອນ ​ໃນ​ບົດ​ເພງ ຄົນ​ສະຫວັນ ສັນຍາ​ໃຈ…ຂໍ​ມອບ​ໃຫ້​ແກ່ ໜຸ່ມສາວ ສະຫວັນ​ທັງຫຼາຍ ​ໂດຍສະ​ເພາະ ອ້າຍ​ສີ​ທະນະ ນະ​ສະຫວັນ​ນະ​ເຂດ ພ້ອມ​ດ້ວຍ​ໝູ່​ຂອງ​ເພິ່ນ ​ອັນ​ທີ ອ້າຍ​ສິສຸວັນ ອ້າ​ຍຫັດ​ຊະນະ ອ້າຍ​ຫຼັ່ງ ອ້າຍ​ສຸວັນ​ທອງ ​ແລະ ອ້າຍ​ວັນນະ​ເລດ ຊຶ່ງ​ຂຽນ​ເຂົ້າ​ມາຂໍ​ຟັງ​ເພງ ຈາກ​ເອື້ອຍ​ຄຳ​ປະ​ເສີດ ພັນທະ​ວົງ ຊຶ່ງທາງ​ເຮົາ ກໍ​ໄດ້​ຈັດ​ເພງ​ຂອງ​ອ້າຍ​ອຸດອນ​ໃຫ້​ຟັງ​ໄປ​ແລ້ວໃນຫວ່າງໝໍ່ໆມານີ້ ເພາະສະນັ້ນຄ່ຳຄືນນີ້ຈຶ່ງຂໍຈັດເພງ ທີ່ມີເນື້ອໄນ
ດີກ່ຽວກັບຄົນສະຫວັນໂດນສະເພາະ ຂັບຮ້ອງໂດຍສາວນ້ອຍສຽງໃສ ມຸກດາວັນ ສັນຕິພອນ ໃນບົດເພງ ຄົນສະຫວັນ ສັນຍາໃຈ ຂໍເຊີນມ່ວນຊື່ນໄປກັບເພງນີ້ລະກັນ ເອົາໃຈຄົນສະຫວັນ.

​ສ່ວນເພງ​ຕໍ່​ໄປ​ນີ້ ຈັດ​ໃຫ້​ທ່ານ​ຜູ້​ຟັງ ຈາກ New Zeland, ທີ່ບໍ່​ປະສົງອອກ​ນາມ ​ແລະ​ຂຽນ​ຜ່ານ​ທາງ ​Facebook ມາ ​ຂໍຈັດໃຫ້ທຸກໆທ່ານ ເປັນ ເພງທີ່ມີຄວາມໝາຍຊາບຊຶ້ງທັງສອງ
ຝາກຝັ່ງແມ່ນ້ຳຂອງ ເປັນສຽງຫວານໆຂອງສາວນ້ອຍ ສິລິພອນ ສີປະເສີດ ໃນບົດເພງ ຮັກຂ້າມຂອງ.

​ຂໍ​ອໍາ​ລາ​ທ່ານ​ ດ້ວຍ​ເພງ ມັກບ່າວຜູ້ໄທ ຂອງສິນລະປິນສາວນ້ຳສຽງຄຸນນະພາບ ແດງ ດວງເດືອນ ທີ່ມີຄວາມສາມາດເຕັມປ່ຽມ ທັງຂັບລຳແລະຮ້ອງເພງ ຂໍໃຫ້ທຸກທ່ານນອນຫຼັບ
ຝັນຫວານພົບ​ກັນ​ໃໝ່​ໃນ​ສັບ​ປະດາ​ໜ້າ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG