ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

Mis Deseos/Feliz Navidas - Michael Boublee ​ແລະ Thalia


ລິງໂດຍກົງ

ສບາຍດີແລະກັບມາພົບກັນເຊັ່ນເຄີຍໃນລາຍການສຽງເພງຈາກແດນໄກຄ່ຳຄືນນີ້ ວັນນະ ສອນ ຕັ້ງໃຈທີ່ຈະມາເປີດເພງ…ຄໍ່າຄືນນີ້ວັນນະສອນ ຈະພາທ່ານຜູ້ຟັງໄປສໍາພັດກັບສຽງ
ເພງມ່ວນໆທີ່ ສິນລະປິນ ຊື່ດັງທັງຫຼາຍໄດ້ຂັບຮ້ອງໄວ້ທີ່ໄດ້ພັນລະນາແລະຖ່າຍທອດ
ຄວາມຮູ້ສຶກຕ່າງໆກ່ຽວກັບເທດສະການສະເຫຼີມສະຫຼອງຄຣິສມາສ ແລະວັນນະສອນ ຄິດວ່າ ເທດສະການຄຣິສມາສ​ແມ່ນ ຄືກຄັກກັນທຸກປີ ອາກາດກໍ​ເປັນໃຈ ບໍ່​ໜາວ​ຫຼາຍ​ ຍັງ​ບໍ່ເຖິງ​ຂັ້ນ
ຫິມະ​ຕົກ​ເທື່ອ ວັນນະສອນ ກໍເລີຍຂໍມອບເພງ “Mis Deseos/Feliz Navidas” ​ເປັນການ​ຮ້ອງ​ເພງ​ຄູ່​ຂອງ​ສິນລະປິນ​ທີ່​ໂດ່​ງດັງ ຢ່າງ Michael Boublee ​ແລະ​ສິນລະປິນສາວThalia ໃຫ້ຟັງ ເພື່ອຈະໄດ້ອົບອຸ່ນໃຈກັບຄົນພິເສດ...ພິເສດ…​ໃນ​ຊ່ວງ​ເທດສະການ Christmas
ຂໍ​ໃຫ້​ທຸກໆທ່ານ​ຫຼັບ​ຕາ ​ແລະ​ຈິນຕະນາການ​ໄປ​ພ້ອ​ມໆ​ກັບ​ສຽງ​ເພງ​ນີ້ ​ແລ້ວ ທ່ານ​ຈະ​ເຫັນ ພາບ​ຂອງ​ຄ່ຳ​ຄືນ​ວັນ​ຄຣິສມັສ ທີ່​ງຽບສະ​ງັດ​ແລະງົດງາມ​ນີ້.

ກໍເຫຼືອພຽງແຕ່ 5 ວັນເທົ່ານັ້ນກ່ອນເຖິງວັນຄຣີສມາສ ຊຶ່ງວັນດັ່ງກ່າວເປັນບັນຍາກາດຂອງ
ຄວາມປອງດອງ, ສະໝານສາມັກຄີ, ຮັກຫໍ່​ໂຮມກັນ ລະຫວ່າງຄົນຮັກ, ຄອບຄົວ ຍາດພີ່ນ້ອງ ເພື່ອນມິດສະຫາຍທັງຫຼາຍ. ພວກເດັກນ້ອຍທັງຫຼາຍ ກໍຈະມັກເທດສະການນີ້ເປັນພິເສດ ເພາະຕື່ນເຕັ້ນແລະດີໃຈກັບຂອງຂັວນຂອງຝາກທີ່ຈະໄດ້ເປີດກັນ ໃນຕອນທ່ຽງຄືນຂອງ
ວັນຄຣິສມາສ ກໍຄືວັນທີ່ 24 ທັນວາ ວັນນະສອນ ຂໍເນລະມິດເທດສະການຄຣີສມາສ ມາໃຫ້ ທ່ານໄດ້ສໍາພັດກັນ ແລະຂໍມອບເພງ ຂອງ ທີ່ຂັບ​ຮ້ອງໂດຍກຸ່ມສິນລະປິນ Pentatonix ໃຫ້ເປັນຂອງຂັວນແດ່ທ່ານຜູ້ຟັງ ​ເພື່ອສ້າງບັນຍາກາດ​ກ່ອນເຖິງວັນຄຣິສມາສຈິງໆທີ່ຈະມາ
ເຖິງນີ້. ​ລອງ​ໄປ​ຟັງ​ເພງ​ທີ່​ຮ້ອງ​ປະສານ​ສຽງ​ແນວ​ໃໝ່ ທີ່​ບໍ່​ແມ່ນ​ເປັນ​ເພງຄຣິສມາສ ​ແບບ​ເດີມໆ ຫວັງ​ວ່າ​ຄົງ​ຖືກ​ໃຈ.


ເນຶ່ອງໃນໂອກາດເທດສະການຄຣີສມາສ ວັນນະສອນ ພ້ອມດ້ວຍຄະນະ VOA ຂໍອວຍ
ໄຊໃຫ້ພອນແດ່ແຟນລາຍການວິທະຍຸ VOA ທຸກຖ້ວນໜ້າ ຈົ່ງໄດ້ມີແຕ່ຄວາມສຸກລົ້ນ ໝາກມິ່ງແສນປະເສີດ ແລະຂໍໃຫ້ Voice of America ເປັນແຮງໃຈ ຕໍ່ເຕີມໃຫ້ທ່ານມີ
ແຮງສູ້ ເພື່ອຄວາມກ້າວໜ້າ, ທັງພາລະໜ້າທີ່, ຄວາມອຸດົມສົມບູນຂອງທ່ານແລະ ຄອບຄົວ ຕະຫຼອດເທດສະການຄຣິສມາສປີນີ້ ແລະຫຼາຍໆ​ປີ​ຕໍ່ໜ້າ ຂໍມອບເພງ Silent Night ຂອງ The Temptation ເປັນຂອງວັນໃຫ້ ທ່ານ ແລະຂໍໃຫ້ທຸກໆທ່ານນອນຫຼັບຝັນດີ Merry Christmas.

XS
SM
MD
LG