ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

Toby Keith - American Soldier (ຄາຣາໂອເກະ)


Toby Keith
Toby Keith
ລິງໂດຍກົງ

​ເພງ American Soldier ທີ່​ຂັບ​ຮ້ອງ​ໂດຍ Toby Keith ນັກ​ຮ້ອງ
​ເພງລູກ​ທົ່ງ ທີ່​ວັນນະ​ສອນ​ ຂໍຈັດມອບໃຫ້ແຟນລາຍການ​ສຽງ​ເພງ
​ຈາກ​ແດນ​ໄກ​ຂອງ​ເຮົາ ເພື່ອຈະ​ໄດ້​ສົ່ງ​ໃຈ​ພ້ອມໆ​ກັນສະດຸ​ດີ​ແລະ
ລຶກ​ເຖິງ ດວງ​ວິນ​ຍານ​ຂອງ​ເຫຼົ່າທະຫານ​ອາ​ເມຣິກາທັງ​ປວງ ​ທີ່ຮັບ
ພາລະໜ້າ​ທີ່​ເປັນ​ຮົ້ວ​ປ້ອງ​ກັນຊາ​ດ ທີ່ໄດ້ເສຍ​ສະລະທຸກ​ຢ່າງ​
ແມ່ນ​ແຕ່​ຊີວິດ​ຕົນ​ເອງ​ເພື່ອ​ປົກ​ປ້ອງ​ປວງ​ຊົນ​ໃຫ້​ຢູ່​ເຢັນ​ເປັນ​ສຸກ​
ແລະ​ປອດ​ໄພ ​ພາຍໃນ​ປະ​ເທດ.

​ເພງ Some Gave It All” ​ ທີ່​ຂັບ​ຮ້ອງ​ໂດຍ Billy Ray Cyrus ນັກ​ຮ້ອງ​ຄົນ​ຫຼໍ່​ທີ່​ເປັນ​ພໍ່ຂອງ​ສິນລະປິນ​ສາວ Maily Cyrus ທີ່​ຮ້ອງ​ເພງນີ້ ​ສື່​ຄວາມ​ໝາ​ຍ ​ໄດ້ກິນ​ໃຈ​ເຫຼືອ​ເກີນ ທີ່​ມີ​ຄວາມ​ໝາຍວ່າ “ບາງ​ຄົນ​ໃຫ້​ທັງ​ຊີວິດ” ຊຶ່ງ​ນີ້​ລະ ຄື​ຄວາມ​ເສຍ​ສະລະຂອງ​ເຫຼົ່າທະຫານ. ​ພ້ອມ​ດຽວ​ກັນ​ນີ້​ຂໍ​ເປັນ​ກຳລັງ​ໃຈ​ໃຫ້​ທະຫານ​ທຸກ​ເຫຼົ່າ​ທັບ ທຸກໆ​ຄົນ ຈົ່ງ​ໄດ້​ມີ​ຄວາມ​ເຂັ້ມ​ແຂງ ​ແລະ​ຂໍ​ໃຫ້ພະ​ຄຸ້ມ​ຄອງ​ພວກ​ທ່ານ ທີ່​ຍັງສື​ບຕໍ່​ຮັບ​ພະລະໜ້າທີ່ ຈັບ​ປືນ​ຕໍ່ສູ້​ທັງຢູ່​ໃນສະໜາມ​ໃນ​ຕ່າງປະ​ເທດ ແລະພາຍໃນ​ປະ​ເທດນຳ.​

ຂໍ​ປິ​ດທ້າຍ​ລາຍການ​ດ້ວຍເພງ​ທີ່​ປະ​ທັບ​ໃຈ​ທີ່​ສຸດອີກ​ເພງ​ນຶ່ງ ​ເພາະ​ເພງ​ນີ້ ​ມີ​ຄວາມ​ໝາ​ບທີ່ໄດ້ຈັດ​ມອບ​ໃຫ້​ທະຫານທຸກໆ​ຄົນ​ເລີຍ ​ເພາະວ່າ ທະຫານທຸກຄົນ ບໍ່​ວ່າ​ຈະຮູ້ຈັກ​ຊື່ ​ແລະ​ຫາ​ສື່​ບໍ່​ເຫັນກໍ​ຕາມ ​ແຕ່​ຄວາມ​ອົງອາດ​ກ້າຫານ​ນັ້ນ ​ເປັນ​ເລີດ ຂໍ​ສັນລະ​ເສີນ ​ແລະ​ຂໍເປັນ​ກຳລັງ​ໃຈໃຫ້ຕໍ່​ໆໄປ ແລະ​ຂໍ​ຈາລຶກ​ຄຸນງາມ​ຄວາມ​ດີຂອງ​ພວກ​ທ່ານ​ໄວ້ ຕະຫຼອດ​ຊີວິດ​ແລະ​ຕະຫຼອດ​ໄປ ​ໃນ​ບົດ​ເພງUnknown Soldier” ​ ທີ່​ຂັບ​ຮ້ອງໂດຍ Jeff More ຂໍໃຫ້ທຸກໆ​ທ່ານ​ນອນ​ຫຼັບ​ຝັນ​ດີ​.
XS
SM
MD
LG