ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ULUVUS - ຜູ້ສາວປີໃໝ່


ULUVUS
ULUVUS
ລິງໂດຍກົງ

ສະບາຍທຸກໆ​ທ່ານ ຫວັງ​ວ່າທ່ານຜູ້ຟັງຄົງ​ຈະ​ມ່ວນ​ຊື່ນ​ສະໜຸກ
​ສະໜາ​ນກັບ​ກຸດ​ສົງການ​ປີ​ໃໝ່ ຫົດ​ນ້ຳ ດຳ​ຫົວ ຂໍ​ຂະ​ມາ​ໂທດ
ພໍ່​ແມ່​ພີ່ນ້ອງ ຍາດ​ຜູ້​ໃຫຍ່ ຕາມ​ປະ​ເພນີ ​ເປັນ​ທີ່​ຮຽບຮ້ອຍ
​ໄປ​ແລ້ວ. ​ແລະ​ຢ່າງ​ໃດ​ກໍ​ດີ ຊ່ວງ​ນີ້ ກໍ​ຍັງຖື​ວ່າຍັງ​ຢູ່​ໃນບັນຍາ
ກາດ​ປີ​ໃໝ່​ຢູ່​ ຈຶ່ງ​ຂໍ​ມອບ​ເພງ​ທີ່​ໜ້າຮັກໆ ທີ່​ຍັງ​ຄົງ​ຄວາມ​ໝາຍ
​ຂອງ​ເທດ​ສະການ​ບຸນ​ຫົດ​ນ້ຳ ປີ​ໃໝ່​ຢູ່ ​ເປັນ​ເພງ​ຂອງ​ກຸ່ມ​ສິນ
ລະປິນຝຣັ່ງຫົວໃຈລາວ ULUVUS ທີ່ຮ້ອງເພງ“ຜູ້ສາວປີໃໝ່” ໄດ້ດີກິນໃຈເຫຼືອເກີນ ຂໍມອບໃຫ້ໜຸ່ມໆທີ່ມັກຮັກສາວລາວ ໂດຍສະເພາະ ໃນຊ່ວງປີໃໝ່ນີ້ລະກັນ ຖ້າມີ
ໂອກາດກໍໄປຫົດນ້ຳມ່ວນນຳກັນໃນບຸນປີໃໝ່ ທີ່ຫຼວງພະບາງພຸ້ນແດ່ ເຫັນນາງສັງຂານ
ລາວແລະຈະດີໃຈ ທີ່ເຫັນສາວລາວໄດ້ນຸ່ງສິ້ນແບບສະບັບ ຫຼວງພະບາງຂະໜານແທ້.

ເພງທີສອງ ຂໍມອບໃຫ້ຍາລຸງບົວຫອມ ດຳຣົງ ທີ່ຂຽນມາທັກທາຍກັນເໝືອນເດີມ ຂໍໃຫ້ປີໃໝ່ຟ້າໃໝ່ ຈົ່ງມີສຸກຂະພາບແຂງແຮງ ແລະໝັ້ນຍືນ ຢູ່ກັບລູກຫຼານລາວ
ຕະຫຼອດໄປ ດັ່ງຄວາມໝາຍຂອງເພງນີ້ "ສະບາຍດີປີໃໝ່" ທີ່ຂັບຮ້ອງໂດຍ
ອາຈານ ຄຳຫຼ້າ ໜໍ່ແກ້ວ

ຂໍອຳລາທຸກໆທ່ານດ້ວຍເພງນີ້ "ປີໃໝ່ແລ້ວແກ້ວຕາ" ທີ່ຂັບຮ້ອງໂດຍ ແຊມແລະ
ຢູໂກະ.


ຂໍໃຫ້ທຸກໆທ່ານ Happy ແລະສຸກຂີຕະຫຼອດໄປ.
XS
SM
MD
LG