ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຂໍໃຫ້ເພງ ກຳລັງ​ໃຈ - ຄວາມ​ຝັນ ທີ່ຂັບຮ້ອງໂດຍ ຈີ່​ກ້ວຍ ນີ້ ຊ່ອຍເປັນກຳລັງໃຈໃຫ້ ແຟນລາຍການທຸກໆທ່ານ


ຈີ່​ກ້ວຍ
ຈີ່​ກ້ວຍ

ສະບາຍ​ດີ​ແລະ​ຍິນ​ດີ​ຕ້ອນຮັບ​ທ່ານ​ຜູ້​ຟັງ​ເຂົ້າ​ສູ່​ລາຍການ​ສຽງ​ເພງ​
ຈາກ​ແດນ​ໄກ​ໃນ​ຄ່ຳຄື​ນວັນ​ນີ້ ຊຶ່ງກໍ​ຢູ່ໃນ​ຊ່ວງ​ເປັນລະດູໃບໄມ້ຫຼົ່ນ
ທີ່​ຫຼຽວ​ໄປ​ໃສ​, ທາງ​ໃດກໍ​ເຫັນແຕ່ໃບ​ໄມ້​ປ່ຽນ​ສີ ​ຈາກ​ຂຽວມາ​ເປັນ
​ເຫຼືອງ​ແກມແດງ​ແລະແສດ ສາດ​ສ່ອງ​ສວຍ​ງາມ​ຕາຫນ້າ​ປະ​ທັບ​
ໃຈ​ແລະ​ໂຣ​ແມນຕິກ ສຳລັບ​ຄົນ​ຫນຸ່ມ​ຄົນສາວ​ ​ແລະ​ຄິດວ່າອາ
ກາດ​ໃນ​ປະ​ເທດ​ລາວ ​ກໍ​ຄົງ​ເຢັນສະບາຍ​ສະບາຍ​ ສ່ວນ​ວໍ​ຊິງ​ຕັນ
​ດີ​ຊີ ປີ​ນີ້ ​ລົມໜາວ​ມາ​ແຮງ ​ເກີດ​ມີ​ພະຍຸ​ຫິມະ​ໃນ​ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ
ສະຫະລັດທີ່​ໜາວຜິດ​ປົກກະຕິ ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້...ມື້​ນີ້ມີ​ເລື້ອງ​ດີໆ​ທີ່ວັນນະ​ສອນຢາກ​ຈະ​ແບ່ງປັນ ພໍດີ​ໄດ້​ເຫັນ​ບາງ​ຕອນ​ຂອງ​ຮູບ​ເງົາ​ສາລະ​ຄະດີ​ເລື້ຶອງ “Collecting Bottles” ຫຼື
ຄົນ​ເກັບ​ຂວດ ທີ່ເປັນ​ຮູບ​ເງົາ​ທີ່​ຖືກ​ຄັດ​ເລືອກ​ເຂົ້າ​ສາຍ​ໃນ​ເທດສະ​ການ​ຮູບ​ເງົາຫຼວງ​ພຣະ
ບາງ ​ໃນ​ວັນ​ທີ 6-10 ທັນວາ​ຈະ​ມາ​ເຖິງນີ້...​ແຟນລາຍການ​ຫ້າມ​ພາດ​ເດັດຂາດ ​ໂດຍ​ສະ​ເພາະ​ເລື້ອງ​ນີ້ ມັນ​ຈະ​ເປັນ​ຄະຕິ​ເຕືອນ​ໃຈ ສອນ​ໃຫ້​ພວກ​ເຮົາ​ມີ​ມານະ ອົດທົນ ອົດ​ກັ້ນແລະ
​ເດີນ​ໜ້າ ​ສູ້​ກັບ​ຊີວິດ​ຕໍ່​ໄປ ​ເພື່ອ​ວັນ​ທີ່​ດີ​ໃນ​ວັນ​ຂ້າງ​ໜ້າ. ​ວັນນະ​ສອນວ່າ​ຮູບ​ເງົາ​ເລື້ອງ​ນີ້ ​ປະ​ທັບ​ໃຈ​ເປັນ​ທີ່​ສຸດ ກໍ​ຄື​ຄວາມ​ມຸມານະ​ອົດທົນ ​ແລະ​ສູ້ໆ​ຂອງ​ແມ່ຍິງ​ຄົນ​ນຶ່ງ​ ​ໃນຖານະທີ່ເປັນ
​ແມ່ໝ້າ​ຍ ລູກ 4 ທີ່​ຕ້ອງກະທຳ​ທຸກ​ວິຖີ​ທາງ​ເພື່ອ​ລ້ຽງ​ດູ​ລູກໆຂອງ​ລາວ ວັນນະ​ສອນ​ຈຶ່ງໄດ້ນຳ​ເອົາ​ເລື້ອງ​ລາວ​ຂອງ​ຄອບ​ຄົວ​ເອື້ອຍ​ນາງ​ນີ້ ລົງ​ໄປ​ໃນ Facebook ​ແລະ​ກໍ​ມີ​ຜູ້​ໃຈ​ບຸນ​ຫຼາຍ​ທ່ານ ທີ່​ຈະ​ຍື່ນ​ມື​ເຂົ້າ​ມາ​ຊ່ອຍ...ວັນນະ​ສອນ​ຂໍ​ເປັນ​ຄົນ​ກາງ​ທີ່​ຈະ​ມອບ​ສິນນ້ຳ​ໃຈຈາກ​ການ​
ຮວມ​ໄດ້​ຂອງ​ຫຼາຍໆທ່ານ ທີ່​ສົ່ງໄປ​ຊ່ອຍ​ໃຫ້​ຄອບຄົວ​ເອື້ອຍ​ນາງກັບ​ມື​ວັນນະ​ສອນ​ເອງ ຊຶ່ງ​ນຶ່ງ​ໃນຜູ້​ໃຈ​ບຸນທັງຫຼາຍ​ນີ້ ກໍ​ແມ່ນຄອບຄົວ​ຍາ​ເອື້ອຍ​ສຸຣິຍາ ຄຳ​ລີ ທີ່​ບອກ​ມາ​ວ່າ​ຈະສົ່ງ​ມາ​ຮ່ວມ​ສົມທົບ $100 ພ້ອມ​ທັງ​ທ່ານ Eddy ຊຸມ​ພົນ​ພັກດີ ທີ່​ບອກ​ວ່າ​ຈະ​ສົ່ງ​ເຂົ່າ​ມາ​ຊ່ອຍ​ເຫຼືອ​ເຊັ່ນ​ກັນ ​ແຕ່​ຍັງ​ບໍ່​ທັນ​ຊາຍ​ວ່າ​ຫຼາຍ​ປານ​ໃດ ວັນນະ​ສອນ ກໍ​ຈະ​ຄອຍ​ສົ່ງ​ຂໍ້​ມູນ​ເລື້ອຍໆ ກະລຸນາ​ຕິດຕາມ​ໃນ Facebook ຂອງ​ວັນນະ​ສອນ ​ເພາະສະ​ນັ້ນຈຶ່ງຂໍ​ຈັດ​ມອບເພງ ທີ່​ມີ​ຄວາມ​ໝາຍ​ດີ ​ເປັນ​ກຳລັງ​ໃຈ ໃຫ້ ຄອບຄົວ​ຂອງ​ເອື້ອຍ​ນາງ​ໄດ້​ຢືນ​ສູ້​ຕໍ່​ໄປ ​ເພື່ອ​ວັນ​ຂ້າງ​ໜ້າ​ທີ່​ສົດ​ໃສ​ກວ່າ. ​

ເພງ​ຕໍ່​ໄປ​ນີ້ວັນນະ​ສອນຂໍຈັດ​ມອບ​ໃຫ້​ແກ່ຄູ່ໜຸ່ມ​ສາວ​ທີ່​ມີ​ແຟນຮັກ​ທີ່ຢູ່​ຫ່າງ​ໄກ​ກັນ…
ຂໍ​ໃຫ້​ເພງ​ນີ້ "ກຳລັງ​ໃຈ​ຂ້າງ​ຫູ" ທີ່​ຂັບ​ຮ້ອງໂດ​ຍ ​ແຈ໊ກ ສ. ສາຍ​ນ້ຳ​ມອງ ກໍ​ຂໍ​ໃຫ້​ເປັນ​ກຳລັງ​ໃຈ​ຊຶ່ງ​ກັນ​ແລະ​ກັນ ຕໍ່ໆ​ໄປ. ວັນນະ​ສອນ​ຖ້າ​ໄດ້​ຟັງ​ເພງ​ນີ້​ແລ້ວ ​ແນ່ນອນ ທ່ານ​ຜູ້​ຟັງຕ້ອງ​ຂໍ​ເກັບ​ສິນລະປິນຄົນ​ນີ້ ​ໄວ້​ໃນ​ດວງ​ໃຈ​ຂອງ​ທ່ານ​ອີກ​ຄົນ​ນຶ່ງ ແລະກໍ​ຢ່າ​ລືມ​ກັບ​ມາ​ພົບ​ກັບ​ວັນນະ​ສອນ ​ພ້ອມ​ດ້ວຍ​ສຽງ​ເພງ​ມວ່ນໆໃນລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ໄດ້ອີກ​ໃຫມ່
​ໃນ​ສັປດາ​ຫນ້​າ. ຂໍໃຫ້ທຸກໆ​ທ່ານນອນ​ລັບ​ຝັນ​ດີ.

XS
SM
MD
LG