ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເພງ ຂ້ອຍ​ຮູ້ສຶກ​ແບບ​ນັ້ນກັບ​ເຈົ້າ ເພງໃໝ່ ຂອງອາ​ລຸ​ນາ ນີ້ ຄົງຈະເປັນອີກເພງນຶ່ງ ທີ່ຖືກໃຈທ່ານຜູ້ຟັງ


ອາ​ລຸ​ນາ ຖາວອນ​ສຸກ
ອາ​ລຸ​ນາ ຖາວອນ​ສຸກ

ສະບາ​ຍດີ​ທ່ານເຟນ​ເພງທີ່​ໜ້າ​ຮັກ​ທັງຫຼາຍ​ ບຶດດຽວ​ກໍຈະໝົດ
​ເດືອນ​ຕຸລາ​ແລ້ວ​ເຮັດຫ​ຍັງ​ນໍາກະ​ບໍ່​ທັນ​ ແຕ່​ເຖິງ​ຢ່າງ​ໃດ​ກໍ​ດີ ກໍ​ຂໍ​
ໃຫ້​ຕັ້ງ​ໃຈ​ຂະ​ຫຍັ້ນ​ເຮັດ​ຂະ​ຫຍັ້ນ​ທຳ​ລະ​ກັນ​ ມື​ນຶ່ງ​ຂ້າງ​ໜ້າມັນ​ກໍ​
ຈະ​ດີ​ໄປ​ເອງ ຄໍ່​າຄືນນີ້​ວັນນະ​ສອນຝາກ​ຜົນງານ​ເພງ single
​ໃໝ່​ຫຼ້າ​ສຸດ​ຂອງ​ສິນລະປິນ​ສາວ​ລາວຄົນ​ເກັ່ງ ທີ່​ມາກ​ດ້ວຍ​ຄວາ​ມ
ສາມາດທັງ​ຮ້ອງ ທັງ​ຫຼິ້ນ​ດົນ​ຕີນຳ ​ແລະ​ທີ່​ສຳຄັນ​ໄປ​ກວ່າ​ນັ້ນ ​ເປັນ
​ນັກ​ຂຽນ​ໜັງ​ສື​ແລະ​ປະພັນ​ເພງ​ເອງອີກ​ຕ່າງຫາກ…​ໄດ້​ມີ​ລາຍການ​ຕ່າງປະ​ເທດສຳ​ພາດ​ມາ​ແລ້ວ​ ຊຶ່ງ​ຮວມທັງ “Today Show” ​ທີ່​ສຳພາດໂດຍ Matt Louwer ພ້ອມ​ທັງ​ລາຍການ​ຂອງ​ໄທ​ ນຳ ຂໍ​ເຊີນ​ໄປ​ຟັງ​ໃໝ່ ທີ່​ນ້ອງ​ອາ​ລຸນ​າສົ່ງ​ມາ​ໃຫ້ ລາຍການ​ເຮົາ​ເປັນ​ຄົນ​ທຳ​ອິດ…​ເຊີນ​ໄປ​ຟັງ​ພ້ອມໆ​ກັນ​ເລີຍ…

​ນັ້ນ​ແມ່ນເພງຂ້ອຍ​ຮູ້ສຶກ​ແບບ​ນັ້ນກັບ​ເຈົ້າ ຂອງ ອາ​ລຸ​ນາ ຖາວອນ​ສຸກ ກໍ​ເປັນຜົນງານ
​ເພງທີ່​ມີ​ຄວາມ​ໝາຍ ​ເປັ​ນຄວາມ​ຮູ້ສຶກ​ດີໆ ສຳຫຼັບ ບໍ່​ວ່າ​ຜູ້ຍິງ ຜູ້​ຊາຍທີ່​ຈະ​ໄດ້​ບອກ​ຄວາມ​ໄນ ໃຫ້ກັນ​ແລະ​ກັນ…​ແລະກໍ​ຕ້ອງ​ຂໍ​ຂອບ​ໃຈ​ນ້ອງ​ອາ​ລຸ​ນາ ທີ່​ສົ່ງ​ເພງ​ມາ​ໃຫ້ ທ່ານ​ໃດ​ທີ່​ບໍ່​ມີ​ເພງ​ນີ້ ກໍໃຫ້ຊ່ອຍ​ພາກັນ​ສະ​ໝັນ​ສະ​ໜຸນ ​download single ​ໃໝ່​ໄດ້…ທີ່ http://www.cdbaby.com/cd/aluna17

ກໍຂໍໃຫ້ຊ່ອຍກັນສົ່ງເສີມຄົນລະໄມ້ລະມື ກໍແລ້ວກັນ ເພື່ອເປັນກຳລັງໃຈໃຫ້ສິນລະປິນລາວ
ໄດ້ມີຄວາມຕັ້ງໃຈ ມຸມານະ ໃຫ້ສ້າງຜົນງານດີໆຕະຫຼອດໄປ.

ເພງ​ຕໍ່​ໄປ​ນີ້ຈັດ​ໃຫ້​ຜູ້​ຟັງ ທີ່​ໜ້າ​ຮັກ ​ເຈົ້າອິນ​ທະ​ສອ​ນ ກຸນ​ລະ​ວຸດ ຈາກ​ຫຼວງພະບາງທີ່​ຂຽນ​ເຂົ້າ​ມາ​ຂໍ​ຟັງ​ເພງ ທີ່​ໃສ່​ທັງ​ນ້ຳອ້ອຍ​ນ້ຳຕານ ຍ້ອງມາ​ເອົາ​ແທ້​ເອົາ​ວ່າ ຄົງ​ຢ້ານ​ເອື້ອຍ​ວັນນະ​ສອນ​ບໍ່​ຈັດ​ເພງ​ໃຫ້…ບໍ່​ດອກ ມີ​ຜູ້​ຟັງ​ທີ່​ໜ້າ​ຮັກ​ແບບ​ເຈົ້າອິນ​ທະ​ສອ​ນ ນີ້ ກໍ​ຕ້ອງ​ຈັດ​ໃຫ້​ຕາມ​ທີ່​ນ້ອງ​ຂໍ​ມາຢູ່​ແລ້ວ…​ເປັນຜົນງານ​ເພງຂອງ Tom Rainbow ​ໃນ​ບົດ​ເພງ “ຫ່າງ​ກາຍ​ໃຈ​ເຫງົາ” ​ເອົາເຊີນ​ຮັບ​ຟັງ​ພ້ອມໆ​ກັນ​ເລີຍ.

ລິງໂດຍກົງ

ກ່ອນອຳ​ລາ​ທ່ານ​ຜູ້​ຟັງ​ໃນ​ຄ່ຳ​ຄືນ​ນີ້ ວັນນະ​ສອນ​ຂໍ​ມອບ​ເພງ “ພໍ່” ທີ່​ຂັບ​ຮ້ອງ​ໂດຍ​ຕຸກ​ຕາ ​ພູມິວົງ ແລະ​ປະພັນ ​ໂດຍ​ອາຈານ​ຄຳ​ຫຼ້າ ໜໍ່​ແກ້ວ ຂໍ​ມອບພິ​ເສດ​ແກ່ Peter ລູກ​ຊາຍ​ຫົວ​ແກ້ວ​ຫົວ​ແຫວນ​ຂອງ​ມື້​ລາງ​ທ່ານ​ນະ​ເລດ ງາມ​ສະ​ນິດ ທີ່​ໄດ້​ອຳ​ລາ​ຈາກ​ໂລກ​ໄປ​ແລ້ວ ຊຶ່ງ​ທ່ານ​ນະ​ເລດ ກໍ​ເປັນ​ສິນລະປິນ ນັກ​ດົນຕີ​ຜູ້​ນຶ່ງ​ໃນ​ປະຊາ​ຄົມ​ລາວ​-ອາ​ເມຣິກັນ​ໃນ​ຂົງ​ເຂດ
ລັດ Virginia ວັນນະ​ສອນ ຂໍ​ຖື​ຕາງໜ້າ​ຄະນະ VOAຂໍສະແດງຄວາມເສົ້າສະລົດໃຈມາ​ຍັງຄອບຄົວງາມສະນິດ ດ້ວຍ ແລະຂໍໃຫ້ດວງວິນຍານ ຂອງທ່ານນະເລດ ຈົ່ງໄປສູ່
ສຸຂະຕິພົບດ້ວຍເຖີ້ນ...

ລິງໂດຍກົງ

XS
SM
MD
LG