ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບຸນເກີດ ໜູຫ່ວງ​ - “ເສື້ອຂຽວທີ່ຮັກ” (ຄາຣາໂອເກະ)


ບຸນເກີດ ໜູຫ່ວງ
ບຸນເກີດ ໜູຫ່ວງ

ສະບາຍດີ​ແຟນລາຍການສຽງເພງຈາກແດນໄກທຸກໆທ່ານ
ວັນນະສອນດີໃຈທີ່ໄດ້ກັບມາຈັດເພງມ່ວນໆ ໃຫ້ຜູ້ຟັງໄດ້
ຮັບຟັງກັນ ​ເພງ​ທຳ​ອິດ​ນີ້ ຂໍ​ຈັດ​ໃຫ້​ທ່ານ ນວນຕາ
ແກ້ວມະນີ
ຜູ້ຟັງອີກທ່ານນຶ່ງທີ່ຄອຍເປັນກຳລັງໃຈແລະ
ຕິດຕາມຮັບຟັງ VOA ມາຕະຫຼອດ ທ່ານນວນຕາຂໍຟັງ
ເພງເສື້ອຂຽວທີ່ຮັກ" ຂອງບຸນເກີດ ໜູຫ່ວງ​ ເພາະ
ສະນັ້ນ ວັນນະສອນ ຈະບໍ່ເຮັດໃຫ້ທ່ານນວນຕາ ຜິດຫວັງ
ຢ່າງແນ່ນອນ​ ​ແລະກໍຫວັງວ່າ ພໍໄດ້ຮັບຟັງເພງ“ເສື້ອຂຽວ
ທີ່ຮັກ"
ແລ້ວ ກໍຢ່າໝົດ ຮັກສາວເສື້ອແດງ​ ທີ່ຄອງຄອຍຖ້າລະ… ເວົ້າຢອກກັນຫຼິ້ນໆ
ຫົວມ່ວນນຳກັນ ຄົງຈະບໍ່ເຮັດໃຫ້ ທ່ານນວນຕານ້ອຍໃຈຜິດ​ຫວັງແລະເລີກຟັງ VOA
ຕິເນາະ?​



ສ່ວນ​ເພງ​ຕໍ່​ໄປ​ນີ້​ຈັດ​ໃຫ້ຜູ້​ຟັງ ທ່ານ​ບຸນເລີດ ທີ່ຝາກຂໍ້ຄວາມໄວ້ວ່າ ມັກຟັງ VOA ຫຼາຍ
ວ່າ​ຊັ້ນ ​ເສ​ຍດາຍ​ທີ່​ເວລາ​ນ້ອຍ​ໂພດ ຝາກ​ຂໍ​ເວລາ​ເພີ່ມ ເອົາ​ວັນນະ​ສອນ ຈະ​ຮ້ອງ​ຮຽນ​
ໄປ ​ເພື່ອ​ວ່າ​ຈະ​ໄດ້​ມີ​ເວລາ​ເພີ່ມ​ມາ​ຈັດ​ລາຍການ​ດີໆ ​ເພງ​ມ່ວນໆ​ໃຫ້​ທ່ານ​ຜູ້​ຟັງ​ໄດ້​ຮັບ​
ຟັງ​ກັນ​ຢ່າງ​ໜ່ຳໃຈ​ໄປ​ເລີຍ​ ຂໍ​ມອບ​ເພງ “ຮັກ​ນ້ອງ​ເທົ່າ​ຟ້າ ​ແຕ່​ອ້າຍ​ຄາ​ເມຍ” ​ເປັນ​
ຜົນງານ​ເພງ​ຂອງ ​ເອກ ​ໄຊຍາ ​ ທີ່​ມ່ວນ​ໜ້າ​ຮັກ ​ໄປ​ອີກ​ແບບ.



ຂໍປິດທ້າຍ​ລາຍການດ້ວຍ​ເພງ​ທີ່​ຫາ​ກໍ​ໄດ້​ຮັບ​ລາງວັນ​ດວງ​ຈຳປາ ຂະ​ແໜງ​ເພງ​ບ້ານ​ນາ
ຊຶ່ງ ​ບຸນ​ເກີດ ໜູ​ຫ່ວງ ສິນລະປິນຄຸນ​ນະພາ​ບ​ໄດ້​ຮັບ​ລາງວັນ​ນີ້ ​ເປັນ​ອັນ​ທີ່​ສອງ​ແລ້ວ​
ວັນນະ​ສອນ​ວ່າ ​ເພງ ຕັກບາດ​ສະຫວັນ ນີ້ ຄົງ​ຈະ​ມ່ວນ​ໜ້າ​ຟັງ​ສົມ​ກັບ​ລາງວັນ​ດວງ​ຈຳປາ
ຢ່າງ​ແນ່ນອນ​ ເອົາໄປ​ຮັບ​ຟັງ​ພ້ອມໆ​ກັນ​ເລີຍ ຢ່າລືມກັບມາຟັງເພງມ່ວນໆກັບວັນນະສອນ
ໄດ້ອີກໃໝ່ໃນລາຍການສຽງເພງຈາກແດນໄກ ຂອງ VOA ໃນທຸກໆຄ່ຳຄືນຂອງວັນອາທິດ
ຂໍໃຫ້ທຸກໆທ່ານນອນຫຼັບຝັນດີ.

XS
SM
MD
LG