ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

​ແດງ ​ດວງ​ເດືອນ ແລະ ພອນ​ສັກ ສ່ອງ​ແສງ - “ບ່າວ​ອີ່ສານ- ສາວ​ສະຫວັນ” (Karaoke)


ແດງ ​ດວງ​ເດືອນ ​ແລະ ພອນ​ສັກ ສ່ອງ​ແສງ
ແດງ ​ດວງ​ເດືອນ ​ແລະ ພອນ​ສັກ ສ່ອງ​ແສງ

ສະບາຍດີ​ທຸກໆທ່ານ ​ກັບ​ມາ​ພົບ​ກັນ​ອີກ​ເຊັ່ນ​ເຄີຍ​ໃນ​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ​ໃນ​ທຸກໆຄ່ຳ​ຄືນ​ຂອງ​ວັນ​ອາທິດ ມື້​ນີ້​ຂໍ​ມອບ​ເພງ​ຄູ່​ຂອງ​ສິນລະ​ປິນດັງ​ຈາກ​ທັງ​ສອງ​ຝາກ​ຝັ່ງ​ແມ່​ນ້ຳຂອງ ສິນລະປິນ​ສາວ​ ​ແດງ ​ດວງ​ເດືອນ ຈາກ ສປປ ລາວ ​ແລະ ສິນລະປິນ​ຊາຍ ຈາກ​ປະ​ເທດ​ໄທ ພອນ​ສັກ ສ່ອງ​ແສງ ທີ່​ໄດ້​ມາ​ຮ້ອງ​ເພງ​ຄູ່ ​ໃນ​ບົດ​ເພງ “ບ່າວ​ອີ່ສານ-ສາວ​ສະຫວັນ” ຂໍ​ຈັດ​ມອບໃຫ້ທຸກໆຄູ່​ຮັກ​ ທີ່​ຜູ​ກພັນກັນ​ແບບ​ນີ້ ​ແບບ​ຮັກ​ຂ້າມ​ແມ່​ນ້ຳຂອງ ທັງ​ສອງ​ຝາກ​ຝັ່ງເລີ​ຍ. ຫັວງວ່າ ຄົງ​ຈະ​ຖືກ​ໃຈຄໍ​ເພງ​ລູກ​ທົ່ງ​ທັງຫຼາ​ຍ ​ບໍ່​ຫຼາຍ​ກໍ່​ໜ້ອຍ.

​ແດງ​ດວງ​ເດືອນ ​ເປັນ​ສິນລະປິນ​ສາວ​ໄດ້​ຫ່າງ​ຫາຍ​ຈາກ​ວົງ​ການ​ໄປ​ດົນເຕີບ ​ແລະ​ກໍ​ໄດ້​ກັບ​ມາ​ແລ້ວ ພ້ອມ​ກັບ​ເພງ​ຊຸດ​ໃໝ່ ທີ່​ມ່ວນໆ​ໃຫ້​ພວກ​ເຮົາ ​ໄດ້​ຮັບ​ຟັງ​ກັນ ຂໍ​ແຖມ​ໃຫ້ອີກ​ເພງ​ນຶ່ງ​ຂອງ​ຜູ້ກ່ຽວ​ໃນ​ບົດ​ເພງ “​ແຟນ​ເຂົາ​ບໍ່​ເອົາ​ດອກ​ອ້າຍ​.”

ຂໍ​ອຳ​ລາ​ທ່ານ​ດ້ວຍ​ເພງ​ຊຶ້ງໆ​ອີກ​ເພງ​ນຶ່ງ​ໃນ​ຈັ່ງ​ຫວະ ລຳ​ຜູ້ໄທ ​ເປັນ​ຜົນງານ​ເພງ​ຂອງ​ດາວ​ດິນ ຖິ່ນຈຳ​ພອນ ​ໃນ​ບົດ​ເພງ “ບ່າວສະຫວັນ​ຮັກສາວວຽງ​ຈັນ”

ຂໍໃຫ້ທຸກໆທ່ານນອນຫຼັບຝັນດີ.

XS
SM
MD
LG