ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ວໍຣະເດດ ດິດທະວົງ - ນ້ຳຂອງຍາມແລງ (Karaoke)


ວໍຣະເດດ ດິດທະວົງ
ວໍຣະເດດ ດິດທະວົງ

ສະ​ບາຍ​ດີ​ ແຟນ​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ທຸກໆທ່ານ ຫຼັງ
​ຈາກທີ່ໄດ້​ຮັບຟັງ​ການສຳພາດຂອງອາຈານ ວໍຣະ​ເດດ ດິດທະ​ວົງ
ໃນ​ລາຍການຊີວິດ​ຊາວ​ລາວ ​ໃນ​ວັນ​ພະຫັດ​ຜ່ານ​ມາ​ແລ້ວນັ້ນ ​ຄ່ຳ
​ຄືນ​ນີ້ວັນນະ​ສອນ​ຈະ​ເອົາ​ເພງ​ຂອງ ວໍຣະ​ເດດ ດິດທະ​ວົງ ມາ​ເປີດ
​ໃຫ້ທ່ານ​ຜູ້​ຟັງ​ໄດ້​ຟັງ​ກັນຢ່າງ​ເຕັມ​ອີ່ມ ​ແລະກໍ​ເປັນ​ການ​ຍາກ​ທີ່​ຈະ​
ຕັ​ດສິນໃຈ​ເລື​ອກ​ເພງ​ໃດ ເພາະວ່າເພງ ວໍຣະ​ເດດ ດິດທະ​ວົງ
ມ່ວນໆ​ກັນ​ທັງ​ນັ້ນ​ເລີຍ​ ຊຶ່ງວັນນະ​ສອນ​ວ່າ​ ຫຼາຍໆທ່ານຜູ້​ຟັງຄົງ​ຈະ
​ຄຸ້ນ​ເຄີຍກັບ​ຜົນງານ​ເພງ​ຂອງ​ສິນລະປິນທ່ານ​ນີ້ ຜົນງານ​ເພງ​ຊຸດ​ນີ້ເປັນ​ການ​ນຳ​ເອົາ​ເພງ​ດັງ​ໃນ​ອະດີດ ທີ່​ຕິດ​ອັນ​ດັບ ​ແບບ​ວ່າທຸກໆຄົນ​ຮ້ອງ​ຕາມ​ໄດ້​ ບໍ່​ເຊື່ອ​ກໍ​ຕ້ອງ​ຕາມ​ມາຟັງ​ແລະຮ້ອງ
​ຕາມເພງ ພ້ອມໆ​ກັນ​ເລີຍ ​ໃນ​ບົດ​ເພງ... "ນ້ຳຂອງ​ຍາມແລງ"

​ເພງ: ວໍຣະ​ເດດ ດິດທະ​ວົງ - "ນ້ຳຂອງ​ຍາມແລງ"

​ເພງ​ “ນົກ​ເຂົາ​ລືມ​ຄອນ” ນີ້ ຂໍ​ຈັດ​ໃຫ້​ຕາມ​ຄຳ​ຂໍ ຂອງ​ທ່ານ​ນວນຕາ ຜູ້​ຟັງ​ທີ່​ໜ້າ​ຮັກ ທີ່​ຂຽນ​email ເຂົ້າ​ມາແລະ​ບອກ​ມາ​ວ່າ ຖ້າ​ມີ​ເວວາຫວ່າງ​ເມື່ອ​ໃດ ກໍແມ່ນ​ວ່າ​ຂຽນ​ເຂົ້າ​ມາ​ຖາມ​ທັກ​
ທາຍ​ສະບາຍດີ​ເລີຍ​ແລະ​ມື້​ນີ້ຂໍ​ຟັງ “ນົກ​ເຂົາ​ລືມ​ຄອນ” ​ແລະ​ຍັງ​ບອກ​ວ່າ ຂໍ​ຟັ​ງ​ເພງ​ຮ່ວມ​ກັບ​ຍາ​ເອື້ອຍ​ດາຣາ ບັກ​ກຳ ຫົວໜ້າ​ພະ​ແນ​ກພາສາ​ລາວ ປະຈຳ​ວິທະຍຸ VOA ​ເພງ ນົກ​ເຂົາ​
ລືມ​ຄອນ
ນີ້ ກໍ​ໄດ້​ມີ​ຫຼາຍໆ​ສິນລະປິນ​ນຳ​ມາ​ຂັບ​ຮ້ອງ​ ສ່ວນ​ຕົ້ນ​ສະບັບ​ນັ້ນ​ແມ່ນເປັນ​ຜົນງານ
ຂອງ​ ກໍ ວິ​ເສດ ວັນນະ​ສອນ​ວ່າ ​ແຕ່​ລະ​ສິນລະປິນ ກໍ​ມີ​ສຳນຽງທີ່​ເປັນ​ເອກ​ກະ​ລັກ​ຂອງໃຜ
ລາວແລະ​ບົດເພັງນີ້​ເປັນ​ຂອງເຕັ້ຍ ຄຳ​ວົງ​ໄຊ ມ່ວນ​ໄປ​ອີກ​ແບບ ກໍ​ຂໍ​ໃຫ້​ທ່ານ​ນວນ​ຕາຈົ່ງໄດ້
ມ່ວນຊື່ນ​ກັບ​ເພງ​ນີ້ ​ແລະ​ຖ້າມີ​ໂອກາດ ​ຄົງຈະ​ເຫັນ​ທ່ານ​ນວນ​ຕາ​ຂຽນ​ເຂົ້າ​ມາ​ຫາ​ທາງເຮົາອີກ.


ຈັ່ງ​ໃດ​ກໍ​ຫຼິ້ນ​ເພງວໍຣະ​ເດດ ດິດທະ​ວົງ ​ໃຫ້​ຟັງ​ແລ້ວ​ເພງ​ນຶ່ງ ວັນນະ​ສອນ ຂໍ​ສະ​ເໜີ​ເພງ​ຮ້ອນ
​ເ​ເຮ​ງອີກ​ເພງ​ນຶ່ງ ທີ່​ຈະນຳທ່ານ​ຜູ້​ຟັງ​ຍ້ອນ​ຍຸກ ກັບ​ໄປ​ຟັງ​ເພງ​ນີ້ ທີ່ສະທ້ອນ​ເຖິງວັດທະນະທຳ
​ຕາ​ເວັນ​ຕົກ​ທີ່​ເຂົ້າ​ໄປ​ປະສົມ​ປະສານ​ກັບ​ການ​ແຕ່ງ​ຕົວ​ຂອງ​ສາວ​ລາວ…ຈຶ່ງ​ເປັນ​ທີ່​ມາຂອງ​ເນື້ອ​ໃນ​ຂອງ​ເພງ “ສາວ​ສະ​ໄໝ” ນີ້.

ຂໍ​ໃຫ້​ທຸກໆ​ທ່ານ​ນອນ​ຫຼັບ​ຝັນ​ດີ​ແລະ​ພົບ​ກັນ​ໃໝ່​ໃນ​ສັບປະດາ​ໜ້າ.

ເພງ: “ສາວ​ສະ​ໄໝ”…​- ວໍຣະ​ເດດ ດິດທະ​ວົງ

XS
SM
MD
LG