ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈຳປາ​ເມືອງ​ລາວ - ບຸ​ສບາ ປັນ (Karaoke)


BosbaPANH ຊ້ອ​ມຮ້ອງ​ເພງ
BosbaPANH ຊ້ອ​ມຮ້ອງ​ເພງ

ສະບາຍດີ​ທຸກໆທ່ານ ໃນວັນອາທິດຜ່ານມານີ້ ວັນນະສອນ
ໄດ້ຮ່ວມງານ ອີ່ສານສຳພັນ ຊຶ່ງ BosbaPANH ໄດ້ຖືກ
ເປັນກຽດຮັບເຊີນ ໃນນາມສິນລະປິນກິຕິມະສັກ​ ​ເຖິງ​ແມ່ນ​ວ່າ ບຸ​ສບາ​ເອງ​ຈະ​ຖື​ຕົນ​ເອງ​ວ່າ​ເປັນ​ຄົນ​ຂະ​ເໝນແຕ່​ກໍ​ຍັງເປັນ​ຄົນ​ລາວ​ທາງ​ສາຍ​ເລືອດ ຊຶ່ງ​ບຸ​ສບາໄດ້​ເລົ່າ​ສູ່ VOA ຟັງວ່າ:
ເພາະ​ແມ່ຂອງ​ຂະ​ນ້ອຍ ເປັນ​ຄົນ​ລາວ100% ​ສຳ​ຫຼັບ​ຂະ​ນ້ອຍ​ແລ້ວ ຂະ​ນ້ອຍມີ​ຮາກ​ເຫງົ້າ​ເຫຼົ່າກໍ​ ມາ​ຈາກ​ລາວ. ຂະນ້ອຍ​ມີ​ຄວາມ​ຮູ້​ສຶກຜູກ​ພັນ​ກັບ​ເພງ “ຈຳປາ​ເມືອງ​ລາວ” ນີ້​. ພໍເຕີບ​ໂຕ​ມາ​ກໍ​ໄດ້​ຍິນ​ເພງ​ນີ້​ແລ້ວ ​ແລະມັນ​ກໍ​ເປັນ​ທຳ​ມະ​ຊາດ​ໄປ​ແລ້ວ​ ທີ່​ຂະ​ນ້ອຍ​ຈະ​ຮ້ອງ​ເປັນ​ທັງ​ສອງ​ພາສາ ທີ່​ສຳຄັນ ຄົນ​ຂະ​ເໝນກໍ​ຮູ້​ເພງ​ນີ້ ​ຄົນ​ລາວ​ກໍ​ຮູ້​ເພງ​ນີ້ ​ແລະຄົນ​ໄທ​ກໍ​ຮູ້​ເພງ​ນີ້​ເຊັ່ນ​ກັນ.

BosbaPANH
BosbaPANH

​ເພງ“ຈຳປາ​ເມືອງ​ລາວ” ​ໄດ້​ດັງ​ກ້ອງ​ກັງວານ​ຢູ່​ໃນ​ຫ້ວງ​ນຶກ
ຂອງ​ຄົນ​ເອ​ເຊຍ​ທັງຫຼາຍທັງ​ປວງ ທີ່​ໄດ້​ເນັ້ນ​ເຖິງ​ວັດທະນະທຳ
ຮີດຄອງ​ປະ​ເພນີຂອງ​ຊາວ​ເອ​ເຊຍ​ທັງມວນ ຊຶ່ງ​ໄດ້​ຈັດ​ໃຫ້​ມີ
ການຮ້ອງ​ໃນພາສາທີ່​ແຕກ​ຕ່າງ​ກັນ​ອອກ​ໄປ​ ຊຶ່ງ​ກໍຮວມທັງ
​ພາສາ​ອັງກິດ ນຳດ້ວຍ ຄື​ວ່າການ​ທີ່​ພວກ​ເຮົາ​ເ​ເປ​ເປັນ​ພາສາ​
ອັງກິດ ນັ້ນ ​ກໍ​ເພື່ອ​ເປັນ​ການ​ເປີດ​ກ້ວາງ​ວັດ​ທະນະ​ທຳ ​
ແລະ​ການ​ດົນຕີ​ຂອງ​ເອ​ເຊຍ​. ສຳ​ຫຼັບສ່ວນ​ຕົວ​ຂອງ​ຂະ​ນ້ອຍ
ເອງ ການທີ່​ເປັນສິນລະປິນ​ ແມ່ຍິງ​ເອ​ເຊຍແລ້ວ​ນັ້ນ. ນີ້ກໍ​ຄື​
ນຶ່ງ​ໃນ​ຈຸດປະສົງ​ທັງຫຼາຍທັງ​ປວງ​ຂອງ​ຂະ​ນ້ອຍ ​ໃນ​ການ​ທີ່​
ຈະ​ນຳ​ສະ​ເໜີ​ໃຫ້​ຊາວ​ໂລກ​ຊາບ​ເຖິງ​ວັດ​ທະນະ​ທຳ​ແລະ​ຮີດຄອງ​ປະ​ເພນີ​ ​ສິນລະປະ
ການ​ດົນຕີ ​ແລະ​ແນ່ນອນເພງ​ນີ້ຄື​ຄວາມ​ເປັນ​ຕົນ​ຕົວ​ຂອງ​ຂະ​ນ້ອຍ ທັງ​ຂະ​ເໝນ​ແລະ​ລາວ."

BosbaPANH ​ແລະ​ນ້ອງ​ຊາຍ PANHLauv
BosbaPANH ​ແລະ​ນ້ອງ​ຊາຍ PANHLauv

ບຸດສະບາ ​ເລີ່​ມຫຼິ້ນ ດົນຕີ ຕັ້ງ​ແຕ່​ຕອນ 5-6 ຂວບ​ແລະ​ເຄີຍ​ອອກ​ງານ​ສະແດງ​ດົນຕີ​ທີ່​ຍິ່ງ​ໃຫຍ່ຮ່ວມ​ກັບ​ຫຼາຍໆ​ສິນລະປິນ​ທີ່​ໂດ່ງດັງ ຕໍ່ໜ້າ​ພະ​ພັກຂອງ​ສະ​ເດັດນໍຣະດົມ ສີຫາ​ນຸ ​ແລະ​ກໍ​ໄດ້​ອອກ​ແຜ່ນ​ສຽງມາ​ຫຼາຍ​ຊຸດ​ແລ້ວ ປະ​ຈຸ​ບັນ ​ໄດ້​ຮັບ​ທຶນ​ການ​ສຶກສາ​ທີ່​ມັດທະຍົມ​ປາຍ Walnut Hill School ທີ່ Natick ​ໃກ້ໆ​ນະຄອນ Boston ທີ່​ຈະ​ເນັ້ນ​ທາງ​ການ​ດົນຕີ ບຸດສະບາ​ເປັນລູກ​ສາວ​ຂອງ Dr. Lili Sisombath ​ແລະ​ທ່ານ PANH.


ພ້ອມ​ນີ້ ຂໍ​ຈັດ​ມອບ​ໃຫ້​ຕາມ​ຄຳ​ຂໍ​ຂອງ​ທ່ານ​ສະໝານ ວົງ​ກະ​ເສມ ຄົງ​ຈະ​ປະ​ທັບ​ໃຈ ​ ເພາະວ່າ​ ມີ​ທັງພາສາ​ລາວ ຂະ​ເໝນ​ແລະ​ອັງກິດ. ຂໍ​ເຊີນ​ທຸກໆ​ໄປ​ຟັງ​ພ້ອມໆ​ກັນ​ເລີຍ. ​


​ເພງ​ “ຫຼວງ​ພະ​ບາງ​ແດນ​ງາມ” ທີ່​ຂັບ​ຮ້ອງ​ໂດຍ ດວງ ດາຣາພອນ ນີ້​ຈັດ​ມອບ​ໃຫ້​ ນ້ອງ
ຄຳ​ພອນ ບົວ​ວັນ​ໄຊ ຜູ້​ຟັງທີ່​ຂຽນຜ່ານ​ທາງ Facebook ​ເຂົ້າ​ມາ​ຂໍ​ຟັງ​ເພງ ​ແລະ​ຖາມ​ມາ​ວ່າ ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ນີ້ ອອກ​ອາກາດ​ພຽງ​ແຕ່​ວັນ​ອາທິດ ​ມື້​ດຽວ​ເທົ່າ​ນັ້ນ​ບໍ່?​ ຊຶ່ງ​ນ້ອງ​ບອກ​ມາ​ວ່າ ຢາກໃຫ້​ມີ​ຫຼາຍໆ​ມື້​ຈະ​ໄດ້​ຟັງ​ກັນ​ໃຫ້​ມ່ວນ​ໄປ​ເລີຍ.​ ​ເອົາ​ຫວັງ​ວ່າ​ນ້ອງ​ຄຳ​ພອນ ຄົງ​ຈະ​ຕິດຕາມ​ຮັບ​ຟັງ​ລາຍການ​ຂອງ​ພວກ​ເຮົາ​ ​ແລະ​ໝັ່ນ​ຂຽນ​ຈ. ມ. ​ເຂົ້າ​ມາ​ຫາເຮົາ​ຕື່ມ​ອີກ.


ເສຍດາຍ​ທີ່​ເວລາ​ຂອງ​ເຮົາ​ໝົດ​ແລ້ວ ອາທິດ​ໜ້າ​ວັນນະ​ສອນ ​ຈະ​ມາ​ຈັດ​ເພງໃຫ້
ນ້ອງ Knouk Saengkhamvong ກະລຸນາ​ຄອຍ​ຕິດຕາມ.

XS
SM
MD
LG